ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວໄຊປຣັສເທີກີປ່ອນບັດ ເອົາຜູ້ນຳຄົນໃໝ່


ຊາວ​ໄຊ​ປຣັສໃນ​ເຂດ​ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ເທີ​ກີ ພາກັນ​ໄປ​ປ່ອນ​ບັດ​ໃນວັນ​ອາທິດ​ມື້​ນີ້ ​ໃນ​ກາ​ນ​ເລືອກ​ຕັ້ງທີ່​ອາດ​ສາມາດ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່ຫລວງ​ ຕໍ່​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ເທີ​ກີ ​ໃນ​ການ​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບນັ້ນ.

ຊາວ​ໄຊ​ປຣັສປະມານ 164 ພັນ​ຄົນ ພາກັນ​ປ່ອນ​ບັດ​ເອົາ​ຜູ້ນຳ​ຄົນ​ໃໝ່ຢູ່​ ໃນ​ເຂດ​ພາກ​ເໜືອ​ຂອງ​ເກາະ. ການ​ປ່ອນບັດ​ມີ​ກຳໜົດ​ອັດ​ລົງ​ໃນ​ເວລາ 6 ​ໂມງ​ແລງ​ຕາມ​ເວລາ​ທ້ອງ​ຖິ່ນ ໂດຍຄາດ​ວ່າ​ຜົນ​ການ​ເລືອກ​ຕັ້ງ ຈະ​ມີ​ການ​ປະກາດ​ໃຫ້​ຮູ້​ໃນ​ຕອນ​ເດິ​ກຄືນ​ນີ້.

ຜົນ​ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ວ່າ ​ໄຊຊະນະ​ຈະ​ຕົກ​ເປັນ​ຂອງ​ທ່ານ DERVIS EROGLU ທີ່​ສະ​ນັບ​ສະ​ນູນ​ເອກ​ກະລາດ ສຳລັບ​ເຂດ​ພາກ​ເໜືອ​ຂອງ​ເກາະ​ໄຊ​ປຣັສ ທີ່​ຕັ້ງຢູ່​ໃນ​ທະ​ເລ​ເມ​ດີ​ເທີ​ເຣ ນຽນນັ້ນ ແລະ​ປະຕິ​ເສດ​ການ​ເຕົ້າ​ໂຮມ​ຄືນ​ເຂົ້າກັບ​ເຂດ​ພາກ​ໃຕ້​ຂອງ​ເກາະ ທີ່​ນິຍົມປະ​ເທດ​ເກຣັກ ຊຶ່ງຜູ້ນຳ​ຄົນ​ປັດຈຸບັດຂອງເຂດຊາວ​ໄຊ ປຣັສ​ເທີ​ກີ ທ່ານ MEHMET ALI TALAT ​ໄດ້​ພະຍາຍາມ​ທຳ​ການ ​ເຈລະຈາທີ່​ເຊື່ອງ​ຊ້າ​ເລື່ອງ​ການ​ທ້ອນ​ໂຮມ​ເຂົ້າກັນນັ້ນ ກັບທ່ານ DIMITRIS CHRISTOFIAS ຜູ້ນຳ​ເຂດ​ພາກ​ໃຕ້ຫລື​ເຂດ​ໄຊ​ປຣັສ​ເກຣັກນັ້ນ ມາຕັ້ງ​ແຕ່​ປີ 2008 ​ແລ້ວ.

ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ທີ່​ມີ​ມາ​ເປັນ​ເວລາ 36 ປີລະ​ວ່າງ​ສອງ​ເຂດນີ້ ​ເປັນ​ເງື່ອນ​ໄຂ​ທີ່​ເທີ​ກີ​ຈະ​ຕ້ອງ​ແກ້​ໃຫ້​ຕົກ​ແຕກ ກ່ອນ​ທີ່​ຈະ​ໄດ້​ ເຂົ້າ​ເປັນ​ສະມາຊິກ​ໃນສະຫະພາບຢູ​ໂຣບ.

XS
SM
MD
LG