ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມື້ແຫ່ງການໄວ້ອາໄລ ໃນອັຟການິສຖານ ຫຼັງ ຈາກ 80 ຄົນໄດ້ຖືກຂ້າຕາຍ


ຊາວອັຟການິສຖານ ເກັບກຳເອົາເຄື່ອງສ່ວນຕົວຂອງພວກ
ເຄາະຮ້າຍ ທີ່ຫລົງເຫຼືອຈາກເຫດລະເບີດແຕກ ຖືກພວກ
ຊົນເຜົ່າ Hazaras ທີ່ເດີນຂະບວນປະທ້ວງຢູ່ໃນນະຄອນ
ຫຼວງກາບູລ ຂອງອັຟການິສຖານ, ວັນທີ 23 ກໍລະກົດ 2016.
ຊາວອັຟການິສຖານ ເກັບກຳເອົາເຄື່ອງສ່ວນຕົວຂອງພວກ ເຄາະຮ້າຍ ທີ່ຫລົງເຫຼືອຈາກເຫດລະເບີດແຕກ ຖືກພວກ ຊົນເຜົ່າ Hazaras ທີ່ເດີນຂະບວນປະທ້ວງຢູ່ໃນນະຄອນ ຫຼວງກາບູລ ຂອງອັຟການິສຖານ, ວັນທີ 23 ກໍລະກົດ 2016.

ອັຟການິສຖານ ຕັ້ງເອົາມື້ນີ້ ໃຫ້ເປັນຄີດໝາຍ ວັນໄວ້ອາໄລແຫ່ງຊາດ ມື້ນຶ່ງ ຫຼັງຈາກ ການໂຈມຕີດ້ວຍລະເບີດ ໃນນະຄອນຫຼວງກາບູລ ທີ່ໄດ້ສັງຫານຢ່າງໜ້ອຍ 80 ຄົນ ແລະ ອີກຫຼາຍກວ່າ 200 ຄົນ ໄດ້ຮັບບາດເຈັບ ໃນລະຫວ່າງການຊຸມນຸມປະທ້ວງ ຢ່າງສັນຕິຢູ່ນັ້ນ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການໂຈມຕີທີ່ຮ້າຍແຮງເຖິງ ແກ່ຊີວິດ ໃນວັນເສົາວານນີ້.

ຫຼາຍພັນຄົນ ອອກມາເດີນຂະບວນປະທ້ວງ ໄປຍັງຕົວເມືອງ ກາບູລ ຂອງອັຟການິສຖານ, ວັນເສົາທີ 23 ກໍລະກົດ 2016.
ຫຼາຍພັນຄົນ ອອກມາເດີນຂະບວນປະທ້ວງ ໄປຍັງຕົວເມືອງ ກາບູລ ຂອງອັຟການິສຖານ, ວັນເສົາທີ 23 ກໍລະກົດ 2016.

ຖະແຫລງການສະບັບໜຶ່ງຂອງກະຊວງພາຍໃນ ອັຟການິສຖານ ກ່າວວ່າ ພວກລະເບີດ ສະຫຼະຊີບ 3 ຄົນໄດ້ໂຈມຕີພວກເດີນຂະບວນປະທ້ວງ. ຖະແຫລງການ ໄດ້ກ່າວວ່າ ນຶ່ງໃນສາມຄົນດັ່ງກ່າວ ໄດ້ບີບຂະນວນຂອງຕົນ ເວລາຢູ່ໃນກຸ່ມພວກປະທ້ວງ ອີກຜູ້ ນຶ່ງໄດ້ຂ້າພຽງຕົນເອງຕາຍດ້ວຍຄວາມຜິດພາດ ໃນຂະນະ ຜູ້ທີສາມ ໄດ້ຖືກຍິງຕາຍ ໂດຍກຳລັງຮັກສາຄວາມປອດໄພ ທີ່ເຝົ້າປ້ອງກັນ ການໂຮມຊຸມນຸມຢູ່ນັ້ນ.

ກະຊວງດັ່ງກ່າວ ໄດ້ຫ້າມການເຕົ້າໂຮມກັນ ຢູ່ສາທາລະນະ ແລະ ການເດີນຂະບວນ ປະທ້ວງຕ່າງໆ ເປັນເວລາ 10 ມື້.

ແມ່ຍິງອັຟການິສຖານຄົນນຶ່ງ ຮ້ອງໄຫ້ ຢູ່ຈຸດເກີດການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 23 ກໍລະກົດ 2016.
ແມ່ຍິງອັຟການິສຖານຄົນນຶ່ງ ຮ້ອງໄຫ້ ຢູ່ຈຸດເກີດການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 23 ກໍລະກົດ 2016.

ເວັບໄຊທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍລັດອິລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບຄວາມຮຸນແຮງດັ່ງກ່າວ. ຖະແຫລງການສະບັບນຶ່ງ ໄດ້ກ່າວວ່າ ການໂຈມຕີ ໄດ້ແນໃສ່ ເພື່ອເຕືອນ ກຸ່ມຊົນເຜົ່າ ຊາວ Hazaras ຂອງອັຟການິສຖານ ຜູ້ທີ່ສ່ວນໃຫຍ່ ແມ່ນນິກາຍ Shi’ite ເພື່ອຢຸດຢັ້ງບໍ່ໃຫ້ເຂົ້າຮ່ວມ ລັດຖະບານຊີເຣຍ ໃນການຕໍ່ສູ້ ຕໍ່ຕ້ານກຸ່ມກໍ່ການຮ້າຍນັ້ນ.

ກຸ່ມປົກປ້ອງສິດທິມະນຸດ ແລະ ບັນດານັກວິເຄາະ ໄດ້ກ່າວຫາ ການເກນເອົາພວກ ອົບພະຍົບ ອັຟການິສຖານ ຂອງອີຣ່ານ ທີ່ຄາດຄະເນວ່າ ມີ 3 ລ້ານຄົນ ແບບລັບໆ ຊຶ່ງຕົນເປັນເຈົ້າພາບຮັບເອົານັ້ນ ແລະ ໄດ້ເຝິກແອບ ພວກຜູ້ຊາຍ ແລ້ວສົ່ງພວກເຂົາ ເຈົ້າໄປຊີເຣຍ ເພື່ອຕໍ່ສູ້ຄຽງບ່າຄຽງໄຫລ່ກັບກອງກຳລັງລັດຖະບານຊີເຣຍ.

ເຖິງຢ່າງໃດກໍຕາມ ເຕຫະຣ່ານ ໄດ້ປະນາມການໂຈມຕີດ້ວຍລະເບີດດັ່ງກ່າວ. ລັດຖະມົນຕີຕ່າງປະເທດຂອງອີຣ່ານ ທ່ານ Mohammad Javad Zarif ໄດ້ກ່າວ ໃນ tweet ວ່າ “Shia ແລະ Sunni ທັງສອງແມ່ນເປັນຜູ້ຮັບເຄາະ ແລະ ຈະຕ້ອງ ສາມັກຄີກັນ ເພື່ອເອົາຊະນະລັດທິຫົວຮຸນແຮງຈັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຊົມ ກຸ່ມລັດອິສລາມ ໂຈມຕີດ້ວຍລະເບີດສະຫຼະຊີບ

Islamic State Bombers Kill 80 in Kabul
please wait

No media source currently available

0:00 0:00:36 0:00

XS
SM
MD
LG