ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຸງຊາດ ສະຫະລັດ ຈະຖືກຊັກຂຶ້ນ ເທິງເສົາ ຢູ່ສະຖານທູດ ໃນຄິວບາ


US Embassy in Cuba to Raise Flag Friday
please wait

No media source currently available

0:00 0:01:58 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້ ໂດຍ Zlatica Hoke.

ວັນ​ສຸກ​ມື້​ອື່ນ​ນີ້, ທະ​ຫານ​ນາວິກະ​ໂຍທິນ ສະຫະ​ລັດ ຈະ​ຊັກ​ທຸກ​ຂຶ້ນ​ເສົາ​ຢູ່​ນອກ​ສະຖານ​ທູດ ສະຫະລັດ ​ໃນ​ນະຄອນຫຼວງ ຮາ​ວາ​ນາ, ສະ​ເຫຼີ​ມ ສະຫຼອງ​ພິທີ​ເປີດ​ສະຖານທູດ​ຄືນ​ໃໝ່​ອີກ​ຄັ້ງ​ຫຼັງ​ຈາກ ສະຫະລັ​ດ ​ແລະ ຄິວ​ບາ ​ໄດ້​ຕົກລົງ​ກັ​ນ​ເພື່ອ​ຟື້ນ​ຟູ​ສາຍ​ພົວພັນ​ທີ່ໄດ້ຖືກຕັດຂາດ​ ມາຫຼາຍ​ກວ່າ 50 ປີແລ້ວ.

ທັງສະຖານທູດ ສະຫະລັດ ​ແລະ ຄິວ​ບາ ຕ່າງ​ກໍ​ໄດ້​ຖືກເປີດຄືນ​ໃນ​ວັນ​ທີ 2​0 ກໍລະກົດ​ທີ່​ຜ່ານ​ມາ​ນີ້. ລັດຖະບານ ຄິວ​ບາ​ ​ໄດ້​ຈັດ​ພິທີ​ທີ່​ຫຼູຫຼາເພື່ອ​ການ​ເປີດ​ສະຖານທູດ​ຄືນ​ເມື່ອເດືອ​ນທີ່​ຜ່ານ​ມາ, ​ແຕ່​ ສະຫະລັດ ​ໄດ້​ເລືອນ​ການຈັດ​ພິທີ​ທາງ​ການ​ຂອງ​ຕົນ​ໄວ້​ຈົນ​ກວ່າ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ຈະສາມາດ​ນຳພາ​ຄະນະ​ຜູ້ແທນ​ໄປ ນະຄອນຫຼວງ ຮາ​ວາ​ນາ​ເສຍ​ກ່ອນ.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກະ​ຊວງ​ການ​ຕ່າງປະ​ເທດ​ ສຫລ ກ່າວ​ວ່າ ພິທີ​ສະຫຼອງ​ໝົດ​ມື້​ໃນ ຮາ​ວາ​ນາ ຈະ​ລວມມີ​ງານ​ພ້ອມ​ກັບ​ບັນດາ​ສະມາ​ຊິກ​ສະພາ​ ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ, ບັນດາ​ຕົວ​ແທນ​ລັດຖະບານ ຄິວ​ບາ ​ແລະ ສະມາ​ຊິກ​ປະຊາ​ສັງຄົມ​ຫຼາຍ​ຄົນ .

ເຈົ້າ​ໜ້າ​ທີ່ຄົນ​ດັ່ງກ່າວ​ໄດ້​ເວົ້າໃນ​ ​ຖະ​ແຫຼ​ງການສັ້ນໆ​ວັນ​ພຸດ​ວານ​ນີ້ວ່າ

“ມີ​ຄົນຜູ້ທີ່​ບໍ່​ເຄີຍ​ໄປ​ປ​ະ​ເທ​ດ ຄິວ​ບາ ມາ​ກ່ອນ ​ຈະ​ເດີນທາງ​ໄປ​ນະຄອນຫຼວງ ຮາ​ວາ​ນາ ເພື່ອ​ງານ​ນີ້​ ຊຶ່ງ ນັ້ນ​ກໍຈະ​ລວມມີຄົນ ອາ​ເມຣິກາ ​ເຊື້ອສາຍ​ຄິວ​ບານຳ ​ແລະ​ກໍຈະ​ເປັນການ ຕື່ນ​ເຕັ້ນ​ຢ່າງ​ບໍ່​ໜ້າ​ເຊື່ອ.” ​

​ແນວ​ໃດ​ກໍ​ຕາມ, ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ບໍ່ມີ​ການວາງແຜນ​ສຳລັບ​ການ​ປະ​ຊຸມ​ລະຫວ່າງ ທ່ານ Kerry ​ແລະປະທານ​ປະ​ເທດ​ ຄິວ​ບາ ທ່ານ Raul Castro.

US Cuba Embassy
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG