ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ່ມີພັກໃດຊະນະເດັດຂາດ ໃນການເລືອກຕັ້ງ ຢູ່ ສ. Czech (ວີດີໂອ)


czech elections
please wait
Embed

No media source currently available

0:00 0:00:40 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ຜົນການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ຂອງສາທາລະນະ​ລັດ
Czech ​ເມື່ອ​ວັນເສົາ​ວານ​ນີ້ ປະກົດ​ວ່າ ບໍ່​ມີ​ພັກ​ໃດ​ໄດ້​ຊະນະ​
ຄະ​ແນນ​ສຽງ​ສ່ວນຫຼາຍ ຊຶ່ງ​ສໍ່​ສະ​ແດງເຖິງ​ຄວາມ​ເປັນ​ໄປ​ໄດ້
ທີ່​ວ່າ​ຈະ​ມີການ​ເຈລະຈາ​ຕໍ່​ຮອງ​ກັນ​ຢ່າງ​ຍາວນານ ເພື່ອ​ຈັດ​ຕັ້ງ​
ລັດຖະບານ​ຜະສົມຂຶ້ນ​ນັ້ນ.

ພັກຊ້າຍ​ຈັດ ສັງ​ຄົມ​ປະຊາທິປະ​ໄຕ ມາ​ໃນ​ອັນ​ດັບ​ນຶ່ງ ​ໂດຍໄດ້
​ຄະ​ແນນ ສຽງຫຼາຍກວ່າ 20 ​% ​ແຕ່ແມ່ນ​ພັກ​ທີ່​ຕັ້ງ​ຂຶ້ນ​ໃໝ່ ANO
ທີ່ຕໍ່ຕ້ານ​ ກາ​ນສໍ້​ລາດບັງຫຼວງນັ້ນ ທີ່​ໄດ້​ຮັບ​ຄະ​ແນນ​ສູງ​ຢ່າງ​ໜ້າ
ແປກ​ໃຈ ຄື​ຊະນະ​ອັນ​ດັບ​ສອງ ດ້ວຍຄະ​ແນນ​ເກືອບ 19 ​% ​ໃນ
​ຂະນະ​ທີ່ພັກ Communists ​ພັນ​ທະ​ມິດ​ຂອງ​ພັກ ສັງຄົມ​ປະຊາ
ທິປະ​ໄຕ ຫຼື Social Democrats ນັ້ນ ມາ​ໃນ​ອັນ​ດັບ​ສາມ ດ້ວຍ​
ຄະ​ແນນ​ສຽງ​ເກືອບ 15 ​%.

ພັກ​ຄອມ​ມີ​ວນີສ ບໍ່​ເຄີຍໄດ້ຮ່ວມ​ຢູ່​ໃນ​ລັດຖະບານ​ປະສົມ​ຊຸດ​ໃດ ມາ​ຕັ້ງ​ແຕ່​ການ​ປະຕິວັດ Velvet Revolution ​ເມື່ອ​ປີ 1989 ທີ່​ໄດ້​ສິ້ນ​ສຸດ​ການ​ປົກຄອງ​ຂອງລະບອບ​ຄອມ​ມີວນີສ ​
ເປັນ​ເວລາ 40 ປີ ຢູ່​ໃນ​ປະ​ເທດທີ່​ມີ​ຊື່​ໃນ​ເວລາ​ນັ້ນວ່າ Czechoslovakia ຊຶ່ງ​ໄດ້​ແບ່ງເປັນ
ສອງ​ປະ​ເທດ​ໃນ​ເວລາ​ຕໍ່​ມາ ຄື​ສາທາລະນະ​ລັດ Czech ​ແລະ Slovakia.

ຜົນ​ການ​ເລືອກ​ຕັ້ງ ໝາຍ​ເຖິງ​ວ່າ ພັກ Social Democrats ຈະ​ບໍ່​ສາມາດ​ຈັດ​ຕັ້ງ​ລັດຖະ
ບານ​ຜະສົມ ດ້ວ​ຍການສະໜັບສະໜຸນ​ຈາກ​ພັກ​ຄອມ​ມີ​ວນີສ​ແຕ່​ພຽງ​ພັກ​ດຽວ ດັ່ງ​ທີ່ໄດ້ຫວັງ
​ໄວ້​ນັ້ນ ຂຶ້ນ​ໄດ້.

ລັດຖະບານ​ຜະສົມ​ຊຸດກ່ອນ​ຂອງ​ປະ​ເທດໃນ​ພາກ​ກາງ​ຂອງ​ຢູ​ໂຣບ​ແຫ່ງນີ້ ​ໄດ້​ພັງ​ທະລາ​ຍ
ລົງ​ເມື່ອ​ເດືອນ​ມິຖຸນາ​ຜ່ານ​ມາ ທ່າມກາງຂ່າວ​ນອງ​ນັນ​ກ່ຽວ​ກັບ​ການຈາລະ​ກໍາ ​ແລະ ການ​
ກ່າວ​ຫາເລື້ອງ​ການສໍ້​ລາດ​ບັງຫຼວງຢ່າງ​ໃຫຍ່​. ສ່ວນອີກ​ສອງ​ພັກ​ໃນ​ລັດຖະບານ​ປະສົມ​
ຊຸດ​ກ່ອນ ຄື​ພັກ Civil Democrats ນັ້ນ ໄດ້​ຮັບ​ຄະ​ແນນ​ສຽງ​ ບໍ່​ຮອດ​ແປດ​ເປີ​ເຊັນ ​ແລະ​ພັກ TOP 09 ​ໄດ້​ຕໍ່າ​ກ່ວາ 12 ​ເປີ​ເຊັນ.
XS
SM
MD
LG