ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຊປຣັສ ສືບຕໍ່ ຊອກຫາເງິນ 7 ພັນ 500 ລ້ານໂດລາ (ວີດີໂອ)


ໄຊປຣັສ ກໍາລັງຊອກຫາເງິນ 7 ພັນ 500 ລ້ານໂດລາໃຫ້ທັນກໍາ ໜົດ ໃນວັນຈັນຈະມາເຖິງນີ້
ໄຊປຣັສ ກໍາລັງຊອກຫາເງິນ 7 ພັນ 500 ລ້ານໂດລາໃຫ້ທັນກໍາ ໜົດ ໃນວັນຈັນຈະມາເຖິງນີ້
ບັນດາ​ຜູ້​ນໍາ​ໄຊ​ປຣັສ ມີ​ກຳນົດ​ຈະ​ປະຊຸມ​ກັນ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​
ຄວາມ ພະຍາຍາມອີກ​ຄັ້ງນຶ່ງ ​ເພື່ອ​ຊອກຫາ​ເງິນ​ 7 ພັນ 500 ​
ລ້ານ​ໂດ​ລາໃຫ້ ​ທັນ​ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນເສັ້ນຕາຍທີ່
​ຕັ້ງ​ໄວ້​ໂດຍສະຫະພາບ ຢູ​ໂຣບ ​ເພື່ອ​ເປັນເງື່ອນ​ໄຂ​ໃນ​ການ
​ຊ່ວຍກອບ​ກູ້ໄຊ​ປຣັສ ປະ​ເທດ​ເກາະ ທີ່​ກຳລັງ​ປະ​ເຊີນ​ກັບ​ບັນ
ຫາ​ໜີ້ສິນ​ນັ້ນ.

ການເຈລະຈາ​ລະຫວ່າງໄຊ​ປຣັສ​ແລະຣັດ​ເຊຍ ​ກ່ຽວ​ກັບ​ຄວາມເປັນ
​ໄປ​ໄດ້ໃນ​ການ​ໃຫ້​ເງິນ​ກູ້​ຢືມ​ ​ໄດ້​ສີ້​ນສຸດ​ລົງ​ໃນ​ວັນ​ສຸກ​ມື້​ນີ້ ​ໂດຍປາສ
ຈາກ ​ການ​ໃຫ້​ຄວາມຊ່ວຍ​ເຫລືອ​ທາງດ້ານ​ເສດຖະກິດ​ໃດໆ​ແກ່
ປະ​ເທດ​ເກາະ​ໄຊ​ປຣັສ. ລັດຖະມົນຕີ​ການ​ເງິນຣັດເຊຍ ທ່ານ Anton
Siluanov ກ່າວ​ວ່າ ບັນດາ​ນັກ​ລົງທຶນຣັດ​ເຊຍ ບໍ່ມີ​ຄວາມສົນ​ໃຈນໍາ​
ຂໍ້​ສະ​ເໜີ​ຂອງ ​ໄຊ​ປຣັສ. ຂໍ້​ສະ​ເໜີ​ຢ່າງ​ນຶ່ງ​ນັ້ນ ​ແມ່ນການ​ຕໍ່​ອາຍຸ​ເງິນ​ກູ້​ຢືມ​ມູນ​ຄ່າ 3 ພັນ 200 ​ລ້າ​ນ​ໂ​ດລາ ທີ່​ມີ​ຢູ່​ໃນ​ປັດຈຸບັນ​ນີ້.

ສະຫະພາບ​ຢູ​ໂຣບ ທະນະ​ຄານກາງ​ຢູ​ໂຣບ ​ແລະອົງການກອງ​ທຶນ​
ນາໆ​ຊາດ IMF ​ໄດ້​ຕົກລົງທີ່​ຈະ​ໃຫ້​ໄຊ​ປຣັສກູ້​ຢືມ 13 ພັນ​ລ້ານ​ໂດ​
ລາ​ເພື່ອ ຊ່ອຍກອບ​ກູ້ໃຫ້​ໄຊ​ປຣັສລອດ​ພົ້ນຈາກ​ການ​ບໍ່​ສາມາດ​ຊຳລະ​ໜີ້​ສິນ. ​ແຕ່​ເຂົາ​ເຈົ້າ​ຢາກໃຫ້​ລັດຖະບານ ​ເປັນ​ຜູ້​ຊອກ​ຫາ​ເງິນ​ທຶນ​ສ່ວນ​ທີ່​ຍັງ​ເຫຼືອທັງ​ໝົດ​ ທີ່​ຕ້ອງການ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ຕໍ່ທະນາຄານ​ໄຊ​ປຣັສ ທີ່​ກຳລັງ​ຈະລົ້ມລະລາຍ​ນັ້ນ.

Cyprus
please wait
Embed

No media source currently available

0:00 0:00:50 0:00


XS
SM
MD
LG