ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນມື້ທີ 5 ຂອງການແຂ່ງຂັນ ໂອລິມປິກ ທີມລອຍນ້ຳ ສຫລ ສືບຕໍ່ ກວດເອົາຫຼຽນ

ທີມນັກກິລາລອຍນ້ຳຍິງ ປະກອບດ້ວຍ, Katie Ledecky, Allison Schmitt, Leah Smith ແລະ Maya DiRado, ຈາກຊ້າຍ, ຖືຫຼຽນຄຳຂອງພວກເຂົາເຈົ້າ ຫຼັງຈາກທີ່ໄດ້ຮັບໄຊຊະນະ ການແຂ່ງຂັນຮອບສຸດທ້າຍ ຂອງ ການລອຍນ້ຳ ທ່າ Freestyle ຜັດປ່ຽນກັນ 4 ຄົນ​ ຜູ້​ລະ 200 ແມັດ ໃນລະຫວ່າງ ການແຂ່ງຂັນໂອລິມປິກ ລະດູຮ້ອນ ປີ 2016, ເມື່ອວັນທີ 11 ສິງຫາ 2016.

ວັນພຸດວານນີ້ແມ່ນມື້ທີ 5 ຂອງການແຂ່ງຂັນກິລາ​ໂອ​ລິ​ມປິກທີ່​ນະຄອນ Rio ປີ 2016 ແລະ ໂດຍມີການແຂ່ງເອົາຫຼຽນ ໃນກິລາທີ່ມີຄວາມນິ ຍົມສູງຈຳນວນໜຶ່ງ ຊຶ່ງມັນໄດ້ ພິສູດວ່າ ເປັນເຫດການທີ່ສຳຄັນນັ້ນ.

ນຳໂດຍ ນັກກິລາໂອລິມປິກລຸ້ນເກົ່າ ທ້າວ Micheal Phelps ແລະ ດາວລຸ້ງ ນາງ Katie Ledecky ທີມນັກກິລາ ສະຫະລັດ ທີ່ສືບຕໍ່ຄອບງຳ ໃນກິລາລອຍນ້ຳ ຂອງພວກເຂົາເຈົ້າ ໃນວັນພຸດວານນີ້ ໂດຍ ນາງ Ledecky ໄດ້ຊະນະຫຼຽນຄຳ ອີກຫຼຽນໜຶ່ງ ແລະ ທ້າວ Phelps ຮັບປະກັນໄດ້ຮັບຕຳແໜ່ງສູງສຸດ ໃນການລອຍນ້ຳຊາຍດ່ຽວ ທ່າປະສົມ 200 ແມັດ ຫຼື individual medley ທີ່ນຳໄປສູ່ການແຂ່ງຮອບສຸດທ້າຍ ໃນວັນພະຫັດມື້ນີ້.

ນັກລອຍນ້ຳ ໂອລິມປິກ ຂອງສະຫະລັດ ທ້າວ Michael Phelps ແຂ່ງຂັນ ໃນຮອບ ລອຍທ່າແມງ ກະເບື້ອ ຫຼື butterfly stroke ໄລຍະ 200 ແມັດ ລະຫວ່າງການແຂ່ງຂັນລອຍນ້ຳ ຢູ່ທີ່ ການແຂ່ງຂັນ ໂອລິມປິກ ລະດູຮ້ອນປີ 2016, ວັນທີ 8 ສິງຫາ 2016, ຢູ່ໃນນະຄອນ Rio de Janeiro ຂອງ Brazil.

ສ່ວນນາງ Ledecky ໄດ້ນຳທີມນັກລອຍນ້ຳຍິງ ໃນການແຂ່ງຂັນຮອບສຸດທ້າຍ ຂອງ ການລອຍນ້ຳ ທ່າ Freestyle ຜັດປ່ຽນກັນ 4 ຄົນ​ ຜູ້​ລະ 200 ແມັດ ອັນເປັນລາຍການ ທີ່ທີມ ສະຫະລັດ ໄດ້ຮັບໄຊຊະນະ ໃນລະຫວ່າງການແຂ່ງຂັນກິລາ​ໂອ​ລິ​ມປິກ ​ທີ່ London ​ໃນປີ 2012 ແລະ ໄດ້ຊ່ອຍໃຫ້ທີມ ຊະນະຫຼຽນຄຳ.

ໃນເວລາທີ່ໄດ້ໂດດລົງນ້ຳ ສຳລັບຄົນສຸດທ້າຍຂອງການແຂ່ງຂັນ ນາງ Ledecky ນຳຫຼັງ ນັກລອຍນ້ຳຂອງອອສເຕຣເລຍ ນາງ Emma McKeon ນາງສາມາດນຳຂຶ້ນມາໄດ້ ຢ່າງວ່ອງໄວ ແລ້ວເລັ່ງກາຍນັກລອຍນ້ຳທັງໝົດ ໂດຍໄດ້ຮັບເວລາໄວກວ່າ ເວລາທີ່ໄວ ທີ່ສຸດ ຂອງນັກລອຍນ້ຳຢູ່ໃນທີມດຽວກັນ ເກືອບ 2 ວິນາທີເຄິ່ງ.

ໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ນາງ Ledecky ໄດ້ຮັບຫຼຽນຄຳອັນທີ 3 ຂອງການ​ແຂ່ງຂັນ ໂອລິມປິກ.

ສ່ວນທ້າວ Nathan Adrian ໄດ້ຮັບຫຼຽນທອງ ກັບບ້ານ ສຳລັບທີມລອຍນ້ຳ ສະຫະລັດ ໃນການແຂ່ງຂັນລອຍນ້ຳຊາຍ ທ່າ freestyle ໂດຍລອຍສຳເລັດ ພຽງ ສິບສ່ວນຮ້ອຍ ວິນາທີ ຕາມຫຼັງ ຜູ້ຊະນະຫຼຽນເງິນ ຄື ທ້າວ Pieter Timmers ຈາກປະເທດແບລຈ້ຽມ ແລະ ທ້າວ Kyle Chalmers ຈາກອອສເຕຣເລຍ ໄດ້ຊະນະຫຼຽນຄຳ.

ສ່ວນທ້າວ Phelps ທີ່ຫາກໍໄດ້ຊະນະ​ໃໝ່ໆຫຼຽນຄຳ ອັນທີ 20 ແລະ 21 ແລະ ຄູ່ຮ່ວມທີມ ທ້າວ Ryan Lochte ໄດ້ຮັບຕຳແໜ່ງທີ ໜຶ່ງ ແລະ ທີສອງ ຕາມລຳດັບ ໃນການແຂ່ງ ຂັນລອຍນ້ຳຊາຍດ່ຽວ ທ່າປະສົມ ຫຼື individual medley ໄລຍະ 200 ແມັດ ໃນຮອບ ຄັດເລືອກ ໂດຍທັງສອງຕັ້ງເປົ້າໝາຍໃສ່ ທີ່ຈະໄດ້ຮັບຫຼຽນໃດຫຼຽນໜຶ່ງ ໃນຮອບສຸດທ້າຍ ມື້ວັນພະຫັດນີ້. ທ້າວ Lochte ແລະ ທ້າວ Phelps ແມ່ນເປັນເຄິ່ງໜຶ່ງຂອງທີມລອຍນ້ຳ Freestyle ຜັດປ່ຽນກັນ 4 ຄົນ​ຜູ້​ລະ 200 ແມັດ ທີ່ໄດ້ຮັບໄຊຊະນະ ເມື່ອວັນອັງຄານ ຜ່ານມາ.

ນັກຖີບລົດ ທ້າວ Fabian Cancellara ຂອງ Switzerland ສະເຫຼີມສະຫຼອງ ຫຼັງຈາກທີ່ໄດ້ເຂົ້າຜ່ານ ເສັ້ນໄຊເປັນທີໜຶ່ງ ຂອງການແຂ່ງຂັນດ່ຽວ ຈັບເວລາ ຢູ່ທີ່ການແຂ່ງຂັນໂອລິມປິກ ລະດູຮ້ອນ ໃນເມືອງຫາດຊາຍ Pontal ຂອງນະຄອນ Rio de Janeiro, ປະເທດ Brazil, ເມື່ອວັນພູດ ທີ 10 ສິງຫາ 2016.

ການແຂ່ງຂັນລົດຖີບນັ້ນ ທັງພວກຜູ້ຊາຍ ແລະ ຍິງ ໄດ້ແຂ່ງຂັນໄປແລ້ວ ໃນລາຍການ ຊິງຫຼຽນ ເມື່ອວັນພຸດວານນີ້ ເຖິງແມ່ນວ່າ ຈະມີຝົນຕົກ ຫຼື ມີລົມ ກໍຕາມ. ໃນການແຂ່ງຂັນ ປະເພດຍິງດ່ຽວຈັບເວລາ ຫຼື time trials ຜູ້ປ້ອງກັນແຊ້ມປຽນ ນາງ Kristin Armstrong ຂອງທີມ ສະຫະລັດ ໄດ້ຊະນະ ຫຼຽນຄຳ. ນັກຖີບຈາກສະວິດເຊີແລນ ທ້າວ Fabian Cancellara ໄດ້ຊະນະຫຼຽນຄຳ ໃນການແຂ່ງຂັນປະເພດຊາຍດ່ຽວຈັບເວລາ. ທັງສອງ ນັກຖີບ ແມ່ນມີກຳນົດຈະກະສຽນ ຫຼັງຈາກ​ແຂ່ງຂັນ​ໂອ​ລິ​ມປິກ​ທີ່​ນະຄອນ Rio ​ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG