ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຍ້ອນໄພນ້ຳຖ້ວມ ​ໃນ ປາກິສຖານ ແລະ ອິນເດຍ ມີຫຼາຍກວ່າ 300 ຄົນ (ວີດີໂອ)


ຝົນ​ມໍ​ລະ​ສຸມຕົກ​ໜັກ​ແລະ​ນ້ຳ​ຖ້ວມ​ຢ່າງ​ກະທັນຫັນ​ໃນ​ຫຼາຍ​ຂົງ​
ເຂດ​ໃນ​ພາກ​ເໜືອຂອງ​ປາ​ກິ​ສຖານ​ແລະ​ອິນ​ເດຍ ​ໄດ້​ເອົາ​ຊີວິດ​
ຜູ້​ຄົນ​ໄປ​ແລ້ວ​ຫຼາຍ​ກວ່າ 300 ຄົນໃນ​ຂະນະ​ດຽວ​ກັນ​ຫຼາຍ​ຮ້ອຍ​
ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ປະຊາ​ຊົນ​ຫຼາຍ​ໝື່ນ​ຄົນ ​ໄດ້​ສູນເສຍ​
ເຮືອນ​ຊານ​ບ້ານ​ຊ່ອງ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປະ
ຊາຊົນ​ຈຳນວນ​ຫຼາຍ​ກວ່າ 160 ຄົນ​ເສຍ​ຊີວິດ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ
​ເສຍ​ຊີວິດ​ຍ້ອນ​ຫຼັງຄາ​ແລະ​ເຮືອນ​ພັງ​ທະລາ​ຍລົງ​ທັບ. ລັດຖະບານ​
ໄດ້​ສົ່ງ​ໜ່ວຍ​ກູ້​ໄພ​ຂອງກອງທັບອອກ​ໄປຊ່ອຍ​ເຫຼືອ​ພວກ​ທີ່​ຕົກ​ຄ້າງ
​ໄປຫາບ່ອນຢູ່​ທີ່​ປອດ​ໄພ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບ້ານ​ເຮືອນ​
ປະມານ 4 ພັນ​ຫຼັງ​ໃນ​ປາ​ກິ​ສຖານ ​ໄດ້​ຫັກ​ພັງ​ລົງ​ເປັນ​ບາງ​ສ່ວນ ຫຼື​ຫັກ​ພັງ​ລົງ​ໝົດ​ເລີຍ ຢູ່​
ໃນ​ເຂດ​ທີ່​ມີ​ຝົນ​ຕົກ​ໜັກ ​ແລະ​ນ້ຳ​ຖ້ວມ​ຢ່າງ​ກະທັນຫັນ​ນັ້ນ.

ທ່ານ Mohammed Riaz ຫົວໜ້າ​ຝ່າຍ​ອຸຕຸນິຍົມ​ວິທະຍາ​ຂອງ​ປາ​ກິ​ສຖານ​ກ່າວ​ຕໍ່​ວີ​ໂອ
​ເອ ພະ​ແນ​ກພາສາ Urdu ວ່າ ຄາດ​ວ່າ​ຈະ​ມີ​ນ້ຳ​ຖ້ວມ​ລະດັບ​ສູງ​ໃນ​ຫລາຍ​ພາກສ່ວນ​ໃນ​ແຂວງ​ Punjab ​ໃນ​ອີກ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ແຕ່​ວ່າ ຍັງ​ບໍ່​ທັນມອງ​ເຫັນນ້ຳ​ຖ້ວມ​ທີ່​ເປັນ​ອັນຕະລາຍ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ແຂວງ​ Sindh ທີ່ຢູ່​ໃກ້​ກັນ​ນັ້ນ.

SOUTH ASIA FLOODS CNPK
please wait

No media source currently available

0:00 0:01:36 0:00

XS
SM
MD
LG