ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກຄົ້ນຄ້ວາ ມີຄວາມຫວັງ ໃນທາງບວກ ກ່ຽວກັບ ການປິ່ນປົວ ໂຣກມະເຮັງ ໃນອະນາຄົດ


ການຮັກສາພະຍາບານມະເຮັງລຳໄຊ້
ການຮັກສາພະຍາບານມະເຮັງລຳໄຊ້

ໃນ​ການ​ກ່າວ​ຄຳ​ປາ​ໄສ ​ລາຍ​ງານສະພາບ​ການ​ຂອງ​ປະ​ເທດ​ຊາດ ​
ໂດຍ​ປະ ທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ເມື່ອ​ວັນ
​ອັງຄານ ທີ 12 ມັງກອນ​ຜ່ານ​ມາ​ນີ້ ທ່ານ​ໄດ້​ສະ​ເໜີຂໍ້​ລິ​ເລີ້ມ​ໃໝ່
​ເພື່ອ​ເພີ້ມການຄົ້ນຄວ້າ ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ປິ່ນປົວ​ໂຣກ
ມະ​ເຮັງ. ໃນ​ການ​ທີ່​ຈະ​ສຶກສາ​ເພື່ອ​ຊອກຫາ​ຊ່ອງ​ທາງ​ນີ້ ນັກ​ຂ່າວ VOA Ardita Dunellariໄດ້​ໂອ້​ລົມ ​ກັບນັກ​ຄົ້ນ​ຄ້ວາ 2 ທ່ານທີ່ສູນ ກາງ Sydney Kimmel ຂອງ ມະຫາວິທະຍາ​ໄລ Johns Hopkins ຊຶ່ງ ເປັນສະ​ຖາ​ບັນ​ຄົ້ນຄວ້າ​ໂຣກມະ​ເຮັງ ທີ່ໂດ່ງດັງ​ຂອງ​ໂລກ ດັ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ການປະກາດ​ຂອງ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ມີ​ຂຶ້ນ ໃນ​ຕອນ​ເລີ້ມ​ຕົ້ນ ຂອງ​ຂີດ​ໝາຍ​ໃໝ່ ​ໃນ​ການຄົ້ນຄວ້າ​ກ່ຽວ​ກັບ​ໂຣກມະ​ເຮັງ. ທີ່ມະຫາວິທະຍາ​ໄລ Johns Hopkins ບັນດານັກວິທະຍາສາດທີ່ສູນ​ກາງຄົ້ນ ຄວ້າ​ໂຣກມະ​ເຮັງ Sydney Kimmel ​ແມ່ນກຳລັງສ້າງ​ຄວາມ​ກ້າວໜ້າ ​ໃນ​ດ້ານ​ນີ້. ຜູ້ອຳນວຍການຂອງ​ສູນ​ກາງ ​ກ່າວ​ວ່າ ອະນາ​ຄົດ​ຂອງ​ການ​ປິ່ນປົວຮັກສາໂຣກມະ​ເຮັງ​ນັ້ນ​ແມ່ນແຈ່ມ​ໃສ.

ດຣ. Willian Nelson ທີ່ສູນ​ກາງຄົ້ນຄວ້າ​ໂຣກມະ​ເຮັງ​ Sydney Kimmel ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ການ​ປິ່ນປົວບາງ​ຢ່າງ ທີ່ພວກ​ເຮົາ​ໄດ້​ພັດທະນາ​ໃ​ນ ​ໄລຍະເຄິ່ງຫລັງ​ຂອງສັດຕະວັດ​ແລ້ວນັ້ນ ​ແມ່ນ​ເລີ້ມ​ໄດ້​ຮັບ​ຜົນ ​ແລະ​ຈິງໆ​ແລ້ວ ​ເບິ່ງ​ຄື​ວ່າ ​ມັນ​ຈະ​ບໍ່​ມີ​ຂອບ​ເຂດ​ຈຳກັດ ​ໃນ​ການ​ຮັກ​ສາ​ພະຍາບານ​ໃນ​ອາະນາ​ຄົດ​ຕໍ່​ໄປ.”

ຜົນສຳ​ເລັດ​ຫຼາຍ​ໆ​ອັນນັ້ນ​ໃນ​ທຸກ​ມື້ນີ້ ​ແມ່ນ​ເປັນ​ຜົນ​ທີ່​ໄດ້​ຮັບຈາກ​ຄວາມ​ກ້າວໜ້າ ​ຂອງ​ໄລຍະ​ຫຼາຍໆ​ທົດ​ສະ​ວັດ ໃນ​ຂະ​ແໜງກຳມະພັນ - ​ທີ່ໄດ້ພາ​ໃຫ້ມີ​ຄວາມ​ເຂົ້າ​ໃຈ​ແບບ​ໃໝ່ໆ ທາງ​ດ້ານ​ຊີວະ​ວິທະຍາ ​ແລະ​ພະຍາດ​ວິທະຍາ ຂອງ​ໂຣກຕ່າງໆ​.

ດຣ. Elizaneth Platz ທີ່ສູນ​ກາງຄົ້ນຄວ້າ​ໂຣກມະ​ເຮັງ​ Sydney Kimmel ກ່າວ​ວ່າ “ພວກ​ເຮົາ​ເຂົ້າ​ໃຈ​ໃນ​ເລື້ອງ genome ​ດີກ​ວ່າ​ເກົ່າ​ຫຼາຍ​ໃນ​ປະຈຸ​ບັນ​ນີ້. ​ເພາະສະ​ນັ້ນ​ຈຶ່ງໄດ້ມີ​ການ​ຄົ້ນ​ພົບ​ໃໝ່​ຢູ່​ເປັນ​ປະຈຳ ກ່ຽວ​ກັບ​ວ່າ​ເຖິງຈຸດໃດ ​ໃນ​ການ​ປະກອບ​ຂອງ​ກຳ​ມະ​ພັນຂອງ​ພວກ​ເຮົາ ຈຶ່ງ​ພົວພັນ​ກັບ​ຄວາມ​ສ່ຽງໃນ​ໂຣ​ກມະ​ເຮັງ​ບາງ​ຊະນິດ.”

ຄວາມ​ຮູ້​ທັງຫຼາຍ​ນີ້ ​ແມ່ນ​ໄດ້ເປັນ​ເຄື່ອງ​ມື​ໃຫ້ບັນດາ​ທ່ານໝໍ ນຳມາ​ໃຊ້​ເພື່ອ​ເຂົ້າ​ເຖິງ​ການ​ຄົ້ນ​ຫາ​ວິທີ​ທາງ​ປິ່ນປົວ​ໂຣ​ກນີ້​ຢ່າງ​ໃກ້ຊິດ. ​ແລະ​ຂໍ້​ກຳໜົດ​ຢາເປັນກໍລະນີສ່ວນບຸກຄົນ​ໄປ.

ດຣ. Nelson ກ່າວ​ວ່າ “ນີ້​ແມ່ນ​ປະມານ​ທົດ​ສະ​ວັດ​ຜ່ານ​ມາ​ນີ້​ເອງ ທີ່​ພວກ​ເຮົາ​ສາມາດ​ໃຊ້​ເທັກ​ນິກ​ໂລ​ຈີ ​ພິສູດ​ເຖິງກຳມະພັນ​ທີ່ຜິດ​ປົກກະຕິ ຂອງ​ໂຣກມະ​ເຮັງ​ໃດໆ ​ແລະ​ສາມາດ​ໃຊ້​ຂໍ້​ມູນ​ນັ້ນ​ໆ ບົ່ງ​ຊີ້ ການ​ປິ່ນປົວ​ຮັກສາ​ທີ່​ມີ​ປະສິດທິ​ຜົນສຳ​ຫຼັບ​ຜູ້​ນັ້ນ ​ແລະ​ທຸກໆມື້ ກໍ​ຈະ​ມີ​ຄວາມ​ເປັນ​ໄປ​ໄດ້ເພີ້ມຂຶ້ນ​ເລື້ອຍໆ.”

​ເຖິງ​ແມ່ນ​ວ່າ​ຈະ​ມີ​ມຸມ​ມອງ​ໃນ​ທາງ​ບວກ​ກໍ​ຕາມ ຍັງ​ມີ​ອີກ​ຫຼາຍໆ​ກໍລະນີ​ຂອງ​ການ​ບຳບັດນັ້ນ​ ຍັງແມ່ນ​ຢູ່​ໃນຂັ້ນ​ການ​ທົດ​ລອງຢູ່ ຫຼື ນຳ​ໄປ​ໃຊ້​ໃນ​ສຸກສາລາ​ສະ​ເພາະ​ດ້ານ ​ໃນ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ. ສ່ວນ​ໃນໂລກ​ທີ່​ກຳລັງ​ພັດທະນາ​ນັ້ນ ຄວາມ​ຄືບ​ໜ້າດັງ​ກ່າວ​ ​ແມ່ນ​ຍັງ​ຢູ່​ໄກເກີນເອື້ອມ ​ແລະ​ໂຣກມະ​ເຮັງ ຍັງ​ສືບ​ຕໍ່ເປັນບັນຫາທ້າ​ທາຍທາງ​ດ້ານ​ສາທາລະນະ​ສຸກ​ ທີ່​ໜ້າ​ຢ້ານ​ກົວຢູ່. ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ອາ​ຟຣິກາ ​ເອ​ເຊຍ ​ແລະ​ອາ​ເມຣິກາ​ກາງ ​ແລະ​ ໃຕ້ ​ແມ່ນ​ປະກອບ​ເປັນ 70% ຂອງ​ການ​ເສຍ​ຊີວິດ​ຂອງຜູ້​ປ່ວຍ​ທີ່​ເປັນ​ໂຣກມະ​ເຮັງ​ໃນ​ໂລກ.

​ແຕ່​ວ່າ​ຄື້ນຟອງ​ດັ່ງກ່າວ​ໄດ້​ປ່ຽນ​ໄປ ​ແລະ​ບັນດາ​ນັກ​ຄົ້ນ​ຄ້ວາ ຫວັງ​ວ່າ ມື້​ນຶ່ງ​ຈະ​ມີ​ການ​ປິ່ນປົວ​ຮັກສາ ​ຂອງ​ພວກ​ຜູ້​ປ່ວຍ​ທີ່​ເປັນ​ໂຣກມະ​ເຮັງ​ທັງ​ໝົດ. ມື້​ນັ້ນ​ແມ່ນຫ​ຍັບໃກ້​ເຂົ້າ​ມາທຸກ​ຂະນະ​ແລ້ວ ດ້ວຍ​ການ​ສົ່ງ​ເສີມ​ຕໍ່​ຂໍ້​ລິ​ເລີ້ມ​ອັນ​ໃໝ່ຂອງ​ລັດຖະບານ ສະຫະລັດ.

XS
SM
MD
LG