ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ De Blasio ສາບານໂຕ ເຂົ້າຮັບຕຳແໜ່ງ ເຈົ້າຄອງ ນະຄອນນິວຢອກ (ວີດີໂອ)


ທ່ານ Bill de Blasio, ສາບານເຂົ້າຮັບຕຳແໜ່ງ ເຈົ້າຄອງກຳແພງນະຄອນນີວຢອກ.
ທ່ານ Bill de Blasio, ສາບານເຂົ້າຮັບຕຳແໜ່ງ ເຈົ້າຄອງກຳແພງນະຄອນນີວຢອກ.
ທ່ານ Bill de Blasio ​ໄດ້​ສາບານ​ເຂົ້າ​ຮັບ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​
ການ ​ເປັນ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ ຄົນທີ 109 ຂອງ​ນະຄອນ​
ນີວຢອກ ​ແລະ​ເປັນ​ສະມາຊິກ​ພັກ​ເດ​ໂມ​ແກຣັດ ຄົນທຳ​ອິດ​ທີ່​ຂຶ້ນ​
ດຳລົງ​ຕຳ​ແໜ່​ງດັ່ງກ່າວ ​ໃນ​ຮອບ 2 ທົດ​ສະ​ວັດ​ຜ່ານ​ມາ.

ທ່ານ De Blasio ​ໄດ້​ກາຍ​ເປັນ​ເຈົ້າ​ຄອງ​ກຳ​ແພງ​ນະຄອນຢ່າງ​
ເປັນ​ທາງ​ການ ຫລັງ​ຈາກທຳ​ການ​ສາບານ​ໂຕ ​ເຂົ້າ​ຮັບ​ຕຳ​ແໜ່​ງ
​ເປັນ​ເວລາ​ສັ້ນໆ​ຢູ່​ນອກ​ບ້ານ​ພັກ​ຂອງ​ທ່ານ ​ໃນ​ເວລາ​ບໍ່​ດົນ​ຫລັງ​
ຈາກເວລາ​ທ່ຽງ​ຄືນ ​ໃນ​ວັນ​ປີ​ໃໝ່​ນັ້ນ. ​ແຕ່​ຕໍ່​ມາ​ໃນ​ມື້ວານ​ນີ້ ອະ
ດີດ​ປະທານາທິບໍດີສະຫະລັດ ທ່ານ ບີ​ລ ຄລິນ​ຕັນ​ໄດ້​ເປັນ​ຜູ້​ຈັດ
ການ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ທ່ານ De Blasio ​ໄວ 52
ປີ ​ໃນ​ພິທີ​ຢ່າງ​ເປັນ​ທາງ​ການ​ທີ່​ໂຮງການ​ເມືອງ​ນະຄອນ​ນີວຢອກ​ນັ້ນ.

ທ່ານ De Blasio ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງດ້ວຍການ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ປະຕິບັດຕາມ
ນະ​ໂຍບາຍ​ຫົວ​ເສລີ​ຢ່າງຮອບດ້ານສຳລັບ​ປະຊາຊົນ​ໃນ​ນະຄອນ​ນີວຢອກ​ຈຳນວນ​ຫຼາຍ
​ກວ່າ 8 ລ້ານ​ຄົນ ​ໃນ​ເມືອງ​ທີ່ໃຫຍ່​ທີ່ສຸດ​ ຂອງ​ອາ​ເມຣິກາ​ນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ ຫົວ​ເມືອງ​ໃຫຍ່ທີ່​ພວກ​ເຮົາ​ຮັກ​ ແລະ​ຫວງ​ແຫນ​ທີ່ສຸດບໍ່​ມີ​ຄວາມ​ແປກ​ຕ່າງ​ຫຍັງ​ຕໍ່​ການ​ດີ້ນຮົນ​ຕໍ່ສູ້​ອັນ
​ຍິ່ງ​ໃຫຍ່ແລະ​ກໍ​ບໍ່ເປັນ​ສິ່ງ​ແປກ​ປະຫຼາດ​ເພື່ອ​ເອົາ​ຊະນະ​ມັນ. ນະຄອນ​ນີວຢອກໄດ້ປະ​ເຊີນ
​ກັບ​ການລົ້ມ​ລະລາຍ​ທາງ​ດ້ານ​ການ​ເງິນການລະບາດຂອງ​ອາ​ຊະຍາ​ກຳ ການ​ໂຈມຕີ​ຂອງ​ພວກ​ກໍ່​ການ​ຮ້າຍແລະ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຕ່າງໆ. ​ແຕ່​ບັດ​ນີ້ ພວກ​ເຮົາ​ປະ​ເຊີນ​ກັບ​ວິ
​ກິດ​ການ​ຕ່າງ​ກັນກໍ​ຄື​ວິ​ກິດ​ການ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ. ມັນ​ເປັນ​ເລື້ອງ​ທີ່​ບໍ່​ສູ້​ມີ​ຢູ່​ໃນ​ຫົວ​ຂໍ້ຂ່າວ​
ຂອງ​ພວກ​ໜັງສືພິມ​ລາຍ​ວັນ​ຂອງ​ພວກ​ເຮົາ. ມັນ​ເປັນ​ວິ​ກິດ​ການ​ທີ່​ມິດ​ງຽບ​ ແຕ່ກໍ​ເປັນ​ວິ​ກິດ​ການ​ທີ່​ບໍ່ເປັນ​ອັນຕະລາຍ​ນ້ອຍ​ກວ່າ​ວິ​ກິດ​ການ​ທີ່​ພວກ​ເຮົາ​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

New Your City mayor sworn in
please wait

No media source currently available

0:00 0:01:58 0:00


ທ່ານ De Blasio ​ຂຶ້ນ​ຄອງ​ຕຳ​ແໜ່​ງ​ແທນ​ທ່ານ Michael Bloomberg ທີ່​ເປັນ​ເຈົ້າຄອງກຳ
​ແພງ​ມາ 3 ສະ​ໄໝ ຊຶ່ງ​ເປັນ​ນັກ​ການ​ເມືອງ​ອິດ​ສະລະ​ ບໍ່​ຂຶ້ນ​ກັບ​ພັກ​ໃດ ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ວ່າ​ໄດ້​ເຮັດ​ໃຫ້​ອັດຕາ​ການ​ອາ​ຊະ​ຍາ​ກຳ​ລົດ​ລົງ​ແລະ​ໃຫ້​ນະ​ນອນ​ນີວຢອກ​ເປັນເມືອງທີ່​ເປັນ​ມິດ​ຫຼາຍ​ຂຶ້ນ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ.
XS
SM
MD
LG