ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຫ້າມອອກ ນອກບ້ານໃນຍາມກາງຄືນ ຖືກຍົກເລີກ ຢູ່ໃນເມືອງ Charlotte


ຕຳຫຼວດໃນຊຸດປາບປາມຈະລາຈົນ ຢືນກັ້ນຖະໜົນເພື່ອຢຸດ
ພວກປະທ້ວງ ຈາກການເຂົ້າໄປໃນຊຸມຊົນແຫ່ງໜຶ່ງ ໃນຂະ
ນະທີ່ພວກເຂົາເຈົ້າປະທ້ວງ ຕໍ່ການທີ່ຕຳຫຼວດໄດ້ຍິງທ້າວ Keith Scott ເສຍຊີວິດໃນເມືອງ Charlotte, ລັດ North Carolina, ສະຫະລັດ. 25 ກັນຍາ, 2016.
ຕຳຫຼວດໃນຊຸດປາບປາມຈະລາຈົນ ຢືນກັ້ນຖະໜົນເພື່ອຢຸດ ພວກປະທ້ວງ ຈາກການເຂົ້າໄປໃນຊຸມຊົນແຫ່ງໜຶ່ງ ໃນຂະ ນະທີ່ພວກເຂົາເຈົ້າປະທ້ວງ ຕໍ່ການທີ່ຕຳຫຼວດໄດ້ຍິງທ້າວ Keith Scott ເສຍຊີວິດໃນເມືອງ Charlotte, ລັດ North Carolina, ສະຫະລັດ. 25 ກັນຍາ, 2016.

ປະຊາຊົນເມືອງ Charlotte ລັດ North Carolina ທາງພາກຕາເວັນອອກ ຂອງ ສະຫະ ລັດ ສາມາດເຄື່ອນຍ້າຍໄປມາໄດ້ຢ່າງເປັນອິດສະຫຼະ ໃນວັນຈັນມື້ນີ້ຫຼັງຈາກມີການປະ ກາດສັ່ງຫ້າມອອກເຮືອນຫຼັງທ່ຽງຄື່ນເປັນເວລາ 3 ມື້ ຊຶ່ງຖືເປັນການຄວບຄຸມການປະທ້ວງ ກ່ຽວກັບ ການຍິງສັງຫານໂດຍຕຳຫຼວດ.

ການປະທ້ວງດັ່ງກ່າວໄດ້ກາຍເປັນຄວາມຮຸນແຮງໃນລະຫວ່າງ ມື້ທຳອິດແລະ ສອງມື້ຕໍ່ມາ ເມື່ອສັບປະດາແລ້ວນີ້ ຫຼັງຈາກການຍິງສັງຫານ ທ້າວ Keith Lamont Scott ອາຍຸ 43 ປີ. ການປະທ້ວງມີຄວາມງຽບສະງົບຫຼາຍຂຶ້ນໃນທ້າຍສັບປະດາແລ້ວນີ້ ໂດຍມີການປະ ກາດຫ້າມອອກເຮືອນ ຫຼັງທ່ຽງຄືນ ຈົນເຖິງ 6 ໂມງເຊົ້າ ເລີ່ມຕົ້ນແຕ່ວັນສຸກເປັນຕົ້ນມາ ເຖິງຢ່າງ ໃດກໍຕາມຕຳຫຼວດໄດ້ກ່າວວ່າ ພວກເພິ່ນຈະບໍ່ບັງຄັບໃຊ້ຄຳສັ່ງດັ່ງກ່າວ ຕາບໃດ ທີ່ບໍ່ມີບັນ ຫາຫຍັງ.

ບັນດາຜູ້ນຳ ເມືອງ Charlotte ໄດ້ເລືອກເອົາວັນອາທິດວານນີ້ ເປັນມື້ຍົກເລີກມາດຕະ ການຫ້າມອອກເຮືອນ ໃນຂະນະທີ່ ມີພວກປະທ້ວງຫຼາຍກວ່າ ສິບຄົນ ຮ້ອງໂຮວ່າ “Black lives matter” ຫຼື “ຊີວິດຄົນຜິວດຳກໍມີຄວາມສຳຄັນ” ຢູ່ດ້ານນອກຂອງເກມການແຂ່ງ ຂັນ ອາເມຣິກັນ ຟຸດບອລ ອາຊີບ ລະຫວ່າງທີມ Carolina Panthers ກັບ Minnesota Vikings.

ດາລາຜູ້ນຳທີມ ຫຼື quarterback ທ້າວ Cam Newton ໄດ້ໃສ່ເສື້ອຢືດ ທີ່ມີຄຳເວົ້າຂອງ ນັກຕໍ່ສູ້ເພື່ອສິດທິພົນລະເຮືອນ ທ່ານ Martin Luther King Jr. ທີ່ກ່າວວ່າ “ຄວາມບໍ່ ທ່ຽງທຳ ຢູ່ແຫ່ງຫົນໃດ ຈະເປັນໄພຂົ່ມຂູ່ ຕໍ່ຄວາມຍຸດຕິທຳ ໃນທຸກຫົນແຫ່ງ” ໃນຂະນະ ທີ່ກຳລັງອຸ່ນຮ່າງກາຍກ່ອນຈະເລີ່ມການແຂ່ງຂັນ.

ຄຳຖາມທີ່ຍັງຫລົງເຫຼືອຢູ່ ກ່ຽວກັບ ການຍິງສັງຫານທ້າວ Scott ກໍແມ່ນວ່າ ລາວມີອາວຸດ ຫຼືບໍ່. ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ລາວມີອາວຸດ ໃນຂະນະດຽວກັນ ຄອບຄົວຂອງລາວ ກ່າວວ່າ ລາວນັ່ງຢູ່ໃນລົດຂອງລາວ ອ່ານປຶ້ມຫົວໜຶ່ງ ໃນເວລາພວກຕຳຫຼວດໄດ້ມຸ້ງໜ້າ ເຂົ້າໄປຫາລາວ.

ພາບບັນທຶກວີດີໂອທັງສອງກ້ອງ ຈາກກ້ອງທີ່ຕິດຢູ່ໂຕ ແລະ ກ້ອງທີ່ຕິດຢູ່ໜ້າລົດຕຳຫຼວດ ສະແດງໃຫ້ເຫັນການປະເຊີນໜ້າ ກັນລະຫວ່າງ ທ້າວ Scott ກັບບັນດາເຈົ້າໜ້າທີ່ຕຳ ຫຼວດນັ້ນໄດ້ຖືກເປີດເຜີຍ ເມື່ອວັນເສົາຜ່ານມາ ຫຼັງຈາກທີ່ມີການຮຽກຮ້ອງໂດຍພວກປະ ທ້ວງໃຫ້ເປີດເຜີຍພາບບັນທຶກ ຕໍ່ມະຫາຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Charlotte Shooting
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG