ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຊປຣັສ ປະກາດວ່າ ຈະບໍ່ຖອນໂຕ ຈາກກຸ່ມ ໃຊ້ເງິນຢູໂຣ (ສະໄລດ໌)


ທ່ານ Nicos Anastasiades ກ່າວ​ໃນ​ວັນສຸກ​ມື້​ນີ້ວ່າ ​ໄຊ​ປຣັສ
ບໍ່​ມີ​ຄວາມ​ຕັ້ງ​ໃຈຖອນ​ໂຕ ອອກ​ຈາກ​ກຸ່ມ​ປະ​ເທດ​ທີ່​ໃຊ້ເງິນ​ຢູ​ໂຣ.
ທ່ານ Nicos Anastasiades ກ່າວ​ໃນ​ວັນສຸກ​ມື້​ນີ້ວ່າ ​ໄຊ​ປຣັສ ບໍ່​ມີ​ຄວາມ​ຕັ້ງ​ໃຈຖອນ​ໂຕ ອອກ​ຈາກ​ກຸ່ມ​ປະ​ເທດ​ທີ່​ໃຊ້ເງິນ​ຢູ​ໂຣ.
ປະທານາທິບໍດີ​ໄຊ​ປຣັສ ກ່າວ​ວ່າ ປະ​ເທດ​ເກາະ​ຂອງ​ທ່ານ
ຈະບໍ່​ອອກ​ຈາກ​ກຸ່ມ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ. ທ່ານ Nicos
Anastasiades ກ່າວ​ໃນ​ວັນສຸກ​ມື້​ນີ້​ ທີ່ກອງ​ປະຊຸ​ມລັດຖະ
ກອນ ທີ່​ນະຄ​ອນຫລວງ Nicosia ວ່າ ​ໄຊ​ປຣັສບໍ່​ມີ​ຄວາມ
​ຕັ້ງ​ໃຈ ທີ່​ຈະ​ຖອນ​ໂຕອອກ​ຈາກ​ກຸ່ມ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວຂອງປະທານາທິບໍດີ​ໄຊ​ປຣັສ ມີ​ຂື້ນ​ຫຼັງ​ຈາກ ທະນະ​ຄານ
ຕ່າງໆ​ໃນ​ໄຊ​ປຣັສ​ໄດ້​ເປີດ​ເປັນ​ຄັ້ງ​ທໍາ​ອິດ ລຸນຫລັງ​ທີ່​ໄດ້​ປິດ ມາເກືອ​ບສອງ​ອາທິດ​ ​ໃນ​ຂະນະ​ທີ່ລັດຖະບານ ​ໄດ້ເຈລະຈາ​ເພື່ອ​ກູ້ຢືມ 13 ພັນ​ລ້ານ​ໂດ​ລາ​ຈາກ​ບັນດາປະ​ເທດ
ເພື່ອນ​ບ້ານ ທະ​ນາຄາ​ນກາງ​ຢູ​ໂຣບ ​ແລະ​ກອງ​ທຶນ​ສາກົນ ຫລື IMF​ ​ເພື່ອ​ປ້ອງ​ກັນ
​ການ​ລົ້ມ​ລະລາຍ.

​ໃນ​ພາກສ່ວນກ່ຽວ​ກັບ​ການ​ໃຫ້ເງິນ​ກູ້​ຢືມນັ້ນ ບັນດາ​ຜູ້​ຝາກ​ເງິນ​ໃນທະນາ ຄານ​ໄຊ​ປຣັສ ​ຊຶ່ງ​ນັບ​ວ່າເປັນ​ຄັ້ງ​ທໍາ​ອິດ​ໃນການ​ຮັບ​ມື​ກັບ​ການ​ແກ້​ໄຂ​ວິ ກິດ​ການ​ໜີ້ສິນ​ໃນຢູ​ໂຣບນັ້ນ ​ໄດ້ຖືກ​ບັງ​ຄັບ​ໃຫ້​ຮັບ​ເອົາ​ຄ່າ​ໃຊ້​ຈ່າຍ​ກ່ຽວ ກັບ​ແຜນການຊ່ອຍ​ກອບ​ກູ້ບາງ​ຢ່າງ ທີ່ແນ​ໃສ່​ເພື່ອ​ໃຫ້​ປະ​ເທດ​ດັ່ງກ່າວ​ສາມາດ​ຊຳລະ​ໜີ້ສິນ​ໄດ້.

​ໄຊ​ປຣັສ ​ໄດ້ເຫັນ​ດີ​ໃຫ້ຍຶດ​ເອົາ 40 ​ເປີ​ເຊັນ ຫລື​ຫລາຍ​ກວ່ານັ້ນຈາກ ບັນຊີເງິນ​ຝາກ​ທີ່
ມີ​ເງິນ​ຫຼາຍກວ່າ​ 130,000 ​ໂດ​ລາຂຶ້ນ​ໄປ ທີ່​ບໍ່​ມີ​ການ​ຄໍ້າປະກັນ​ ເພື່ອ​ຊ່ວຍ​ເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກອບ​ກູ້​ທະນາຄານ.

ການ​ຕົກລົງ​ທີ່​ວ່າ​ນີ້ ຍັງບັງຄັບ​ໃຫ້​ມີ​ການ​ຈັດ​ຕັ້ງທະນາຄານກາງ​ໄຊ​ປຣັສ​ໃໝ່ ທີ່​ເປັນຜູ້​ໃຫ້​ເງິນ​ກູ້​ຢືມ​ໃຫຍ່​ທີ່​ສຸດນັ້ນ. ທະນະຄານດັ່ງກ່າວ​ຈະຮັບ​ເອົາຊັບ​ສິນຈໍານວນ​ນຶ່ງ​ຂອງ
ທະນາຄານ ມະຫາຊົນ​ໄຊ​ປຣັສ ຊຶ່ງ​ເປັນ ທະນາຄານ​ໃຫຍ່​ອັນ​ດັບ​ສອງ ທີ່ຮູ້ກັນໃນອີກຊື່ນຶ່ງວ່າ Laiki ຊຶງຍັງຖືກປິດຢູ່ໃນເວລານີ້.

XS
SM
MD
LG