ເຈົ້າໜ້າທີ່ໃນປາກີສຖານເວົ້າວ່າ ຈໍານວນຜູ້ເສຍຊີວິດຈາກເຫດການລະເບີດສອງບັ້ນ ຢູ່ນອກບໍລິເວນວັດຄຣີສຕຽນ ຊຶ່ງເປັນວັດປະຫວັດສາດ ແຫ່ງນຶ່ງນັ້ນ ໄດ້ເພີ່ມຂຶ້ນເປັນ 81 ຄົນ ໃນຂະນະທີ່ຊາວຄຣີສຕຽນພາກັນປະທ້ວງຢູ່ແຫ່ງຕ່າງໆທົ່ວປະເທດ.
ມີຜູ້ເສຍຊີວິດລາຍໃໝ່ອີກສາມຄົນ ທີ່ຖືກລາຍງານເມື່ອວັນຈັນມື້ນີ້ ມື້ນຶ່ງ ຫຼັງຈາກລະເບີດໄດ້ແຕກຂຶ້ນ ຢູ່ທີ່ວັດຄຣີສຕຽນ ຄືວັດ All Saints Church ທີ່ເມືອງ Peshawar ທາງພາກຕາເວັນຕົກສຽງເໜືອຂອງປະເທດ. ບັນດາເຈົ້າໜ້າທີ່ປະຈໍາໂຮງໝໍເວົ້າວ່າ ໃນຈໍານວນຜູ້ທີ່ໄດ້ຮັບບາດເຈັບ 120 ຄົນຈາກການໂຈມຕີນັ້ນ ມີຫຼາຍຄົນທີ່ບາດເຈັບສາຫັດ.
ການໂຈມຕີດັ່ງກ່າວ ເປັນເຫດການທີ່ຮ້າຍແຮງເຖິງແກ່ຊີວິດທີ່ສຸດບັ້ນນຶ່ງ ທີ່ຕໍ່ຕ້ານຊາວຄຣີສຕຽນກຸ່ມນ້ອຍຂອງປາກີສຖານ. ພວກປະທ້ວງພາກັນ ປິດກັ້ນຖະໜົນຫົນທາງເມື່ອວັນຈັນມື້ນີ້ ແລະພາກັນສົ່ງສຽງຢ່າງໃຫຍ່ຕໍ່ຕ້ານເຫດການກໍ່ຄວາມຮຸນແຮງດັ່ງກ່າວ ພ້ອມກັບຮຽກຮ້ອງໃຫ້ອໍານາດການປົກຄອງຈົ່ງໃຫ້ການພິທັກປົກປ້ອງພວກເຂົາເຈົ້າໃຫ້ດີຂື້ນ.
ພວກໄປຮ່ວມປະກອບພິທີທາງສາສະໜາຈໍານວນຫຼາຍຮ້ອຍຄົນ ກໍາລັງ ພາກັນອອກມາຈາກວັດ ເພື່ອໄປຮັບອາຫານທີ່ຕຽມໄວ້ເດີ່ນນອກວັດ ເວລາລະເບີດສອງ ລູກແຕກຂຶ້ນ. ໃນຈໍານວນຜູ້ທີ່ເສຍຊີວິດນັ້ນ ມີແມ່ຍິງ 34 ຄົນ ເດັກນ້ອຍ ເຈັດຄົນ ແລະຕໍາຫຼວດ ຊາວມຸສລິມສອງຄົນ ທີ່ຮັກສາການຢູ່ນອກວັດດັ່ງ ກ່າວ.
ສາຂານຶ່ງຂອງກຸ່ມຕາລິບານປາກີສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ ຂອງເຫດການລະເບີດຄັ້ງນີ້ ໂດຍກ່າວວ່າ ພວກຕົນຈະສືບຕໍ່ໂຈມຕີທີ່ແນ ເປົ້າໝາຍໃສ່ພວກຄົນກຸ່ມໃດທີ່ບໍ່ແມ່ນຊາວມຸສລິມ ຈົນກວ່າສະຫະລັດຈະຢຸດການປະຕິການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ ຫຼື Drone ຢູ່ເຂດສອກຫຼີຂອງພວກຊົນເຜົ່າ ຂອງປາກີສຖານນັ້ນ.
ເຈົ້າໜ້າທີ່ສືບລັບປາກີສຖານເວົ້າວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື Drone ບັ້ນລ່າສຸດນັ້ນ ແມ່ນມີຂຶ້ນເມື່ອວັນອາທິດວານນີ້ ເວລາລູກສອນໄຟ ສອງລູກໄດ້ຕົກໃສ່ບໍລິເວນບ້ານ ຢູ່ໃນເຂດຊົນເຜົາ Waziristan ເໜືອ ທີ່ໄດ້ສັງຫານຫົກຄົນ ທີ່ສົງໄສວ່າເປັນພວກຫົວຮຸນແຮງນັ້ນ.
ເບິ່ງວີດີໂອ: