ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍສິບຄົນ ເສຍຊີວິດ ໃນການໂຈມຕີ ທີ່ສົງໄສວ່າ ເປັນແກັສພິດ ໃນຊີເຣຍ

ສະມາຊິກໜ່ວຍປ້ອງກັນພົນລະເຮືອນຄົນນຶ່ງ ຫາຍໃຈຜ່ານໜ້າກາກ oxygen, ຫຼັງຈາກທີ່ພວກພະນັກງານກູ້ໄພ ອະທິບາຍ ໃນອັນທີ່ສົງໄສວ່າ ເປັນການໂຈມຕີດ້ວຍແກັສພິດ ໃນເມືອງ Khan Sheikhoun ແຂວງ Idlib ຂອງຊີເຣຍ ທີ່ຄວບຄຸມ ໂດຍກຸ່ມຕໍ່ຕ້ານລັດຖະບານ, ວັນທີ 4 ເມສາ 2017.

ເມື່ອຕອນເຊົ້າວັນອັງຄານວານນີ້ ອົງການທີ່ຄຸ້ມ​ຄອງກຸ່ມບັນເທົາທຸກຂອງປະເທດຕາ
ເວັນຕົກ ໄດ້ລະບຸຈຳນວນຜູ້ເສຍຊີວິດ ຈາກການໂຈມຕີ ດ້ວຍອາວຸດເຄມີ ໃນເມືອງ
Khan Sheikhoun ແຂວງ Idlib ​ແມ່ນ​ມີ​ປະມານ 100 ຄົນ ​ແລະອີກຫຼາຍກວ່າ 350
ຄົນ ເຈັບປ່ວຍຈາກສານເຄມີ ນັ້ນ.

ບັນດາຜູ້ສັງເກດການ ນັກການທູດ ແລະ ນັກວິເຄາະທັງຫຼາຍ ແມ່ນຖິ້ມໂທດໃສ່ ກຳລັງ
ທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ແລະ ຣັດເຊຍ ທີ່​ເປັນພັນທະມິດ
ຂອງທ່ານ ສຳລັບ ເຫດການທີ່ເກີດຂຶ້ນ.

ພື້ນທີ່ຂອງເມືອງ Khan Sheikhoun ຂອງຊີເຣຍ
ພື້ນທີ່ຂອງເມືອງ Khan Sheikhoun ຂອງຊີເຣຍ

ຣັດເຊຍ ໄດ້ “ປະຕິເສດໂດຍສິ້ນເຊີງ” ຕໍ່ບົດບາດໃດໆ ໃນການໂຈມຕີດັ່ງກ່າວ.
ລັດຖະບານຊີເຣຍ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ຕໍ່ການໃຊ້ອາວຸດເຄມີ ​ໂຈມ​ຕີພົນ
ລະເຮືອນ ຕະຫຼອດໄລຍະ ສົງຄາມທີ່ແກ່ຍາວມາໄດ້ 6 ປີ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ການສູນເສຍຊີວິດ ເປັນຜົນມາຈາກ
ການໂຈມຕີທາງອາກາດ ຂອງພວກເຮືອບິນລົບຊີເຣຍ ໃສ່ໂຮງງານຜະລິດອາວຸດເຄມີ
ຫຼືບໍ່ ​ກໍຄັງອາວຸດເຄມີ ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ.

ພາບຢຸດຈາກວີດີໂອ ທີ່ຖືກນຳລົງເຜີຍແຜ່ ໃນເວັບໄຊສື່ສັງຄົມເມື່ອ ວັນທີ 4 ເມສາ 2017, ສະແດງໃຫ້ເຫັນ ສະມາຊິກໜ່ວຍປ້ອງກັນພົນລະເຮືອນ ຊ່ອຍເຫຼືອເດັກນ້ອຍຄົນນຶ່ງ ຜູ້ທີ່ ຖືກສີດນ້ຳໃສ່ ຢູ່ໃນເມືອງ Khan Sheikhoun.
ພາບຢຸດຈາກວີດີໂອ ທີ່ຖືກນຳລົງເຜີຍແຜ່ ໃນເວັບໄຊສື່ສັງຄົມເມື່ອ ວັນທີ 4 ເມສາ 2017, ສະແດງໃຫ້ເຫັນ ສະມາຊິກໜ່ວຍປ້ອງກັນພົນລະເຮືອນ ຊ່ອຍເຫຼືອເດັກນ້ອຍຄົນນຶ່ງ ຜູ້ທີ່ ຖືກສີດນ້ຳໃສ່ ຢູ່ໃນເມືອງ Khan Sheikhoun.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຈະນຳເອົາການຖິ້ມລະເບີດ ຢູ່ ເມືອງ
Khan Sheikhoun ມາພິຈາລະນາ ໃນກອງປະຊຸມສຸກເສີນ ໃນຕອນເຊົ້າວັນພຸດມື້ນີ້.

ໄກລົງໄປທາງທິດໃຕ້ຂອງຊີເຣຍ ພວກຕິດຕາມກວດກາ ຈາກກຸ່ມສິ້ງຊອມສິດທິມະນຸດ
ຊີເຣຍ ໄດ້ກ່າວວ່າ ຢ່າງໜ້ອຍອີກ 25 ຄົນສ່ວນຫຼາຍແມ່ນແມ່ຍິງແລະເດັກນ້ອຍ ໄດ້ຖືກ
ຂ້າຕາຍ ໃນວັນອັງຄານວານນີ້ ໃນການໂຈມຕີທາງອາກາດ ຢູ່ຫຼາຍຈຸດ ທາງທິດຕາເວັນ
ອອກ ຂອງນະຄອນຫຼວງ Damascus.

ພາບຢຸດຈາກວີດີໂອ ທີ່ຖືກນຳລົງເຜີຍແຜ່ ໃນເວັບໄຊສື່ສັງຄົມ ເມື່ອວັນທີ 4 ເມສາ 2017, ສະແດງໃຫ້ເຫັນ ຊາຍຄົນນຶ່ງ ນອນຂວ້ຳໜ້າຢູ່ເທິງດິນ ແລະ ຖືກສີດນ້ຳໃສ່, ຢູ່ທີ່ເມືອງ Khan Sheikhoun.
ພາບຢຸດຈາກວີດີໂອ ທີ່ຖືກນຳລົງເຜີຍແຜ່ ໃນເວັບໄຊສື່ສັງຄົມ ເມື່ອວັນທີ 4 ເມສາ 2017, ສະແດງໃຫ້ເຫັນ ຊາຍຄົນນຶ່ງ ນອນຂວ້ຳໜ້າຢູ່ເທິງດິນ ແລະ ຖືກສີດນ້ຳໃສ່, ຢູ່ທີ່ເມືອງ Khan Sheikhoun.

ພວກ​ຕໍ່ຕ້ານ​ຈາກແນວໂຮມແຫ່ງຊາດຂອງຊີເຣຍ ໄດ້ບັນລະຍາຍ ການໂຈມຕີດ້ວຍ
ແກັສຢູ່ເມືອງ Khan Sheikhoun ວ່າ “​ການສັງຫານໝູ່ທີ່ໂຫດຮ້າຍ” ນີ້ ເຊື່ອກັນ
ຢ່າງກວ້າງຂວາງ ວ່າເປັນການລະເມີດທີ່ຮ້າຍແຮງທີ່ສຸດ ຂອງກົດໝາຍສາກົນ ໃນ
ປະເທດທີ່ຖືກທຳລາຍໂດຍສົງຄາມ ມາຕັ້ງແຕ່ ປີ 2013 ໃນເມື່ອ ສະຫະປະຊາຊາດ
ໄດ້ສືບສວນພົບເຫັນວ່າ ມີຫຼັກຖານທີ່ເຊື່ອຖືໄດ້ ວ່າ ແກັສ sarin ໄດ້ສັງຫານ
ພົນລະເຮືອນ ຫຼາຍຮ້ອຍຄົນຢູ່ໃກ້ໆກັບນະຄອນຫຼວງ ດາມັສກັສ.

ໃນຫຼາຍໆຖະແຫລງການຂອງຄວາມບໍ່ພໍອົກພໍໃຈ ຫຼ້າສຸດ ອົງການບັນເທົາທຸກ UNICEF
ໄດ້ກ່າວວ່າ “ການໂຈມຕີເຫຼົ່ານີ້ ຕ້ອງກະຕຸ້ນໃຫ້ພວກເຮົາໂກດແຄ້ນຫຼາຍຂຶ້ນກວ່ານີ້
ພວກເຮົາຕ້ອງບັງຄັບໃຫ້ເກີດການກະທຳ ໂດຍພວກຜູ້ທີ່ມີອຳນາດ ແລະ ຄວາມ
ອາດສາມາດ ທີ່ຈະນຳເອົາຄວາມຮຸນແຮງທີ່ທຳລາຍລ້າງນີ້ ໃຫ້ຍຸຕິລົງ.”

ເມື່ອຕອນເຊົ້າວັນອັງຄານວານນີ້ ນັກຂ່າວຄົນນຶ່ງ ຂອງອົງການຂ່າວ ຝຣັ່ງ ໄດ້ກ່າວວ່າ
ລູກສອນໄຟລູກນຶ່ງ ຢູ່ເມືອງ Khan Sheikhoun ໄດ້ຍິງເຂົ້າໃສ່ໂຮງໝໍແຫ່ງນຶ່ງ ບ່ອນທີ່
ພວກຜູ້ເຄາະຮ້າຍ ໄດ້ຮັບການຮັກສາປິ່ນປົວ ຢູ່ນັ້ນ ຊຶ່ງໄດ້ເຮັດໃຫ້ຕຶກພັງລົງມາໃສ່ ພວກ
ພະນັກງານແພດ ໃນຂະນະທີ່ເຂົາເຈົ້າສູ້ຊົນທີ່ຈະຮັກສາພວກຜູ້ເຄາະຮ້າຍທັງຫຼາຍ.

Syria Gas Attack
please wait
Embed

No media source currently available

0:00 0:01:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG