ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ລາຍງານວ່າ ມີການສູ້ລົບ ເພີ້ມຂຶ້ນ ຢ່າງຮ້າຍແຮງ ກັບ ພວກ​ແບ່ງ​ແຍກ​ດິນ​​ແດນ ທີ່ນິຍົມຣັດ​ເຊຍ


ພວກກະບົດສະໜັບສະໜູນຣັດເຊຍ ຍ້າຍລະບົບຍິງ​​ລູກ​ສອນ​ໄຟ Grad ​ຢູ່ເມືອງ Donetsk ປະເທດ Ukraine ວັນທີ 11 ກັນຍາ 2014.
ພວກກະບົດສະໜັບສະໜູນຣັດເຊຍ ຍ້າຍລະບົບຍິງ​​ລູກ​ສອນ​ໄຟ Grad ​ຢູ່ເມືອງ Donetsk ປະເທດ Ukraine ວັນທີ 11 ກັນຍາ 2014.

ຢູ​ເຄຣນກ່າວ​ວ່າ ຢ່າງ​ໜ້ອຍ​ເຈັດ​ຄົນ​ໄດ້​ເສຍ​ຊີວິດ ໃນ​ການ​ສູ້​ລົບ​ກັນທີ່​ລະ​ເບີດ​ຂຶ້ນ​ເປັນ​ເວລາ 2 ມື້ ລະຫວ່າງ​ພວກ​ແບ່ງ​ແຍກ​ດິນແດນທີ່ນິຍົມຣັດ​ເຊຍ ​ແລະ​ທະຫານ​ລັດຖະບານ ​ໃນ​ສົງຄາມ​ທີ່​ຍັງ​ດຳ​ເນີນ​ມາ​ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ທັງ​ສອງຝ່າຍ ຕ່າງ​ກໍໄດ້ຕິຕຽນຝ່າຍ​ກົງກັນຂ້າມ ​ໃນ​ຄວາມຮຸນ​ແຮງ​ຮອບຫລ້າ​ສຸດ ຊຶ່ງ​ລັດ ຖະບານ​ກ່າວ​ວ່າ ​ໄດ້​ລະ​ເບີດ​ຂຶ້ນໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຢູ່​ທາງແນວ​ໜ້າ​ຫລາຍ​ແຫ່ງ​ ໃນ​ເຂດ​ທີ່​ປາກ​ພາສາຣັດ​ເຊຍ ທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ ຮວມທັງເຂດ ​ທີ່ຄວບ​ຄຸມໂດຍ​ພວກ​ກະບົດ ​ຢູ່​ເມືອງ Donetsk ​ແລະ​ເຂດອື່ນໆ​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ.

Kyiv ​ໄດ້​ກ່າວ​ຫາ​ພວກ​ກະບົດ​ວ່າ​ ​ເປັນ​ຜູ້ເຮັດ​ໃຫ້​ເກີດ​ການ​ປະ​ທະ​ກັນ ​ດ້ວຍ​ການ​ໃຊ້​ລົດ​ຖັງ ​ແລະ​ລະບົບຍິງລູກ​ສອນ​ໄຟ Grad ​ໂຈມ​ຕີ. ລະບົບ​ຍິງລູກສອນ​ໄຟ​ Grad ​ແມ່ນ​ຮວມຢູ່​ໃນ ​ຈຳພວກ​ອາວຸດ​ໜັກ​ ທີ່​ຕ້ອງ​ໄດ້​ຖອນ​ອອກໄປ ​ຈາກ​ເຂດ​ແນວ​ໜ້າ ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິ​ງ​ ສະບັບ​ປີ 2015 ທີ່​ໄດ້ເຮັດ​ໃຫ້ ຈຳນວນຜູ້​ໄດ້ຮັບ​ບາດ​ເຈັບ ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ ​ໃນ​ບັນຫາຂັດ​ແຍ້​ງ​ຢູ່ໃນ​ຂົງ​ເຂດ.

ຢູ່​ທີ່​ເມືອງ Donestsk ບັນດາ​ຜູ້ນຳ​ກະບົດ ​ກຳລັງ​ຊອກຊ່ອງ​ທາງ ​ເພື່ອຢາກ​ປົກ ຄອງ​ຕົນຈາກ Kyiv ທີ່​ໄດ້​ລາຍ​ງານ​ວ່າ​ ​ໂຄງລ່າງ​ພື້​ນຖານ​ສຳລັບ​ພົນລະ​ຮື​ອນໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ແລະ​ກ່າ​ວ ວ່າ​ນໍ້າ ​ແລະ​ໄຟຟ້າ​ໃຊ້​ໄດ້​ຖືກ​ຕັດ​ຢູ່​ໃນ ​ເຂດໝູ່​ບ້ານອ້ອມ​ແອ້ມ.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin.

ເກືອ​ບ 10,000 ຄົນ ຊຶ່ງຫລາຍ​ກວ່າ​ເຄິ່ງນຶ່ງ​ເປັນ​ພົນລະ​ເຣືອນ ທີ່​ໄດ້​ເສຍ​ຊີວິດ​ຍ້ອນ​ການ​ສູ້​ລົບ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ເມສາ ປີ 2014 ນຶ່ງ​ເດືອນ​ຕໍ່​ມາ ​ຫລັງ​ຈາກ ຣັດ​ເຊຍ​ໄດ້​ປະກາດ ໂຮມ​ເອົາ​ແຫລມ Crimea ຂອງ​ຢູ​ເຄຣນ ​ເຂົ້າ​ເປັນ​ດິນ​ແດນ ສ່ວນ​ນຶ່ງ​ຂອງ​ຕົນ ​ແລະ​ສອງ​ເດືອນຕໍ່​ມາ​ຫລັງ​ຈາກມີ​ການ​ປະ​ທ້ວງ​ສະໜັບສະໜູນ​ປະ​ເທດຕາ​ເວັນ​ຕົກ​ເປັນ​ເວລາ​ດົນ ນານທີ່​ນະຄອນ Kyiv ​ໄດ້​ບັງຄັບ​ໃຫ້​ປະທານາທິບໍດີ​ຢູ​ເຄຣນ ທີ່​ສະໜັບສະໜູນຣັດ​ເຊຍ ​ໜີ​ອອກ​ໄປ​ລີ້​ໄພ.

Ukraine Clashes
please wait
Embed

No media source currently available

0:00 0:01:12 0:00

ມົສກູ​ໄດ້​ຖືກ​ກ່າວ​ຫາ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ ​ເປັນ​ຜູ້ສົ່ງອາວຸດແລະ​ອຸບປະກອນ​ຕ່າງໆ ໃຫ້​ແກ່່​ກຳລັງ​ກະບົດ ​ແລະ​ໃນ​ປີ 2015 ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ສົ່ງ​ທະຫານຣັດ​ເຊຍ​ຂ້າມ​ຊາຍ​ແດນ ​ແລະ​ເຂົ້າ​ສູ້​ລົບ​ໃນສົງຄາມ.

ປະທານາທິບໍດຣັດ​ເຊຍ ທ່ານ Vladimir Putin ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ​ເຫລົ່າ​ນັ້ນ ​ແລະ​ກ່າວ​ວ່າ ​ກອງ​ທະຫານຣັດ​ເຊຍ​ໃດໆກໍ​ຕາມ ​ທີ່ພົບ​ເຫັນ​ຢູ່​ໃນ​ດິນ​ແດນ​ຢູ​ເຄຣນນັ້ນ ​ແມ່ນ​ເປັນ​ພວກ​ອາສາ​ສະໝັກ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG