ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຍິງປະທະກັນໃນແຄວ້ນ Kashmir ໄດ້ເຮັດໃຫ້ຄົນຕາຍ 5 ຄົນ


ແຜນທີ່ແຄວ້ນ Kashmir.
ແຜນທີ່ແຄວ້ນ Kashmir.

ຕຳຫຼວດໃນແຄວ້ນ Kashmir ທີ່ຖືກຄວບຄຸມໂດຍ ອິນເດຍ ກ່າວວ່າ ພວກກະບົດໄດ້ໂຈມ
ຕີຕຳຫຼວດກຸ່ມໜຶ່ງ, ເຮັດໃຫ້ພົນລະເຮືອນສາມຄົນ ແລະ ຕຳຫຼວດຄົນໜຶ່ງເສຍຊີວິດ. ນອກ
ນັ້ນ ຜູ້ໂຈມຕີກໍຖືກຂ້າຕາຍເຊັ່ນກັນ ເມື່ອຕຳຫຼວດໄດ້ຍິງປືນໂຕ້ຕອບຄືນ.

ບັນດາເຈົ້າໜ້າທີ່ກ່າວວ່າ ໜ່ວຍຕຳຫຼວດໄດ້ຕົກເປັນເປົ້າໝາຍ ໃນຕອນແລງວັນເສົາວານ
ນີ້ ເວລາພວກເຂົາເຈົ້າໄດ້ເຮັດວຽກເພື່ອແກ້ໄຂອຸບັດຕິເຫດລົດຕຳກັນຢູ່ຂ້າງທາງ.

ພວກຕໍ່ຕ້ານລັດຖະບານຫຼາຍກຸ່ມໄດ້ຕໍ່ສູ້ກັບ ອິນເດຍ ແລະ ປາກິສຖານ ເພື່ອຄວາມເປັນ
ເອກະລາດຂອງແຄວ້ນ Kashmir ມາຫຼາຍທົດສະວັດແລ້ວ ເຊິ່ງປະເທດດັ່ງກ່າວໄດ້ອ້າງ
ເອົາກຳມະສິດທັງໝົດຂອງແຄວ້ນ Kashmir ນັ້ນ.

ປະເທດເພື່ອນບ້ານໃກ້ຄຽງເຊິ່ງມີອາວຸດນິວເຄລຍໃນຄອບຄອງນັ້ນ ໄດ້ຕໍ່ສູ້ກັນໃນສົງ
ຄາມມາສອງຄັ້ງແລ້ວ ເພື່ອການຄວບຄຸມພາກພື້ນດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG