ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນລົດໄຟ ໃຕ້ດິນ ໃນມົສກູ ຕົກລາງ (​ສະ​ໄລ​ດ໌/ວີດີໂອ)


ນາຍແພດ ແລະ ເຈົ້າໜ້າທີ່ຕຳຫລວດຫາມ ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຫຼັງຈາກ​ລົດ​ໄຟ​​​ໃຕ້​ດິນ​ຕົກ​ລາງ ໃນເຂດ ໃຈກາງ​ນະຄອນ​ຫຼວງມົສກູ ປະເທດຣັດເຊຍ ເມື່ອວັນທີ 15 ກໍລະກົດ 2014.
ນາຍແພດ ແລະ ເຈົ້າໜ້າທີ່ຕຳຫລວດຫາມ ຜູ້ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຫຼັງຈາກ​ລົດ​ໄຟ​​​ໃຕ້​ດິນ​ຕົກ​ລາງ ໃນເຂດ ໃຈກາງ​ນະຄອນ​ຫຼວງມົສກູ ປະເທດຣັດເຊຍ ເມື່ອວັນທີ 15 ກໍລະກົດ 2014.

ຢ່າງ​ນ້ອຍ 10 ຄົນ ​ໄດ້ເສຍ​ຊີວິດ ​ແລະ ຫລາຍກວ່ານຶ່ງຮ້ອຍ​ຄົນ
​ໄດ້​ຮັບ​ບາດ​ເຈັບ ຫຼັງຈາກ​ລົດ​ໄຟ​ໃຕ້​ດິນ​ຕົກ​ລາງໃນເຂດໃຈກາງ​
ນະຄອນ​ຫຼວງມົສກູໃນລະຫວ່າງຊົ່ວໂມງເຂົ້າການເມື່ອ​ຕອນ​ເຊົ້າ
ຂອງ​ວັນ​ອັງຄານ​ມື້​ນີ້.

ບັນ​ດາ​ເຈົ້າໜ້າ​ທີ່ຮັບມືກັບເຫດການສຸກ​ເສີນກ່າວ​ວ່າ ລົດ​ໄຟ​ຟ້າ
ດັ່ງກ່າວ​ໄດ້​ຫ້າມລໍ້ຢ່າງ​ກະທັນຫັນ ​ແລະ​ແລ່ນອອກ​ຈາກ​ລາງ​ ​ຢູ່
ລະຫວ່າງສອງ​ສະຖານີ. ສ່ວນອີກ 200 ຄົນ​ໄດ້​ຖືກ​ຍົກຍ້າຍ​ອອກ​
ຈາກລົດໄຟດັ່ງກ່າວ ຄືກັນ. ຢ່າງ​ນ້ອຍມີ​ອີກ​ໜຶ່ງ​ຄົນທີ່ເຊື່ອ​ວ່າ ຍັງ
ຕົກຄ້າງຢູ່ໃຕ້​ດິນ.

​ໂທລະ​ພາບ​ແຫ່ງ​ຊາດ​ຂອງຣັດ​ເຊຍ ຊີ້​ແຈງເຫດການ​ທີ່​ສັບສົນຂອງ​ລະ ບົບ​ລົດ​ໄຟ​ໃຕ້​ດິນ​
ທີ່​ເຕັມ​ໄປ​ດ້ວຍ​ຜູ້​ໂດຍສານ ວ່າ ຜູ້​ໂດຍສານ​ທັງ​ໝົດ ​ລົ້ມ​ລົງພ້ອມ​ກັນ ​ຄື​ກັນ​ກັບໝາກ
dominoes ​ໃນ​ເວລາ​ລົດໄຟຫ້າມລໍ້ ຢ່າງກະທັນ​ຫັນ.

ຮູບ​ພາບຈາກ​ໂທລະພາບ ສະ​ແດງໃຫ້​ເຫັນ​ພວກ​ກູ້​ໄພ ​ໄດ້​ຍົກຍ້າຍ​ຜູ້ບາດເຈັບທັງຫຼາຍ
ອອກໄປ​ໃນ​ຕຽງ​ຫາມ ​ໃນ​ຂະນະ​ດຽວ​ກັນນັ້ນ ພວກ​ແພດ​ກໍໄດ້ປະຖົມພະຍາບານ ພວກ​
ເຂົາ​ເຈົ້າ ຢູ່​ເດີ່ນ​ຫຍ້າ​ທາງ​ນອກ.

ອົງການ​ຂ່າວເອພີລາຍ​ງານ​ວ່າ ຫຼາຍໆຄົນ​ທີ່ໄດ້​ຮັບ​ບາດ​ເຈັບ​ສາຫັດນັ້ນ ໄດ້ຖືກ​ສົ່ງ​ຈາກ
ບ່ອນເກີດ​ເຫດ ໂດຍທາງ​ອາກາດ ໄປຫາໂຮງໝໍ.

ອຸບັດ​ເຫດ​ດັ່ງກ່າວ ​ແມ່ນ​ເຊື່ອ​ກັນ​ວ່າ​ເປັນ​ເຫດ​ການ ທີ່​ຮ້າຍ​ແຮງທີ່​ສຸດ ​ໃນ​ປະຫວັດ 8
ທົດສະວັດ ​ຂອງ​ລະບົບ​ລົດໄຟ​ໃຕ້​ດິນ​ໃນ​ນະຄອນຫລວງ ​ຣັດເຊຍ.

RUSSIA SUBWAY DERAILMENT VO
please wait

No media source currently available

0:00 0:01:14 0:00

XS
SM
MD
LG