ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຢ່າງນ້ອຍ 20 ຄົນຖືກສັງຫານໃນທ່າເຮືອ ທີ່ເມືອງ Mogadishu


Somalia Blast
please wait
Embed

No media source currently available

0:00 0:01:03 0:00

ລະ​ເບີດ​ຂະໜາດຮ້າຍແຮງ ​ໄດ້​ແຕກ​ຂຶ້ນຢູ່​ຂ້າງ​ນອກ​ທ່າເຮືອ​ໃໝ່ຂອງ Mogadishu ​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ສັງຫາຍ ຢ່າງ​ໜ້ອຍ 20 ຄົນ ​ແລະເຮັດໃຫ້​ບາດ​ເຈັບ​ຫຼາຍກວ່າ 10 ​ຄົນ.

ກຸ່ມຫົວ​ຮຸນ​ແຮງ al-Shabab ​ໄດ້ອອກມາ​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ໃນ​ການລະ​ເບີດ​ຄັ້ງ​ນີ້ ຊຶ່ງ​ໄດ້​ແຕກ​ຂຶ້ນ ​ໃນ​ບ່ອນຈອດ​ລົດ ​ໃກ້ໆ​ທາງ​ເຂົ້າທ່າເຮືອຂອງ​ເມື​ອງMogadishu ສ້າງ​ຄວາມ​ເສຍ​ຫານ​ຢ່າງ​ໜັກ ​ໃນ​ບໍລິ​ເວນ​ແຖບ​ນັ້ນ.

​ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນເມື​ອງ Mogadishu ​ກ່າ​ວວ່າ ການລະ​ເບີດ​ຄັ້ງ​ນີ້ ​ແມ່ນດັງ​ສະໜັ່ນ ​ໄປທົ່ວ​ເມືອງ ​ແລະ​ມີ​ຄວັນ​ດຳກຸ້ມຂຶ້ນສູ່​ທ້ອງ​ຟ້າ ທີ່​ໄດ້​ຖືກ​ນຳ​ເຜີຍ​ແຜ່ທາງ​ສື່​ສັງຄົມ. ທ່ານ Abdifitah Omar Halane ​ໂຄສົກ​ປະຈຳ​ຂົງ​ເຂດ​ Mogadishu ​ໄດ້​ບອກ​ VOA ຜະ​ແນ​ກພາສາ​ໂຊ​ມາ​ເລຍ​ວ່າ ພວກ​ທີ່​ໄດ້​ຮັບ​ເຄາະສ່ວນໃຫຍ່​ແມ່ນ​ພົນລະ​ເຮືອນ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່່າ “ການລ​ະ​ເບີດທີ່​ວ່າ​ນີ້ ​ແມ່ນ​ໄດ້​ເກີດ​ຂຶ້ນ​ໃນ​ຮ້ານ​ກິນດື່ມນ້ອຍໆທີ່ພວກຜູ້ເປັນແມ່ທັງ ຫຼາຍ ເປັນເຈົ້າຂອງ ບ່ອນ​ທີ່​ພວກ​ພະນັກງານ​ພາກັນໄປ​ຊື້​ອາຫານ​ເຊົ້າ ກ່ອນ​ຈະ​ເຂົ້າ​ ໄປ​ຍັງ​ທ່າເຮືອ​ເພື່ອໄປ​ເຮັດ​ວຽກ​.”

ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍ່າງຜ່ານເຂດເກີດເຫດ ລະເບີດລົດ ໃນທ່າເຮືອທີ່ເມືອງ Mogadishu, 11 ທັນວາ, 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍ່າງຜ່ານເຂດເກີດເຫດ ລະເບີດລົດ ໃນທ່າເຮືອທີ່ເມືອງ Mogadishu, 11 ທັນວາ, 2016.

ທ່າກໍ່າປັ່ນ Mogadishu ​ແມ່ນ​ບໍລິຫານ​ໂດຍ Al – Bayrak ບໍລິສັດ​ເທີ​ກີ ທີ່ມີ​ສັນຍາ​ 20 ປີ ກັບ​ລັດຖະບານ​ໂຊ​ມາ​ເລຍ ເພື່ອໃຫ້​ຍົກລະດັບ​ການ​ບໍລິຫານ​ໃຫ້ດີຂຶ້ນ​.

ຍັງບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ມີ​ຄົນ​ສັນຊາດ​ເທີ​ກີ ​ໄດ້ຮັບ​ບາດ​ເຈັບ​ຫຼື​ບໍ່

ປະທານາທິບໍດີ ​ໂຊ​ມາ​ເລຍ ທ່ານ Sheikh Mohamoud ​ໄດ້ປະນາມການລະ​ເບີດ​ຄັ້ງ​ນີ້​ແລະ​ຮຽກຮ້ອງ​ໃຫ້ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ຊາວ​ໂຊມາເລຍ ປະສານ​ງານ​ຮ່ວມ​ກັນ ເພື່ອກຳຈັດ​ກຸ່ມກໍ່​ການ​ຮ້າຍ ​ຊຶ່ງ​ແນ​ເປົ້າ​ໝາ​ຍ​ໃສ່​ພົນລະ​ເຮືອນນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG