ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພາຍຸໄຊໂຄລນ Hudhud ເອົາຊີວິດ 8 ຄົນ ໃນ ພາກຕາເວັນອອກ ຂອງອິນເດຍ


ບັນດາພະນັກງານ​ບັນ​ເທົາ​ທຸກ ກຳ​ລັງເຮັດ​ວຽກ​ໜັກ ​ໃນທົ່ວ​
ພາກ​ຕາ​ເວັນ​ອອກຂອງ​ອິນ​ເດຍ ຫຼັງຈາກ​ພາຍຸ​ໄຊ​ໂຄລນ ຫຼື
ລົມ​ບ້າໝູ ​ທີ່ຮ້າຍ​ແຮງຫົວ​ນຶ່ງ ​ໄດ້ພັດ​ຖະຫຼົ່ມຂົງ​ເຂດ​ນັ້ນ ພ້ອມ​
ກັບ​ຝົນ​ທີ່​ຕົກ​ໜັກ ​ແລະ​ ລົມ​ແຮງ ​ໂດຍໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ
8 ຄົນ ​ເສຍ​ຊີວິດ.

ຫາງຂອງ​ພາຍຸ​ໄຊ​ໂຄລນ Hudhud ຍັງ​ຄົງສື​ບຕໍ່​ນຳ​ເອົາຝົນ ​
ຕົກລົງມາໃສ່ພື້ນ​ທີ່ເທິງບົກ ​ໃນ​ວັນ​ຈັນ​ມື້​ນີ້ ມື້​ນຶ່ງຫຼັງຈາກ​ໄດ້​ພັດ
​ຂຶ້ນຝັ່ງ​ຢູ່​ເມືອງ​ທ່າ​ Visakhapatnam ພ້ອມ​ດ້ວຍກະ​ແສລົມ​
ທີ່​ມີ​ຄວາມ​ແຮງ​ເຖິງ 195 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ພາຍຸ​ໄດ້ໂຄ່ນ ຕົ້ນ​ໄມ້ຫຼາຍໆ​ຕົ້ນ ແລະ ສາຍ​ໄຟຟ້າຫຼາຍໆສາຍລົງ ​ແລະ ພັດຫລັງຄາ
ອອກ​ຈາກ​ເຮືອນຫຼາຍໆ​ຫລັງ ຢູ່​ໃນ​ລັດ Andhra Pradesh ​ແລະ Orissa ບ່ອນ​ທີ່​
ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຍົກຍ້າຍ​ປະຊາຊົນ ​ເກືອບ​ 400,000 ຄົນ ກ່ອນ​ໜ້າ​ພາຍຸ​ໄປ​ເຖິງ​.

ນາຍົກລັດຖະມົນຕີ ທ່ານ Narendra Modi ມີ​ກຳນົດ​ຈະ​ໄປຢ້ຽມຢາມ​ບໍລິ​ເວນ​ດັ່ງກ່າວ ​
ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້.

INDIA CYCLONE VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG