ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນການໂຈມຕີ ໂດຍພວກແບ່ງແຍກ ດິນແດນໃນອິນເດຍ ເພີ້ມຂຶ້ນເປັນ 52 ຄົນ


ຜູ້ຍິງທີ່ໄດ້ຮັບບາດເຈັບ ຈາກການໂຈມຕີຂອງພວກ ກຸ່ມແນວໂຮມ​ ເພື່ອ​ປະຊາທິປະ​ໄຕ​ແຫ່ງຊາດ​ ຂອງ​ໂບ​ໂຣແລນ ທີ່​ເອີ້ນ​ຍໍ້​ວ່າ NDFB ໄດ້ຮັບການຮັກສາຢູ່ທີ່ໂຮງໝໍ ໃນເຂດເມືອງ Kokrajhar ຢູ່ທາງພາກຕາເວັນອອກສຽງເໜືອຂອງລັດ Assam ປະເທດອິນເດຍ, ວັນທີ 23 ທັນວາ 2014.
ຜູ້ຍິງທີ່ໄດ້ຮັບບາດເຈັບ ຈາກການໂຈມຕີຂອງພວກ ກຸ່ມແນວໂຮມ​ ເພື່ອ​ປະຊາທິປະ​ໄຕ​ແຫ່ງຊາດ​ ຂອງ​ໂບ​ໂຣແລນ ທີ່​ເອີ້ນ​ຍໍ້​ວ່າ NDFB ໄດ້ຮັບການຮັກສາຢູ່ທີ່ໂຮງໝໍ ໃນເຂດເມືອງ Kokrajhar ຢູ່ທາງພາກຕາເວັນອອກສຽງເໜືອຂອງລັດ Assam ປະເທດອິນເດຍ, ວັນທີ 23 ທັນວາ 2014.

ຕຳຫລວດ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອິນ​ເດຍ ກ່າວ​ວ່າ
ຢ່າ​ງນ້ອຍ 52 ຄົນ ຖືກ​ຂ້າ​ຕາຍ​ໃນ​ຂະນະ​ນີ້ ຫຼັງຈາກ​ໄດ້​ມີ​ການ​
ໂຈມ​ຕີ​ແບບ​ປະສານ​ງານກັນຫຼາຍບັ້ນ ທີ່​ສົງ​ໄສ​ວ່າ​ ເປັນການ​
ກະທຳໂດຍ​ພວກ​ຊົນ​ເຜົາຫົວ​ແບ່ງ​ແຍກ​ດິນ​ແດ​ນ.

ຫລາຍໆເຂດໃນ​ລັດ Assam ຍັງຫ້າມບໍ່ໃຫ້ປະຊາຊົນ​ອອກ​ເຮືອນ
​ໃນ​ວັນ​ພຸດ​ມື້​ນີ້ ຫຼັງຈາກ​ທີ່​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ຢູ່​ທີ່​ແຫ່ງ​ນັ້ນ
ເມື່ອ​ຕອນເດິກ​ຂອງ​ວັນ​ອັງຄານ​ວານ​ນີ້ ຊຶ່ງນາຍົກລັດຖະມົນຕີ
ອິນ​ເດຍ ​ທ່ານ Narenda Modi ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວ​ວ່າ
​ເປັນ “ການ​ກະທຳ​ຂອງ​ພວກ​ຂີ້​ຂາດ​ຕາ​ຂາວ.”

ປະທານາທິບໍດີອິນ​ເດຍ ທ່ານ Pranab Mukherjee ​ໄດ້ກ່າວ​ປະນາມ​ການ​ໂຈມ​ຕີນັ້ນ
ຜ່ານ​ທາງ twitter ຂອງ​ທ່ານ​ໃນ​ວັນພຸດ​ມື້​ນີ້ ​ທີ່​ກ່າວ​ວ່າ “ການ​ກະທຳ​ຂອງ​ການ​ກໍ່​ຄວາມ​
ຢ້ານ​ກົວ ​ແລະ ຄວາມ​ຮຸນ​ແຮງເຫຼົ່ານັ້ນ ຕ້ອງໄດ້​ທັບ​ມັນ​ລົງ​ດ້ວຍນ້ຳ​ມື​ທີ່​ໜັກ​ແໜ້ນ.”

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມແນວໂຮມ​ເພື່ອ​ປະຊາທິປະ​ໄຕ​ແຫ່ງຊາດ​ຂອງ​ໂບ​ໂຣແລນ
​ທີ່​ເອີ້ນ​ຍໍ້​ວ່າ NDFB ຊຶ່ງ​ເປັນ​ກຸ່ມ​ທີ່​ຖືກ​ທາງ​ການ​ປະກາດຫ້າມ​ເຄື່ອນ​ໄຫວ. ອິນ​ເດຍ ​ໄດ້
ລະບຸ​ກຸ່ມ​ດັ່ງກ່າວ​ວ່າ ​ເປັນ​ອົງການ​ກໍ່​ການ​ຮ້າຍ ​ແລະ​ເມື່ອ​ບໍ່​ນານ​ມາ​ນີ້ ​ໄດ້ເລີ້ມທຳການ
ປາບ​ປາມ​ ​ພວກເຂົາ.

ກຸ່ມ NDFB ​ຢາກ​ສ້າງຕັ້ງລັດເອກະລາດ ​ສຳ​ຫລັບ​ຊົນ​ເຜົ່າ​ພື້ນເມືອງ ຊາວໂບ​ໂຣ ຊຶ່ງພວກ
ເຂົາເຄີຍມີ​ປະຫວັດ ​ຂອງ​ການ​ກໍ່ຄວາມຮຸນ​ແຮງ ຕໍ່ຕ້ານພວກ​ທີ່​ບໍ່​ແມ່ນ​ຊົນ​ເຜົ່າ​ໂບ​ໂຣຄື​ຕົນ
ຢູ່​ໃນ​ເຂດດັ່ງກ່າວ ນັບ​ຕັ້ງ​ແຕ່​ໄດ້ມີການ​ສ້າງຕັ້ງກຸ່ມຂຶ້ນມາ​ ໃນ​ປີ 1998. ການກໍ່​ຄວາມ​ຮຸນ
​ແຮງ​ທ້າຍ​ສຸດແມ່ນມີຂຶ້ນໃນ​ເດືອນ​ພຶດສະພາ​ຜ່ານ​ມາ ທີ່​ໄດ້​ສັງຫານ​ຊາວ​ມຸສລິ​ມ ຫຼາຍສິບ​ຄົນ.

INDIA ATTACK VO
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG