ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Cyprus ຫາທາງ ກອບກູ້ ທະນາຄານ ທີ່ປະສົບບັນຫາ ຂອງຕົນ (ວີດິໂອແລະສະໄລດ໌)


ຄຸນພໍ່ຊາວ Greek ຍ່າງຜ່ານທະນາຄານແຫ່ງຊາດ ໄຊປຣັສ ຢູ່ນະຄອນຫລວງ Athens ຂອງ Greek ໃນວັນທີ 19 ມີນາ 2013.
ຄຸນພໍ່ຊາວ Greek ຍ່າງຜ່ານທະນາຄານແຫ່ງຊາດ ໄຊປຣັສ ຢູ່ນະຄອນຫລວງ Athens ຂອງ Greek ໃນວັນທີ 19 ມີນາ 2013.
ພວກຜູ້ແທນໃນ Cyprus ກໍາລັງປຶກສາຫາລືກັນ ເພື່ອຈະດັດ
ແກ້ກົດໝາຍທີ່ຈະສ້າງກອງທຶນກອບກູ້ທະນາຄານທີ່ເປັນບັນ
ຫາຂອງ Cyprus ຊຶ່ງເປັນປະເທດນ້ອຍໆນັ້ນ.

ຮ່າງກົດໝາຍສະບັບນຶ່ງ ທີ່ຢູ່ໃນຂັ້ນປຶກສາຫາລືກັນ ຈະເກັບພາ
ສີຕໍ່ການຝາກເງິນ ໃນບັນຊີຝາກປະຢັດ ໃນອັດຕາທີ່ແຕກຕ່າງ
ກັນໄປ ໂດຍຂຶ້ນກັບຈໍານວນເງິນຢູ່ໃນບັນຊີ. ບັນຊີທີ່ມີເງິນຫລາຍ
ກວ່າ 131 ພັນໂດລາ ຈະໄດ້ຖືກເກັບພາ ສີໃນອັດຕາ 9.9% ໃນ
ຂະນະທີ່ບັນຊີທີ່ມີເງິນລະຫວ່າງ 25 ພັນ ຫາ 131 ພັນໂດລາ ຈະ
ຖືກເກັບໃນອັດຕາ 6.75%. ສ່ວນບັນຊີທີ່ມີເງິນຕໍ່າກວ່າ 25 ພັນ
ໂດລາ ແມ່ນບໍ່ໄດ້ເສຍພາສີໃດໆ.

ລະດັບອັດຕາພາສີທີ່ຕ່າງກັນ ແມ່ນການດັດແກ້ແຜນການທີ່ໄດ້ເຮັດໃຫ້ມີການຮ້ອງທຸກ
ກັນຢູ່ທົ່ວ Cyprus ຍ້ອນວ່າແຜນນັ້ນ ຈະເກັບພາສີຕໍ່ບັນຊີທະນາຄານໝົດທຸກບັນຊີ
ແມ່ນກະທັ້ງຂອງພວກທີ່ທຸກຍາກທີ່ສຸດ.

ທະນາຄານ Cyprus ປິດກິດຈະການຈົນຮອດວັນພະຫັດ ເພື່ອຫລີກລ້ຽງບໍ່ໃຫ້ພວກນັກ
ລົງທຶນທີ່ຕື່ນຕົກໃຈພາກັນຖອນເງິນສົດຂອງພວກເຂົາເຈົ້າອອກ.

ໃນວັນຈັນມື້ນີ້ຕະຫລາດຮຸ້ນໃນທົ່ວໂລກໄດ້ຕົກວາບລົງ ເພາະການເກັບພາສີໄດ້ເຮັດ
ໃຫ້ພວກນັກລົງທຶນເກີດຄວາມວຸ້ນວາຍ.

ການເກັບພາສີຕໍ່ການເອົາເງິນຝາກທະນາຄານ ແມ່ນເປັນສ່ວນນຶ່ງຂອງການໃຫ້ຄວາມ
ຊ່ວຍເຫຼືອບັນເທົາໜີ້ສິນ 13 ພັນລ້ານໂດລາ ເພື່ອໃຫ້ປະເທດເກາະ ຢູ່ ໃນເຂດທະເລ
ເມດີແຕຣາເນແຫ່ງນີ້ ບໍ່ປະສົບກັບການລົ້ມລະລາຍ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

ວີດິໂອກ່ຽວຂ້ອງ ກັບສະພາບການ ໃນໄຊປຣັສ
please wait

No media source currently available

0:00 0:00:43 0:00
ລິງໂດຍກົງ


ເສດຖະກິດຂອງ Cyprus ແມ່ກວມເອົາພຽງແຕ່ພາກສ່ວນນ້ອຍໆຂອງເສດຖະ ກິດຢູ່
ໃນເຂດທີ່ໃຊ້ເງິນຢູໂຣ ແຕ່ບໍ່ມີປະເທດໃດທີ່ໄດ້ຮັບການຊ່ວຍເຫຼືອບັນເທົາໜີ້ສິນຜ່ານ
ມາ ຄື Greece, Portugal, Ireland ແລະ Spain ເກັບພາສີ ເງິນຝາກແບບປະຢັດ
ມາກ່ອນ.

ສະໄລດ໌ສະພາບການໃນໄຊປຣັສ:

XS
SM
MD
LG