ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຊປຣັສ ໄດ້ຮັບເງິນ ຊ່ວຍບັນເທົາ ໜິ້ສິນ ໃນມູນຄາ 13 ພັນລ້ານໂດລາ


ຜູ້ຍິງຄົນນຶ່ງຢ່າງຜ່ານ ສາຂາ ທະນາຄານ Cyprus Bank ທີ່ Nicosia
ຜູ້ຍິງຄົນນຶ່ງຢ່າງຜ່ານ ສາຂາ ທະນາຄານ Cyprus Bank ທີ່ Nicosia
ບັນດາ​ລັດຖະມົນຕີການ​ເງິນເຂດ​ໃຊ້​ເງິນຢູ​ໂຣ​ ແລະອົງການ​
ກອງ​ທຶນສາກົນ (IMF) ​ໄດ້​ບັນລຸ​ການ​ຕົກລົງ ​ເພື່ອ​ໃຫ້​ເງິນກູ້
​ຢືມ​ແກ່ Cyprus ທີ່ພວມ​ຕ້ອງການ ​ເງິນ​ໃນ​ເວລາ​ນີ້ ໃນ​ມູນ​
ຄ່າ 13 ພັນລ້ານ​ໂດ​ລາ ​ເພື່ອ​ຫລີກ​ລ້ຽງ​ການລົ້ມ​ລະລາຍ.

ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ບັນລຸ​ກັນ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ຫລັງ​ຈາກ​ໄດ້​ມີ​ການ​ເຈ ລະ​ຈາ​ຫາລື​ກັນ​ເປັນ​ເວລາ 10 ຊົ່ວ​ໂມງ​.

ປະທານ​ຂອງ​ກຸ່ມ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ ຄື​ລັດຖະມົນຕີ​ການ​ເງິນ​ຂອງ​ໂຮ​ນລັງ​ທ່ານ Jerome Dijsselbloem ກ່າວ​ວ່າ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ວ່າ​ນີ້ແມ່ນ​ໄດ້​ຮັບ ການ​ອະນຸມັດ ​ເພື່ອ​ຄຸ້ມ​ຄອງ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເງິ​ນ ຢູ່​ໃນ Cyprus ​ແລະ​ໃນ​ເຂດ​ຢູ​ໂຣນຳ​ດ້ວຍ.

Cyprus ​ໄດ້ປະສົບກັບ​ວິ​ກິດ​ການ​ທາງ​ດ້ານ​ການເງິນ ທີ່​ໄດ້​ຊຸດ​ໂຊມ​ລົງ​ຍ້ອນ ຈາກ​ສະຖານະ​ການ​ໃນກຣີສ.

ລັດຖະບານ​ Cyprus ໄດ້​ຊອກ​ຫາ​ຊ່ອງທາງ​ການ​ຊ່ວຍ​ເຫລືອ​ຈາກ​ນາໆ​ຊາດ ​ເພາະ
ວ່າທະນາຄານ ​Cyprus ​ໄດ້​ຮັບ​ຄວາມ​ເສຍ​ຫາ​ຍຢ່າງ​ໜັກຍ້ອນ​ການ​ປັບ ປ່ຽນ​ໂຄງ​
ສ້າງ​ໃໝ່​ ໃນ​ດ້ານໜີ້​ສິນ​ຂອງ​ກຣີສ. Cyprus ຊຶ່ງ​ເປັນປະ​ເທດເກາະ ດອນ​ໄດ້​ຖືກ
ຕັດຂາດ​ຈາກ​ຕະຫລາດ​ການ​ເງິນ​ນາໆ​ຊາດ ຕັ້ງ​ແຕ່​ເດືອນພຶດສະພາ ປີ 2011 ​ເປັນ
ຕົ້ນມານັ້ນ ຕົ້ນຕໍ​ແລ້ວ​ໄດ້​ຮ້ອງ​ຂໍການ​ຊ່ວຍ​ເຫລືອ 22 ພັນ​ລ້ານ​ໂດ​ລາ.

Cyprus ​ເປັນ​ສະມາຊິກ​ປະ​ເທດທີ​ຫ້າ ທີ່ໄດ້​ຮັບ​ການ​ຊ່ວຍ​ເຫຼືອບັນ​ເທົາໜີ້​ສິນ ຈາກ​ 16 ປະ​ເທດ​ພາຄີ​ຂອງ​ເຂດ​ຢູ​ໂຣ ​ໃນວິ​ກິດ​ການ​ໜີ້ສິນ​ທີ່​ດຳ​ເນີນ​ມາ​ເປັນ ​ເວລາ​ສາມ​ປີ​.
XS
SM
MD
LG