ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມືປືນ ຍິງຕຳຫຼວດ 5 ຄົນ ເສຍຊີວິດ ຢູ່ເມືອງ Dallas ລັດເທັກຊັສ


ຕຳຫຼວດເມືອງ Dallas ຄົນນຶ່ງ ທີ່ບໍ່ປະສົງອອກຊື່ ຂະນະທີ່ ທ່ານນາງຢືນຍາມຢູ່ທາງແຍກ ຫລັງຈາກເກີດການຍິງຕຳຫຼວດ ທີ່ໃນເມືອງ Dallas ເມື່ອວັນທີ 8 ກໍລະກົດ 2016.
ຕຳຫຼວດເມືອງ Dallas ຄົນນຶ່ງ ທີ່ບໍ່ປະສົງອອກຊື່ ຂະນະທີ່ ທ່ານນາງຢືນຍາມຢູ່ທາງແຍກ ຫລັງຈາກເກີດການຍິງຕຳຫຼວດ ທີ່ໃນເມືອງ Dallas ເມື່ອວັນທີ 8 ກໍລະກົດ 2016.

ຜູ້​ບັນຊາ​ການ​ຕຳຫຼວດ ທີ່​ເມືອງ Dallas ລັດ​ເທັກ​ຊັສ​ກ່າວ​ໃນ​ຕອນ​ເຊົ້າວັນ​ສຸກມື້ນີ້ວ່າ ຕົນ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ 3 ຄົນ ແລະ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ ຄົນທີ 4 ​ໄດ້ເສຍ​ຊີວິດ ຫຼາຍໆ​ຊົ່ວ​ໂມງ ​ຫຼັງຈາກໄດ້​ມີ​ການ​ເດີນ​ຂະ​ບວນປະທ້ວງ​ແບບ​ສັນຕິຕໍ່ຕ້ານ​ການ​ສັງຫານ​ຜູ້​ຊາຍ​ຜິວ​ດຳ 2 ຄົນຢູ່ໃນ​ລັດ​ອື່ນ ​ໂດຍຕຳຫຼວດຜິວ​ຂາວ​ ​ໄດ້​ລະ​ເບີດ​ຂຶ້ນກາຍ​ເປັນ​ຄວາມ​ວຸ້ນວາຍ.​ ຕຳຫຼວດ 5 ຄົນຂອງ​ຈຳນວນ​ທັງ​ໝົດ 11 ຄົນ ​ທີ່​ຖືກ​ຍິງ ​ໃນ​ເຫດການ​ວຸ້ນວາຍ​ຢູ່​ເມືອງ Dallas ​ໄດ້​ເສ​ຍຊີວິດ.

ຕຳຫຼວດ​ໄດ້​ເຈລະຈາ​ກັບ​ມື​ປືນ​ຄົນທີ 4 ທີ່​ໄດ້​ຍິງ​ຕໍ່ສູ້​ກັບ​ຕຳຫລວດ ​ໃນ​ການ​ປະ​ເຊີນໜ້າຢູ່ ​ບ່ອນຈອດ​ລົດ​ ໃນ​ເຂດ​ໃນ​ກາງ​ເມືອງ​ແຫ່ງ​ນຶ່ງ. ຍັງ​ບໍ່ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ມື​ປືນ​ຄົນ​ນີ້ຍິງ​ຕົວ​ເອງ​ຫຼືຖືກຕຳຫຼວດຍິງ​ຕາຍ.

President Obama's Comment on Dallas Shootings
please wait

No media source currently available

0:00 0:03:40 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຮັກ​ ​ໂອ​ບາ​ມາ ກ່າວໃນ​ວັນ​ສຸກ​ມື້ນີ້ວ່າ ການ​ຍິງ​ກັນ​ດັ່ງ ກ່າວ​ແມ່ນ​ເປັນ​ການ​ໂຈມ​ຕີ ​ທີ່​ຕ່ຳ​ຊ້າ ມີ​ການວາງ​ແຜນ ​ແລ​ະຊົ່ວ​ຮ້າຍ​ຕໍ່​ເຈົ້າໜ້າ​ທີ່​ຕຳຫຼວດ ທີ່​ເຮັດ​ໜ້າ​ທີ່​ຂອງ​ພວກ​ເຂົາ​ເຈົ້າ. ​ໃນ​ການ​ຖະ​ແຫຼງຈາກ​ນະຄອນ​ວໍ​ຊໍ​ ບ່ອນ​ທີ່​ທ່ານໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ເນ​ໂຕ້​ ປະທານາ​ທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ຕຳຫລວດມີ ວຽກ​ງານ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ​ແລະ​ການຍິງ​ກັນນີ້ ​ແມ່ນ​ເປັນ​ການ​ເຕືອນ​ໃຫ້​ຮູ້​ກ່ຽວ​ກັບ​ໄພ​ອັນຕະລາຍ​ທີ່​ຕຳຫຼວດໄດ້ປະ​ເຊີນ​.

ຜູ້ບັນຊາ​ການ​ຕຳຫຼວດ ທ່ານ David Brown ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສຄົນນຶ່ງ ​ທີ່​ຖືກ​ຄຸມ​ຂັງແມ່ນ​ແມ່ຍິງ. ສ່ວນ​ຜູ້​ຕ້ອງສົງ​ໄສ​ອີກ 2 ຄົນ​ກຳລັງ​ຖືກ​ສອບ​ປາກຄຳ​ ທີ່​ທ່ານ Brown ​ເວົ້າ ວ່າ ມີຄົນເຫັນເຂົາເຈົ້່າ​ພ້ອມ​ກັບ​ຖົງ​ລາຍ​ແບບ​ທະຫານ ຈຶ່ງ​ພາ​ໃຫ້​ຕຳຫຼວດຕິດຕາມ​ລົດ​ເຂົາ​ເຈົ້າ​ໄປ.

ທ່ານ Brown ກ່າວ​ຕື່ມ​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສ​ບໍ່ໄດ້​ໃຫ້​ຮ່ອງຮອຍ​ໃດໆ​ກ່ຽວ​ກັບ ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ທຳ​ການ​ໂຈມ​ຕີ​ຕຳຫຼວດ.

ຜູ້​ບັນຊາ​ການ​ຕຳຫຼວດຍັງ​ກ່າວ​ວ່າ ທ່ານ​ຍັງ​ບໍ່​ທັນ​ແນ່​ໃຈ​ຮ້ອຍ​ເປີ​ເຊັນ​ວ່າ ພວກ​ຜູ້ ຕ້ອງ​ສົງ​ໄສ​ທັງໝົດໄດ້​ຖືກ​ຈັບ.​

​ເຈົ້າໜ້​າທີ່​ກ່າວ​ວ່າ ພວກ​ໂຈມ​ຕີ​ແມ່ນ​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ສຸດ​ ​ແລະ​ຖົງ​ທີ່​ສົງ​ໄສ​ນັ້ນ ໜ່ວຍ​ທຳລາຍ​ລະ​ເບີດ​ຂອງ​ເມືອງ Dallas ​ໄດ້​ເຂົ້າ​ໄປ​ກວດ​ເບິ່ງ​ແລ້ວ.

US Police Shooting
please wait
Embed

No media source currently available

0:00 0:01:44 0:00

The Dallas police chief said early Friday three suspects are in custody and authorities say a fourth suspect is dead hours after a peaceful demonstration to protest the slayings elsewhere of two black men by white police officers erupted into chaos.Five of the 11 police officers shot during the chaos in Dallas have died.

Police had been negotiating with the fourth gunman who exchanged gunfire with police in a standoff at a downtown garage.It is not clear if the gunman shot himself or was killed by police.

U.S. President Barack Obama said Friday the shootings were a "vicious, calculated and despicable attack" on officers who were performing their jobs.Speaking in Warsaw where he is attending a NATO summit, Obama said police have "an extraordinarily difficult job" and the shootings are "a wretched reminder" of the hazards police face.

Police Chief David Brown said one of the detained suspects is a female.The other two suspects being interviewed, Brown said, were seen with camouflage bags, prompting officers to follow their car.

Brown said the suspects have not given any indication about why they launched their attack on the officers.

The police chief said he did not have a "complete comfort level" that all the suspects have been detained.

Officials say the attackers had intended widespread damage and a suspicious package has been secured by the city's bomb squad.

Dallas Mayor Mike Rawlings has asked people who work in the downtown area where the shootings occurred to stay away Friday.

Police had issued a photograph of an armed black man in camouflage dress who attended the demonstration as "a person of interest" in Thursday's shooting.The man later turned himself into authorities, who say he was apparently not involved in the shootings.

Police say two snipers opened fire on police during the demonstration that was being held late Thursday to protest the police killings of two black men earlier this week in separate incidents - one in Minnesota, the other in Louisiana.The two killings o

XS
SM
MD
LG