ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຫດລະເບີດ ທີ່ສະໜາມບິນ​ນາໆຊາດ ແລະ ສະ​ຖາ​ນີລົດ​ໄຟ​ໃຕ້​ດິນ ໃນນະຄອນຫຼວງ Brussels


ຍາມຜູ້ນຶ່ງຊ່ອຍແມ່ຍິງທີ່ບາດເຈັບ
ຍາມຜູ້ນຶ່ງຊ່ອຍແມ່ຍິງທີ່ບາດເຈັບ

ສະຖານີ​ລົດ​ໄຟ​ທຸກ​ແຫ່ງ​ໃນ​ນະຄອນ Brussels ​ໄດ້​ປິດ​ ທ່າມກາງ
ການວາງ​ລະ​ເບີດ​ທີ່​ຮ້າຍແຮງ​ຢູ່​ທີ່​ສະໜາມ​ບິນ​ ​ແລະສະ​ຖາ​ນີລົດ​ໄຟ
​ໃຕ້​ດິນ​ແຫ່ງ​ນຶ່ງ ​ໃນ​ນະຄອນ​ດັ່ງກ່າວ ​ໃນ​ວັນ​ອັງ ຄານ​ມື້ນີ້.

ອົງການ​ຂ່າວ Belga ລາຍ​ງານ​ວ່າ ​ໄດ້​ມີ​ສຽງ​ປືນ​ ​ແລະ​ການ​ຮ້ອງ
​ສຽງ​ດັງ​ເປັນ​ພາສາ​ອາຣັບ ດັງຂຶ້ນ ກ່ອນ​ລະ​ເບີດ​ລູກ​ທຳ​ອິດ​ຂອງ​
ຈຳນວນ​ສອງ​ລູກ​ແຕກ​ຂຶ້ນທີ່​ຫ້ອງ​ອອກ​ເດີນທາງ​ຂອງ​ຜູ້ ​ໂດຍສານ​ຂອງ​ສະໜາມ​ບິນ ຊຶ່ງ​ໄດ້​ທຳລາຍ​ແກ້ວ​ຂອງ​ຕຶກ​ອາຄານ​ນັ້ນ.

ນຶ່ງ​ຊົ່ວ​ໂມງ​ຕໍ່​ມາ ​ມີ​ຜູ້ບາດ​ເຈັບ​ຫລາຍ​ຄົນ​ໃນ​ເຫດ​ລະ​ເບີດ​ທີ່ສະຖານີ​ລົດ​ໄຟ​ໃຕ້​ດິນ Maal-
beek
​ໃກ້​ກັບ​ສຳນັກງານ​ໃຫຍ່​ຂອງ​ສະຫະພາບ​ຢູ​ໂຣບ. ມີ​ການ​ແຈ້ງ​ໃຫ້​ພວກ​ເຈົ້າໜ້າ​ທີ່​ສະ ຫະພາບ​ຢູ​ໂຣບ ​ໃຫ້​ພາກັນ​ຢູ່​ພາຍ​ໃນ​ຕຶກ​ອາຄານ​ຫລື​ບໍ່​ກໍໃຫ້​ຢູ່​ບ້່ານ.

ເຊີນຊົມ: ທ່ານ Obama ກ່າວເຖິງການໂຈມຕີທີ່ Brussels

Obama Condemns Belgium Attacks
please wait

No media source currently available

0:00 0:00:45 0:00

ລາຍ​ງານ​ກ່ຽວ​ກັບຈຳນວນ​ຜູ້​ບາດ​ເຈັບ​ລົ້ມຈາກ​ເຫດ​ລະ​ເບີດ​ທັງ​ສາມ​ແມ່ນ​ແຕກ​ຕ່າງ​ກັນ​ທ່າມ ກາງ​ຄວາມ​ວຸ້ນວາຍ​ສັບສົນ​ທີ່​ໄດ້​ເກີດ​ຂຶ້ນ. ລາຍການ​ໂທລະພາບ​ສາທາລະນະ​ Belgium ຫລື VRT ກ່າວ​ວ່າ ມີ 13 ຄົນ​ເສຍ​ຊີວິດ​ແລະ​ຢ່າງ​ນ້ອຍ 35 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດລະ​ເບີດ​ສອງ​ຄັ້ງທຳ​ອິດທີ່ຫ້ອງຜູ້​ໂດຍສານ​ອອກ​ເດີນທາງ​ຂອງສະໜາມ​ບິນ ​ໃນ​ຂະນະ​ທີ່​ຜູຸ້ ລາຍ​ງານ​ຂ່າວ​ຂອງ​ໂທລະພາບ​ດັ່ງກ່າວ ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ເຖິງ 10 ຄົນ​ຢູ່​ສະ ຖາ​ນີລົດ​ໄຟ​ໃຕ້​ດິນ Maalbeek.

ຖ້ຽວບິນທັງໝົດ​ ທັງ​ຂ​າ​ເຂົ້າ​ແລະ​ຂາ​ອອກ​ ໄດ້​ຖືກ​ຍົກ​ເລີກ​ໄປ ​ແລະ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ຕ່າງໆ ກໍ​ໄດ້​ຖືກ​ປິດ​ລົງ ​ເຈົ້າ​ໜ້າ​ທີ່ Belgium​ ໄດ້​ເພີ້ມລະດັບ​ການ​ເຕືອນກ່ຽວ​ກັບພວກກໍ່​ການ​ຮ້າຍ ​ຂຶ້ນສູ່​ຂີດ​ສູງສຸດ.

​ເຈົ້າໜ້າ​ທີ່​ທີ່​ນະຄອນ Frankfurt, London, Paris ​ແລະ​ໂຮ​ນລັງ ​ໄດ້​ເພີ້ມການ​ຮັກສາ ຄວາມ​ປອດ​ໄພ​ຂອງ​ຕົນ​ຕາມ​ສະໜາມ​ບິນ​ຕ່າງໆ ​ເພື່ອ​ເປັນ​ການ​ຮັບ​ມື​ກັບ​ເຫດ​ລະ​ເບີດ​ທີ່​ນະຄອນ Brussels ​.

​ເຫດລະ​ເບີດ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ຕຳຫຼວດ Belgium​ ໄດ້​ຈັບ ​ກຸມ​ທ້າວ Salah Abdeslam ຜູ້​ຕ້ອງ​ສົງ​ໄສ​ຫຼັກ ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍເມື່ອເດືອນ​ພະຈິກ​ປີ​ກາຍນີ້​ ໃນ​ນະຄອນຫຼວງ​ປາຣີ ທີ່​ຍັງ​ຜົນ​ໃຫ້​ມີ 130 ຄົນ​ເສຍ​ຊີວິດ ​ແລະ​ມີ 300 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ເຊີນຊົມ: ພາບເຫດລະເບີດ

Explosions Rock Belgium Airport
please wait

No media source currently available

0:00 0:01:01 0:00

ປະມວນພາບ: ການໂຈມຕີໃນ Belgium


All railway stations in Brussels have been shutdown amid Tuesday's deadly bombings at the city's airport and a subway station.

The Belga news agency says shots were fired and words shouted in Arabic before the first two explosions at the airport's departure hall, which shattered the building's windows.

An hour later, several other people were wounded in an explosion at the Maalbeek subway station near the main headquarters of the European Union. EU personnel have been told to either stay in their offices or at home.

Reports of fatalities from the triple bombings have varied amid the chaos. Public broadcaster VRT says at least 13 people were killed and at least 35 others wounded in the first two explosions at the airport's departure hall, while broadcaster VTM has been reporting that as many as 10 people are dead after the Maalbeek blast.

All flights in and out of the airport have been cancelled, and Brussels' entire subway system has been shutdown as well. Belgian authorities have raised the nation's terror alert level to its maximum level.

Authorities in Frankfurt, London, Paris and Holland have boosted security at their airports in response to the Brussels' bombings.

Tuesday's explosions occurred days after Belgian police arrested Salah Abdeslam, the prime suspect man last November's terrorist attacks in the Paris that left 130 people dead and more than 300 wounded.

XS
SM
MD
LG