ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຊະຍາກຳຄຽດຊັງ ອົບພະຍົບ ເພີ່ມສູງຂຶ້ນ ໃນ ເຢຍຣະມັນ


ການປະທ້ວງຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານໃນເມືອງ Dresden ປະເທດ ເຢຍຣະມັນ ຍັງເປັນແຮງບັນດານໃຈສຳລັບການ
ປາບປາມການປະທ້ວງ ແລະ ພາບຕິດກຳແພງຄືກັບຮູບນີ້
ທີ່ກ່າວວ່າ "ນາຊີ ອອກໄປ." 7 ກໍລະກົດ, 2016. (H. Murdock/VOA)
ການປະທ້ວງຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານໃນເມືອງ Dresden ປະເທດ ເຢຍຣະມັນ ຍັງເປັນແຮງບັນດານໃຈສຳລັບການ ປາບປາມການປະທ້ວງ ແລະ ພາບຕິດກຳແພງຄືກັບຮູບນີ້ ທີ່ກ່າວວ່າ "ນາຊີ ອອກໄປ." 7 ກໍລະກົດ, 2016. (H. Murdock/VOA)

ບັນດາເຈົ້າໜ້າທີ່ ເຢຍຣະມັນ ໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນພວກອົບພະຍົບ ແລະ ຜູ້ຂໍລີ້ ໄພໄດ້ຖືກໂຈມຕີເກືອບ 10 ຄັ້ງຕໍ່ມື້ ໃນປີ 2016. ອີງຕາມການກ່າວຂອງກະຊວງ ພາຍໃນ.

ບັນດາເຈົ້າໜ້າທີ່ໄດ້ກ່າວໂດຍອ້າງອີງໃສ່ສະຖິຕິຂອງຕຳຫຼວດວ່າ ໄດ້ມີການໂຈມຕີ ຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານຫຼາຍກວ່າ 3,500 ຄັ້ງ ໃນປີທີ່ຜ່ານມາ, ສົ່ງຜົນໃຫ້ມີຜູ້ບາດ ເຈັບ 560 ຄົນ,​ ລວມທັງເດັກນ້ອຍ 43 ຄົນ.

ຕົວເລກດັ່ງກ່າວໄດ້ຖືກຕີພິມລົງ ເພື່ອຕອບສະໜອງ ຕໍ່ຄຳຖາມຂອງລັດຖະສະພາ ໂດຍທ່ານນາງ Ulla Jelpke, ສະມາຊິຂອງພັກສັງຄົມນິຍົມ Die Linke.

ລັດຖະບານ ເຢຍຣະມັນ ໄດ້ກ່າວວ່າ ພວກເຂົາເຈົ້າ “ກ່າວປະນາມຕໍ່ຄວາມຮຸນແຮງນີ້ ຢ່າງແຮງ.”

ຈົດໝາຍສະບັບໜຶ່ງພິມອອກໂດຍກະຊວງພາຍໃນກ່າວວ່າ “ປະຊາຊົນຜູ້ທີ່ໄດ້ຫຼົບໜີ ຈາກບ້ານເກີດຂອງພວກເຂົາເຈົ້າ ແລະ ກຳລັງຊອກຫາການປົກປ້ອງໃນ ເຢຍຣະ ມັນ ມີສິດ ທີ່ຈະຄາດວ່າ ພວກເຂົາເຈົ້າຈະໄດ້ຮັບທີ່ຢູ່ອາໄສຢູ່ຢ່າງປອດໄພ.”

ພວກເຂົາເຈົ້າໄດ້ກ່າວເພີ່ມເຕີມວ່າ ທຸກຄົນໃນສັງຄົມ ແລະ ການເມືອງຂອງພວກເຮົາມີ ຄວາມຮັບຜິດຊອບອັນດຽວກັນ ເພື່ອຕັ້ງຕົວໃຫ້ຕໍ່ຕ້ານການສະໜັບສະໜູນຢ່າງມິດງຽບ ຫຼື ແມ່ນກະທັ້ງການຍອມຮັບຢ່າງມິດງຽບ ກ່ຽວກັບ ການໂຈມຕີດັ່ງກ່າວໂດຍຄົມກຸ່ມ ນ້ອຍໃນ ສັງຄົມຂອງພວກເຮົາ.

ໂຣກຢ້ານຄົນຕ່າງຊາດທີ່ເພີ່ມຂຶ້ນ ໄດ້ກາຍເປັນຄວາມເປັນຫ່ວງຫຼັກຂອງປະຊາຊົນ ເຢຍຣະມັນ ໃນຂະນະທີ່ການຫຼັ່ງໄຫຼຂອງຜູ້ຍົກຍ້າຍຖິ່ນຖານໃນສອງປີທີ່ຜ່ານມາ ໄດ້ຕິດ ຕາມມາດ້ວຍ ຄວາມໂມໂຫ ແລະ ການໂຈມຕີຕ່າງໆຕໍ່ຜູ້ຂໍລີ້ໄພໃນຫຼາຍລັດທາງພາກຕາ ເວັນອອກຂອງ ປະເທດ, ເຊັ່ນ ລັດ Saxony, ລັດ Saxony-Anhalt ແລະ ລັດ Mecklenburg-Western Pomerania.

ໃນປີ 2015, ເຢຍຣະມັນ ບັນທຶກໄດ້ການກໍ່ຄວາມຮຸນແຮງ 1,408 ຄັ້ງໂດຍພວກສະໜັບ ສະໜູນຫົວນິຍົມຂວາຈັດໃນປີກາຍນີ້, ທີ່ເພີ່ມຂຶ້ນຫຼາຍກວ່າ 42 ເປີເຊັນ, ແລະ 75 ເປີເຊັນ ແມ່ນ ການລອບຈູດໄຟໃສ່ສະຖານທີ່ພັກພາອາໄສຂອງພວກອົບພະຍົບ, ເຊິ່ງເພີ່ມຂຶ້ນ 5 ເທົ່າຕົວຫຼາຍກວ່າປີກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG