ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫລາຍເຂດຂອງຢູໂຣບ ປະສົບກັບ ໄພນໍ້າ​ຖ້ວມ ຢ່າງໜັກ (ວີດິໂອ)


ນໍ້າຖ້ວມໃຈກາງເມືອງ Passau, ທາງພາກໃຕ້ຂອງເຢຍລະມັນ, ວັນທີ 3 ມິຖຸນາ 2013.
ນໍ້າຖ້ວມໃຈກາງເມືອງ Passau, ທາງພາກໃຕ້ຂອງເຢຍລະມັນ, ວັນທີ 3 ມິຖຸນາ 2013.
ຫຼາຍໆເຂດຂອງ​ເຢຍຣະ​ມັນ ອ໊ອສ​ເຕຣຍ ​ແລະ ສາທາລະນະ​ລັດ
Czech ​ກໍາລັງ​ຢູ່​ໃນ​ທ່າ​ລະວັງໄພນໍ້າ​ຖ້ວມ ​ໃນ​ລະດັບ​ສູງ ​
ໃນ​ຂະນະ​ທີ່​ລະດັບ​ນໍ້າທີ່​ສູງ​ຂຶ້ນ​ເລື້ອຍໆ ​ພວມ​ຄຸກ​ຄາມ​ຫຼາຍ​ໆ
ເມືອງ ແລະໄດ້​ຂັບ​ໄລ່​ຜູ້​ຄົນຫຼາຍ​ພັນ​ຄົນ​ ອອກ​ຈາກ​ບ້ານ​ເຮືອນ​
ຂອງ​ພວກ​ເຂົາ​ເຈົ້າ.

ມີຢ່າງ​ນ້ອຍ 8 ຄົນໄດ້ເສຍຊີວິດໃນທົ່ວຂົງເຂດ ຍ້ອນນໍ້າຖ້ວມ
​ໂຮມ​ທັງລາຍນຶ່ງທີ່​ເສຍ​ຊີວິດຍ້ອນດິນເຈື່ອນໃນອ໊ອສ​ເຕຣຍ.
ຝູງເປັດລອຍຢູ່ໜ້ານໍ້າ ທີ່ຖ້ວມຮູບປັ້ນຂອງທ່ານ Sri Chinmoy ໃນນະຄອນຫລວງປຣາກ ສາທາລະນະລັດCzech.
ຝູງເປັດລອຍຢູ່ໜ້ານໍ້າ ທີ່ຖ້ວມຮູບປັ້ນຂອງທ່ານ Sri Chinmoy ໃນນະຄອນຫລວງປຣາກ ສາທາລະນະລັດCzech.

ໃນ​ນະຄອນຫລວງ Prague ຂອງສາທາລະນະ​ລັດ Czech
ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ພາກັນ​ສ້າງ​ຄູ​ກັ້ນ​ນໍ້າ ຕາ​ມ​ແຄມ​ແມ່ນໍ້າ
Vltava ທີ່ໄດ້​ເລີ່​ມໄຫລເຂົ້າ​ຖ້ວມໃຈກາງ​ຂອງ​ເມືອງ​ປະຫວັດ
ສາດ​ແຫ່ງ​ນັ້ນ​ ແລ້ວ. ​ໂຮງ​ຮຽນ​ແລະ​ສະຖານ​ນີລົດ​ໄຟ​ໄດ້​
ປິດລົງໝົດ ຫລັງ​ຈາກ ທາງ​ການ​ໄດ້​ປະ​ກາດ​ ສະພາວະ​ສຸກ​ເສີນ.

ນໍ້າ​ຖ້ວມ​ຍັງ​ໄດ້​ກະທົບ​ພາກ​ໃຕ້​ ແລະ​ພາກຕາ​ເວັນ​ອອກ​ຂອງ
​ເຢຍຣະມັນ ​ໃນ​ເມືອງ Passau ທີ່ມີແມ່​ນໍ້າ 3 ສາຍ ​ໄຫລມາ
​ບັນຈົບ​ຄົບກັນນັ້ນ ລະດັບນໍ້າ​ແມ່ນ​ໄດ້​ກາຍ​ຂີດ​ຂອງລະດັບ​
ນໍ້າ​ຖ້ວມ ເມື່ອ​ປີ 1954 ນັ້ນ​ແລ້ວ.

ຜູ້​ຄົນຫຼາຍ​ພັນ​ຄົນ​ ໄດ້​ອົບ​ພະຍົບ ອອກ​ຈາກ​ບ້ານ​ເຮືອນ​ຂອງ
​ພວກ​ເຂົາ​ເຈົ້າ ໃນ​ຂະນະ​ທີ່​ພວກ​ກູ້​ໄພໄດ້​ໃຊ້​ເຮືອ​ເພື່ອໄປລໍາລຽງ​ເອົາ​ພວກ​ທີ່​ຍັງ​ຕິດ​ຄ້າງ​ຢູ່.

ນໍ້າຖ້ວມ ໃນຢູໂຣບ, ວັນທີ 4 ມິຖຸນາ 2013.
please wait

No media source currently available

0:00 0:00:59 0:00
XS
SM
MD
LG