ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານ ໄຊປຣັສ ຍັງປິດຢູ່ ທັງໆທີ່ ໄດ້ຕົກລົງ ກັນແລ້ວ (ສະໄລດ໌/ວີດີໂອ)


ບັນດານັກສຶກສາພາກັນຮ້ອງໂຮຕໍ່ຕ້ານ ການໃຫ້ເງິນຊ່ວຍເຫຼືອ ເພື່ອກອບກູ້ເສດຖະກິດ ຢູ່ນອກສະພາ ທີ່ນະຄອນຫຼວງ Nicosia.
ບັນດານັກສຶກສາພາກັນຮ້ອງໂຮຕໍ່ຕ້ານ ການໃຫ້ເງິນຊ່ວຍເຫຼືອ ເພື່ອກອບກູ້ເສດຖະກິດ ຢູ່ນອກສະພາ ທີ່ນະຄອນຫຼວງ Nicosia.
ລັດຖະບານ​ໄຊ​ປຣັສ ​ໄດ້​ສັ່ງ​ໃຫ້​ທະນາຄານ​ ປິດ​ຕໍ່​ໄປ​ອີກ​ສອງ​ມື້
ຫລັງ​ຈາກ​ໄດ້​ບັນ​ລຸ​ການ​ຕົກລົງກັບຜູ້​ໃຫ້ກູ້​ຢືມ​ເງິນ​ຈາກ​ນາໆ​ຊາດ
​ເພື່ອ​ຫລີ​ກ ລ່ຽງບໍ່​ໃຫ້ເສດຖະກິດ​ຂອງປະ​ເທດ​ເກາະດັ່ງກ່າວລົ້ມ
​ລະລາຍ.

ທະນາຄານ​ໄຊ​ປຣັສທັງ​ໝົດ ​ມີ​ໝາຍ​ກຳນົດທີ່​ຈະ​ເປີດຄືນ​ອີກ​ໃນ​
ວັນ​ອັງ ຄານມື້​ນີ້ ຍົກ​ເວັ້ນສອງ​ທະນາຄານ​ໃຫຍ່ໆ ​ທີ່ເປັນ​ຜູ້ໃຫ້ເງິນ​
ກູ້ຢືມ ຄືທະ ນາຄານ​ແຫ່ງ​ໄຊ​ປຣັສ ​ແລະ​ທະນາຄານ​ມະຫາຊົນ ຊຶ່ງ
ຮູ້​ກັນ​ດີໃນ​ອີກ​ຊື່ ນຶ່ງວ່າ Laiki ນັ້ນ. ບັນດາທະນາຄານໄດ້​ພາກັນ​
ປິດ​ມາກວ່ານຶ່ງ​ອາທິດ ​ເພາະ​ຢ້ານ​ວ່າ ລູກ​ຄ້າ​ຜູ້​ຝາກ​ເງິນ​ຈະພາ
ກັນ​ຖອນເງິນອອກ.

​ແຕ່​ໃນຖະ​ແຫລ​ງການສະບັບ​ນຶ່ງ ​ທີ່ນຳ​ອອກແຜ່ ​ໃນ​ແລງ​ວັນ​ຈັນ
ວາ​ນນີ້ ທະນາຄານ​ກາງຂອງ​ໄຊ​ປຣັສ​ໄດ້​ຕ່າວ​ປີ້ນການ​ຕັດສິນ​ໃຈ​
ດັ່ງກ່າວ ​ແລະສັ່ງ​ໃຫ້​ທະນາຄານ​ທັງຫລາຍ ​ປິດ​ຕໍ່​ໄປ​ອີກຈົນ​ຮອ
​ວັນ​ພະຫັດ​ເພື່ອ “ຄໍ້າ ປະກັນ​ການ​ປະຕິບັດ​ງານ ​ຂອງ​ລະບົບ​ທະນາຄານ ໃຫ້​ດຳ​ເນີນໄປ​ດ້ວຍ ຄວາມ​ລາບ​ລື່ນ​ດີ.”



ການ​ຕັດສິນ​ໃຈທີ່​ວ່າ​ນີ້ ​ໄດ້​ເພີ້ມທະວີ​ຄວາມ​ກັງວົນ​ໃຈ​ໃນ​ໝູ່ຊາວ​ໄຊ​ປຣັສ ທີ່​ພະຍາຍາມຢາກໃຫ້ທຸລະ​ກິດ​ປະ​ຈໍາ​ວັນຂອງ​ພວກ​ເຂົາ​ເຈົ້າດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ​ນັ້ນ.

ທ່ານ Takis Yalouris ກ່າວ​ວ່າ “​ແບບນີ້ແມ່ນ​ບໍ່​ດີສຳລັບ​ເສດຖະກິດ.​ເຂົາ​ເຈົ້າ​ບໍ່​ຄວນ​ປ່ອຍ​ໃຫ້​ທະນາຄານ​ປິດ​ເປັນ​ເວລາ​ນານ. ທຸລະ​ກິດ​ການ​ຄ້າແມ່ນ​ຢຸດ​ຊະ​ງັກລົງ ​ແລະ​ຜູ້​ຄົນ​ພາກັນ​ໃຈ​ຮ້າຍ. ຄວາມ​ບໍ່​ແນ່ນອນ​ດັ່ງ ກ່າວ ແມ່ນ​ລົບ​ກວນ​ຈິດ​ໃຈ​ຂອງປະຊາ​ຊົນ.”

ຢູ່​ໃນ​ຄໍາປາ​ໄສທາງ​ໂທລະພາບ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ປ້ອງ​ກັນການຮັບ ​ເອົາ​ເງິນ​ຊ່ວຍ​ເຫຼືອ​ບັນ​ເທົາ​ໜີ້ສິນ 13 ພັນ​ລ້ານ​ໂດ​ລານັ້ນ ປະທານາທິ ບໍດີ Nicos Anastasiades ກ່າວ​ວ່າ ຈະມີ​ອອກວາງ​ມາດ​ຕະການຈຳ ກັດ​ເລື່ອງ​ເງິນ​ທຶນ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ບັນດາ
ຜູ້ຝາກ​ເງິນ ​ຖອນ​ເງິນສົດ​ອອກ ເປັນ​ຈຳນວນ​ຫລວງ​ຫລາຍ. ​ແຕ່ທ່ານ​ກໍ​ກ່າວ​ວ່າ ການ​ຈໍາກັດ​ຮັດ​ແຄບ​ທີ່​ວ່າ​ນີ້ ​ຈະນຳ​ໃຊ້ ​ເປັນ “ການ​ຊົ່ວຄາວ” ທໍ່​ນັ້ນ.

Syprus
please wait
Embed

No media source currently available

0:00 0:01:55 0:00
XS
SM
MD
LG