ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງດາໄລ ລາມະຮູ້ສຶກວ່າ ພະອົງ​ເປັນ​ອິດ​ສະລະ ຫລາຍຂຶ້ນກວ່າເກົ່າ(ເບິ່ງວີດີໂອ)


ອົງດາໄລ ລາມະ ໃຫ້ສໍາພາດແກ່ ຜູ້ສື່ຂ່າວ ວີໂອເອ ພະແນກພາສາຈີນກາງ
ອົງດາໄລ ລາມະ ໃຫ້ສໍາພາດແກ່ ຜູ້ສື່ຂ່າວ ວີໂອເອ ພະແນກພາສາຈີນກາງ

ອົງອາໄລລາມະກ່າວວ່າ ເວລານີ້ພະອົງຮູ້ສຶກວ່າ ພະອົງ​ເປັນ​ອິດ​ສະລະຫລາຍຂຶ້ນກວ່າເກົ່າ ນັບຕັ້ງແຕ່ພະອົງ ໄດ້ສະຫລະບົດບາດຂອງພະອົງໃນຖານະເປັນຜູ້ນໍາທາງການເມືອງຂອງ ລັດຖະບານທິເບດພັດຖິ່ນນັ້ນ ຊຶ່ງ ພະອົງກ່າວຕໍ່ໄປວ່າ ບັດນີ້ພະອົງກໍຈະສາມາດອຸທິດ​ເຫື່ອ ​ແຮງພະອົງຊ່ວຍ ເຫລືອພວກອື່ນໆໃຫ້ມີຊີວິດຢູ່ຢ່າງຜາສຸກຫລາຍຂຶ້ນ ແລະຊ່ວຍຊຸກຍູ້ສົ່ງ ເສີມຄວາມຖືກຕ້ອງປອງ​ດອງກັນດ້ານສາສະໜາ.

ຜູ້ນໍາທາງ​ດ້ານຈິດໃຈຂອງຊາວທິເບດ ​ໄດ້​ໃຫ້​ສໍາພາດ​ຂ່າວ​ແກ່ວິທະຍຸວີໂອເອ ພາກພາສີຈີນ
ກາງ​ໃນວັນອັງຄານວານນີ້ ທີ່ນະຄອນຫລວງວໍຊິງຕັນດີຊີ ບ່ອນທີ່ພະອົງ​ໄດ້​ຊົງນໍາພາພວກ
ທີ່ເຄົາລົບນັບຖືພະອົງ ​ໃນ​ການສວດມົນພາວະນາ ​ແລະ​ນັ່ງ​ສະມາທິ ມາ​ເປັນ​ເວລາ​ຫລາຍມື້​ ແລ້ວນັ້ນ.

ອົງດາ​ໄລລາ​ມະກ່າວວ່າ ມັນໃຫ້ຂຶ້ນຢູ່ກັບຄະນະນໍາ​ພາ​ຂອງລັດຖະບານທິເບດພັດຖິ່ນທີ່​ໄດ້ຖືກ ເລືອກຕັ້ງໃໝ່ນັ້ນ ວ່າ ຈະ​ທໍາ​ການເຈລະຈາກັບຈີນຕໍ່​ໄປ​ຫລື​ບໍ່ ແຕ່ພະອົງກໍພ້ອມທີ່ຈະຊ່ວຍ ເຫລືອໄດ້ ຖ້າຫາກຖືກ​ຮ້ອງ​ຂໍ.

ການສະເດັດຢ້ຽມຢາມວໍຊິງຕັນຂອງອົງດາໄລ ລາມະ ຄັ້ງ​ນີ້ນັບວ່າເປັນເທື່ອທໍາອິດ ນັບຕັ້ງ ແຕ່ພະອົງໄດ້ຖອນອອກ​ຈາກບົດບາດທາງການເມືອງ ຂອງພະອົງໃນເດືອນມີນາຜ່ານມາ.
ໃນ​ປີ​ກາຍ​ນີ້ ການພົບ​ປະກັນລະຫວ່າງອົງດາໄລ ລາມະ ກັບປະທານາທິບໍດີບາຣັກ ໂອບາ
ມາ ທີ່ທໍານຽບຂາວ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ຈີນ ເຖິງແມ່ນທາງລັດຖະບານໂອບາມາ
ໄດ້ພະຍາຍາມຢ່າງ​ໃຫຍ່ ​ເພື່ອ​ທີ່ຈະ​ບໍ່​ໃຫ້​ເປັນຂ່າວດັງ​ຫລາຍກໍຕາມ.

ຍັງເຫລືອເວລາອີກພຽງສີ່ມື້ ​ໃນການຢ້ຽມຢາມຂອງພະອົງໃນຄັ້ງນີ້ ​ແຕ່​ກໍ​ຍັງ​ບໍ່​ໄດ້ມີ​ການ ປະກາດອອກ​ມາຢ່າງ​ເປີດ​ເຜີຍຈາກທໍານຽບຂາວ​ເທື່ອ​ວ່າ ປະທານາທິບໍດີ​ໂອ​ບາ​ມາມີແຜນ ການຈະພົບປະກັບພະອົງ ຫລື​ບໍ່.

ອົງດາໄລ ລາມະ ບອກກັບວີໂອເອ ວ່າ ຖ້າພະອົງມີໂອກາດ ພະອົງກໍຈະດີໃຈທີ່ຈະໄດ້ພົບ ປະກັບປະທານາທິບໍດີໂອບາມາ. ຢ່າງ​ໃດ​ກໍ​ຕາມ ພະອົງຊົງກ່າວວ່າ ເຫດຜົນໃຫຍ່​ໃນການ ສະເດັດມາຢ້ຽມຢາມສະຫະລັດໃນຄັ້ງນີ້ ກໍແມ່ນເພື່ອສິດສອນສາສະໜາພຸດ.

XS
SM
MD
LG