ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດ ດາວເຮືອງ ໃຊ້ເງິນ ຫລາຍກວ່າ 100 ຕື້ກີບ ກໍ່ສ້າງ ອາຄານຫຼັງໃໝ່


ພິທີເປີດໂຮງງານຜະລິດກາເຟສໍາເລັດຮູບຂອງບໍລິສັດດາວເຮືອງ
ພິທີເປີດໂຮງງານຜະລິດກາເຟສໍາເລັດຮູບຂອງບໍລິສັດດາວເຮືອງ
ກຸ່ມບໍລິສັດດາວເຮືອງທຸ່ມເງິນທຶນກວ່າ 100 ຕື້ກີບເຂົ້າໃນການ
ກໍ່ສ້າງອາຄານຫຼັງໃໝ່ເພື່ອແລກກັບອາຄານສໍານັກງານຫຼັງເກົ່າ
ຂອງກະຊວງຖະແຫຼງຂ່າວ-ວັດທະນະທໍາແລະທ່ອງທ່ຽວ.

ພິທີວາງສິລາເລີກເພື່ອເລີ່ມການກໍ່ສ້າງອາຄານສູງ 5 ຊັ້ນເທິງ
ເນື້ອທີ່ 2 ເຮັກຕ້າ ຢູ່ຖະໜົນສະຫຼອງວຽງຈັນ 450 ປີ ໄດ້ມີຂຶ້ນ
ຢ່າງເປັນທາງການເມື່ອບໍ່ດົນມານີ້ ໂດຍມີທ່ານ ບໍ່ແສງຄໍາ ວົງ
ດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທໍາແລະ
ທ່ອງທ່ຽວ ພ້ອມດ້ວຍທ່ານສຸກັນ ມະຫາລາດ ເຈົ້າຄອງເຂດນະ
ຄອນວຽງຈັນ ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແລະ
ຄະນະຜູ້ບໍລິຫານຂອງກຸ່ມບໍລິສັດດາວເຮືອງໄດ້ເຂົ້າຮ່ວມໃນ
ພິທີການຄັ້ງນີ້.ໂດຍການກໍ່ສ້າງອາຄານດັ່ງກ່າວນີ້ມີມູນຄ່າລວມຫຼາຍກວ່າ 100 ຕື້ກີບ ຫຼື
ຫຼາຍກວ່າ 12 ລ້ານໂດລາທີ່ເປັນການລົງທຶນທັງ 100% ໂດຍກຸ່ມບໍລິສັດດາວເຮືອງ ເພື່ອ
ແລກປ່ຽນກັບອາຄານສໍານັກງານ ຂອງອົງການທ່ອງທ່ຽວແຫ່ງຊາດຫຼັງປັດຈຸບັນ ທີ່ຕັ້ງຢູ່
ຖະໜົນລ້ານຊ້າງ ທັງນີ້ໂດຍກຸ່ມບໍລິສັດດາວເຮືອງ ຈະດໍາເນີນການກໍ່ສ້າງໃຫ້ສໍາເລັດ
ແລະສົ່ງມອບໃຫ້ເປັນທີ່ທໍາການແຫ່ງໃໝ່ຂອງກະຊວງຖະແຫຼງຂ່າວ-ວັດທະນະທໍາແລະ
ທ່ອງທ່ຽວ ພາຍໃນປີ 2015 ດັ່ງທີ່ ທ່ານບົວເງີນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະ
ຊວງຖະແຫຼງຂ່າວ-ວັດທະນະທໍາແລະທ່ອງທ່ຽວໄດ້ຊີ້ແຈງວ່າ:

ບໍລິສັດດາວເຮືອງເປັນຜູ້ສະໜອງທຸນກໍ່ສ້າງພ້ອມເນື້ອທີ່ດິນ 20 ພັນຕາ
ແມັດ ຊຶ່ງຄິດເປັນຄ່າປະມານ 120 ຕື້ກີບໂດຍການແລກປ່ຽນກັບທີ່ດິນແລະ
ອາຄານຂອງຕຶກທ່ອງທ່ຽວຫຼັງເກົ່າ ອາຄານດັ່ງກ່າວນີ້ຈະສ້າງເປັນຕຶກສູງ 5
ຊັ້ນ ໂດຍຄາດໝາຍວ່າການກໍ່ສ້າງໂຄງການດັ່ງກ່າວນີ້ຢູ່ໃນກໍານົດ 2 ປີ ກໍ
ໝາຍຄວາມວ່າ ຮອດປີ 2015 ການກໍ່ສ້າງນີ້ກໍຈະສໍາເລັດລົງຢ່າງຮຽບຮ້ອຍ.”


ທ່ານບໍ່ແສງຄໍາ ວົງດາຣາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ-ວັດທະນະທໍາແລະ ທ່ອງທ່ຽວ
ທ່ານບໍ່ແສງຄໍາ ວົງດາຣາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ-ວັດທະນະທໍາແລະ ທ່ອງທ່ຽວ

ສ່ວນອາຄານສໍານັກງານຂອງອົງການການທ່ອງທ່ຽວແຫ່ງຊາດ
ລາວນັ້ນ ກຸ່ມບໍລິສັດດາວເຮືອງກໍຈະທໍາການທຸບທໍາລາຍແລ້ວ
ສ້າງເປັນອາຄານ 7 ຊັ້ນ ເພື່ອໃຊ້ເປັນສໍານັກງານໃຫຍ່ແຫ່ງໃໝ່
ຂອງກຸ່ມບໍລິສັດດາວເຮືອງ ໃນໃຈກາງນະຄອນວຽງຈັນຕໍ່ໄປ.

ນອກຈາກການຍົກຍ້າຍໄປຢູ່ອາຄານໃໝ່ຕາມແຜນການດັ່ງກ່າວ
ແລ້ວ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ກໍຍັງໄດ້ຕົກລົງໃຫ້ບໍລິ
ສັດ TK ກໍ່ສ້າງຂົວທາງຈໍາກັດຂອງເອກກະຊົນລາວ ເປັນຜູ້ລົງທຶນ
ກໍ່ສ້າງອາຄານສໍານັກງານແຫ່ງໃໝ່ຂອງໜັງສືພິມປະຊາຊົນ ແລະ
ໜັງສືພິມ Vientiane Times ຢູ່ຖະໜົນກໍາແພງເມືອງໃນເຂດ
ເມືອງສີສັດຕະນາກ ສ່ວນອາຄານຫຼັງເກົ່າຕັ້ງຢູ່ ຖະໜົນປາງຄໍານັ້ນ ກໍຈະຍົກໃຫ້ແກ່ບໍລິສັດ
ດັ່ງກ່າວ ຫຼັງຈາກທີ່ໄດ້ດໍາເນີນການກໍ່ສ້າງອາຄານຫຼັງໃໝ່ສໍາເລັດພາຍໃນປີ 2015 ເຊັ່ນ
ດຽວກັນ.

ການດໍາເນີນການປະຕິບັດໃນແນວທາງດັ່ງກ່າວນີ້ຖືເປັນພາກສ່ວນນຶ່ງໃນແຜນການຍົກ
ຍ້າຍໜ່ວຍງານຕ່າງໆຂອງລັດຖະບານລາວອອກໄປຢູ່ເຂດຮອບນອກຂອງນະຄອນວຽງ
ຈັນ ທີ່ນອກຈາກຈະມີເປົ້າໝາຍເພື່ອເປັນການແກ້ໄຂບັນຫາການຈະລາຈອນທີ່ແອອັດ
ຫຼາຍຂຶ້ນນັບມື້ແລ້ວ ກໍຍັງແນໃສ່ການຕອບສະໜອງຕໍ່ແຜນການແປຊັບສິນຂອງລັດຖະ
ບານໃຫ້ເປັນເງິນທຶນອີກດ້ວຍ.

ສໍາລັບໃນກໍລະນີຂອງການກໍ່ສ້າງອາຄານທີ່ທໍາການໃໝ່ໃຫ້ແ່ກະຊວງຖະແຫຼງຂ່າວດັ່ງ
ກ່າວນີ້ ກໍຄືພາກສ່ວນນຶ່ງຂອງການພັດທະນາທີ່ດິນ ທີ່ຢູ່ທັງ ສອງຟາກຂອງຖະໜົນວຽງ
ຈັນ 450 ປີ ທີ່ທາງການລາວໄດ້ຕົກລົງໃຫ້ບໍລິສັດເອກກະຊົນລາວເປັນຜູ້ລົງທຶນກໍ່ສ້າງ
ຄິດເປັນມູນຄ່າລວມເຖິງ 80 ລ້ານໂດລາ ແລະໄດ້ອະນຸຍາດໃຫ້ບໍລິສັດເອກກະຊົນລາວ
ດັ່ງກ່າວເປັນຜູ້ມີສິດໃນການພັດທະນາແລະສ້າງຜົນປະໂຫຍດຈາກທີ່ດິນທີ່ຢູ່ທັງສອງ
ຟາກຖະໜົນວຽງຈັນ 450 ປີ ທີ່ກວ້າງເບື້ອງລະ 50 ແມັດ ໃນຕະຫຼອດເສັ້ນທາງທີ່ມີ
ຄວາມຍາວ 20 ຫຼັກນັ້ນ.

ແຕ່ຢ່າງໃດກໍຕາມ ການພັດທະນາທີ່ດິນທີ່ຢູ່ທັງສອງຟາກຖະໜົນວຽງຈັນ 450 ປີ ນັບ
ຕັ້ງແຕ່ປີ 2010 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍຍັງຄົງບໍ່ເປັນທີ່ ຕອບຮັບຈາກບັນດາ
ບໍລິສັດເອກກະຊົນຕ່າງໆໃນລາວຢ່າງເທົ່າທີ່ຄວນ ທັງນີ້ ໂດຍມີສາເຫດສໍາຄັນມາຈາກ
ການຕັ້ງລາຄາທີ່ດິນໄວ້ສູງເກີນໄປ ຄືຕັ້ງແຕ່ລາຄາຂັ້ນຕໍ່າ 80 ໂດລາ ຕໍ່ຕາແມັດຂຶ້ນໄປ
ເຖິງ 1,500 ໂດລາ ຕໍ່ຕາແມັດ ຫຼື ແພງກວ່າລາຄາປະເມີນທີ່ໄດ້ຊົດເຊີຍໃຫ້ກັບປະຊາ
ຊົນທີ່ຖືກເວນຄືນໃນເຂດດັ່ງກ່າວຕັ້ງ ແຕ່ 10-150 ເທົ່ານັ້ນເອງ.
XS
SM
MD
LG