ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໜຸ່ມລາວ-ອາເມຣິກັນ ປະກອບສ່ວນ ໃນການຄົ້ນຄ້ວາ ເພື່ອເຮັດໃຫ້ນ່ານຟ້າ ຂອງອາເມຣິກາ ມີຄວາມປອດໄພຍິ່ງຂຶ້ນ


ເດວິດ ທິບພະວົງ ກັບຄອບຄົວ ໃນວັນຮັບປະລິນຍາໂທ ຈາກມະຫາວິທະຍາໄລ Stanford ທີ່ພາກເໜືອລັດແຄລິຟໍເນຍ, ເດືອນພຶດສະພາ 2011
ເດວິດ ທິບພະວົງ ກັບຄອບຄົວ ໃນວັນຮັບປະລິນຍາໂທ ຈາກມະຫາວິທະຍາໄລ Stanford ທີ່ພາກເໜືອລັດແຄລິຟໍເນຍ, ເດືອນພຶດສະພາ 2011

ຟັງບົດສໍາພາດໂດຍເຕັມ:

ເດ​ວິດ ທິບ​ພະ​ວົງ ​ໄວ 26 ປີ ເປັນ​ລູກ​ຊາຍ​ກົກຂອງທ່ານພິຣິດ ​ແລະຍານ​າງ​ວິພາ ທິບພະ​ວົງ
ທີ່​ຕ່າ​ງ​ຄົນ​ຕ່າງອົບພະຍົບ​ເຂົ້າ​ມາ​ຢູ່ສະຫະລັດ ຫລັງ​ຈາກ​ບ້ານ​ເມືອງ​ແຕກ​ແລະ​ໄດ້​ໄປ​ຢູ່​ລັດ​
Hawaii ບ່ອນທີ່​ທັງ​ສອງ​ໄດ້​ມັກ​ຮັກ​ແຕ່ງງານກັນ ​ແລະ ດໍ​າຣົງຊີ​ວິດ​ຢູ່​ນໍາ​ກັນມາ​ຈົນ​ທຸກມື້​ນີ້.
ເດ​ວິດຈຶ່ງ​ເກີດ​ແລະ​ໃຫຍ່ຢູ່​ທີ່​ນັ້ນ ​ແຕ່ວ່າຫລັງ​ຈາກ​ຮຽນ​ຈົບ​ໂຮງຮຽນ​ອຸດົມສົມບູນ ຫລື High
school ແລ້ວ David ກໍ​ໄດ້​ຍ້າຍຈາກລັດ Hawaii ​ທີ່ຕັ້ງ​ຢູ່​ກາງ​ມະຫາ​ສະມຸດ Pacific ​ໄກ​
ຈາກຝັ່ງ​ທະ​ເລກໍ້າ​ຕາ​ເວັນ​ຕົກຂ​ອງ​ແຜ່ນ​ດິນ​ໃຫຍ່ສະຫະລັດ ຫລາຍ​ພັນຫລັກ ​ໄປ​ຮຽນ​ມະຫາ​
ວິທະ​ຍາ​ໄລຢູ່ທາງ​ຝັ່ງ​ຕາວັນ​ອອກຂ​ອງປະ​ເທດ ​ໄກ​ຈາກ​ລັດຮາວາຍປະມານ 10 ຊົ່ວ​ໂມງ​ທາງ​
ເຮືອບິນ. David ​ໄດ້​ເຂົ້າຮຽນ​ທີ່ມະ​ຫາ​ວິ​ທະຍາ​ໄລ Brown ທີ​່ມີ​ຊື່​ສຽງ​ໃນ​ລະ​ດັບດຽວ​ກັນ​ກັບ
ມ​ະຫາ​ວິ​ທະ​ຍາ​ໄລ Yale ​ແລະ Harvard. David ​ເລົ່າວ່າ:

ນ​ອກຈາກຮຽນ​ຈົບຈາກມະຫາ​ວິທະ​ຍາ​ໄລຊັ້ນ​ແນ​ວໜ້າ​ຂອງ​ປະ​ເທດ​ແລ້​ວ ເດ​ວິດ ທິບ​ພະ​ວົງ
ຍັງ​ໄດ້​ທໍາ​ງານຢູ່ສະຖາ​ບັນ​ຊັ້ນ​ສູງ​ຂອງປະເທດອີກ. ນັ້ນ​ກໍ​ຄື ທະນະ​ຄານ​ແຫ່​ງຊາດຂອງສະຫະ
ລັດ ທີ່​ເອີ້ນ​ວ່າ Federal Reserve Bank ຫລື​ເອີ້ນ​ຫຍໍ້​ວ່າ The Fed ຊຶ່ງ​ມີ​ສໍານັກ​ງານໃຫຍ່
9 ​ແຫ່ງ ຢູ່​ໃນ​ທົ່ວ​ປະ​ເທດ ຮວມທັງ​ຢູ່​ໃນ​ລັດ​ແຄ​ລິ​ຟໍ​ເນຍນໍາ. David ເຮັດ​ວຽກ​ຢູ່​ນໍາ​ທະນາຄານ
ແຫ່ງ​ຊາດສະຫະລັດ​ເປັນ​ເວລາ​ປີ​ເຄິ່ງ​ ໃນຕໍ​າ​ແໜ່​ງນັກ​ຄົ້ນ​ຄວ້າ​ຝ່າຍເສດຖ​ະກິດມະຫາ​ພາກ ຊຶ່ງ
ລາວ​ອະ​ທິບ​າຍວ່າ:

ເດວິດ ທິບພະວົງ ກັບຄອບຄົວ
ເດວິດ ທິບພະວົງ ກັບຄອບຄົວ

ໃນ​ຂະນະທີ່ເຮັດ​ວຽກ​ເຕັມ​ເວລາ
ຢູ່​ທະນາ​ຄານ​ແຫ່​ງຊາດ ສາ​ຂາ
San Francisco ​ນັ້ນ ເດວິດ ​
ໄດ້​ສະມັກ​ເຂົ້າ​ສຶກສາ​ໃນ​ໂຄ​ງ
ການປະລິນຍາໂທ ຂະ​ແໜງ
ວິຊາເສ​ດຖະສາດ ​ແຕ່​ບັງ​ເອີນ​
ມີລູກ​ເອື້ອຍລູກ​ນ້ອງ​ທີ່​ເຮັດ​
ການ​ຢູ່ນໍາອົງການການ​ບິນ
ແລະອາວະກາດແຫ່​ງຊາດ
ຫລື NASA ຂອງ ສະຫະ
ລັດ ບອກລາວວ່າ ມີຕໍາແໜ່ງ
ຫວ່າງກ່ຽວກັບການຄົ້ນຄວ້າ
ດ້ານການຄຸ້ມຄອງການສັນ
ຈອນທາງອາກາດ ຫລື Air
Traffic Management ​
ເດ​ວິດກໍເລີຍສະໝັກໄປທັນທີ
ເພາະວ່າມັນເປັນໂອກາດຄັ້ງ
ດຽວໃນຊີວິດ ທີ່ລາວຈະເຮັດ
ວຽກໃນອົງການ NASA. ລາວ​ກ່າວ​ວ່າ:

ຢ່າງ​ໃດ​ກໍ​ຕາມ David ​ເວົ້າ​ວ່າ ລາ​ວຕ້ອງ​ໄດ້​ເລິ່ມຕົ້ນໃໝ່​ໝົດ ​ຄື​ກັນກັບ​ທຸກໆ​ຄົນ​ທີ່​ເຂົ້າ​ໄປ​ເຮັດ​ການ​ຢູ່​ໃນ​ພະ​ແນ​ກນີ້ ​ເພາະວ່າ​ວິຊາ​ທີ່ກ່ຽວຂ້ອງກັບ ການ​ສັນຈອນ​ທາງ​ອາກາດ​ນັ້ນ ບໍ່​ແມ່ນ​ວິຊາ​ທີ່​ມີ​ສອນ​ຢູ່​ມະຫາ​ວິທະຍາ​ໄລ ທົ່ວ​ໄປ ຢ່າງ​ໜ້ອຍ​ກໍ​ບໍ່ແມ່ນ​ໃນ​ຂັ້ນ​ປະ​ລິນ​ຍາ​ຕີ. ສະ​ນັ້ນ​ ລາວຈຶ່ງໄດ້ເລິ່ມ ຕົ້ນຈາກສູນ ແລະ​ສະ​ສົມ​ຄວາມ​ຮູ້​ຂຶ້ນ​ໄປ​ໜ້າ​ເລື້ອຍໆ.

David ​ໄດ້ເຂົ້າ​ເຮັດ​ວຽກ​ຢູ່​ສູນ​ກາງຄົ້ນຄວ້າ AMES ຂອງ NASA AMES RESEARCH CENTER ທີ່​ເມືອງ Moffett Field ລັດ California ​ໃນ​ພະ​ແນ​ກລະບົບ​ການບິນ ຫລື Aviation System Division ລາວ​ອະ​ທິບາຍ​ກ່ຽວ​ກັບ​ວຽກ​ລາວ​ວ່າ:

David ກ່າວ​ຕໍ່​ໄປ​ວ່າ ​ໃນ​ມື້​ນຶ່ງໆ​ນັ້ນ ​ແມ່ນມີ​ເຮືອບິນ​ພານິດ​ຂຶ້ນບິນຫລາຍ​ເຖິງ 50 ພັນ​ຖ້ຽວ ຢູ່​ໃນ​ເຂດ​ນ່ານຟ້າ​ແຫ່ງ​ຊາດ​ທັງ​ໝົດ​ຂອງ​ສະຫະລັດ ​ແລະ​ໃນ​ເວລາ​ນຶ່ງໆ ​ແມ່ນ​ມີ​ຮອດ 5 ພັນ​ຖ້ຽວ​ຂຶ້ນບິນ​ພ້ອມ​ກັນ. ສະ​ນັ້ນ ຈຶ່ງມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຄົ້ນຄວ້າ​ຫາ​ວິທີ​ເຮັດ​ໃຫ້​ມີ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນ ​ແລະ​ນັ້ນ​ກໍ​ແມ່ນ​ທີ່​ວຽກ​ງານ​ການ​ຄົ້ນຄວ້າ​ທີ່ David ກໍາລັງ​ເຮັດ​ຢູ່​ກັບ​ບັນດາເພື່ອນຮ່ວມ​ງານ​ທີ່​ສູນ​ຄົ້ນຄວ້າ ທີ່ AMES ຂອງ​ອົງການ​ການບິນ​ແລະອາວະກາດ​ແຫ່ງ​ຊາດ ຫລື NASA ຂອງ​ສະຫະລັດ ​ແຕ່​ໜ້າ​ເສຍດາຍ ທ່ານຜູ້​ຟັງ ທີ່​ເວລາ​ຂອງ​ເຮົາ​ໝົດ​ລົ​ງ​ແລ້ວ​ສໍາລັບ​ມື້​ນີ້ ​ໂອກາດ​ໜ້າ David ຈະ​ມາ​ລົມ​ສູ່​ພວກ​ເຮົາ​ຟັງ​ອີກ​ວ່າ ລາວ​ກໍາລັງ​ຄົ້ນຄວ້າ​ເພື່ອ​ພັດທະນາ​ອັນ​ໃດ​ກັນ​ແທ້ ຫວັງ​ວ່າ​ທ່ານ​ຄົງ​ຈະ​ຕິດຕາມຟັງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG