ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກລອຍນໍ້າ​ທົນ​ Diana Nyad ​ຍົກ​ເລີກ ຄວາມພະຍາຍາມ ເທື່ອທີສາມຂອງນາງ


ນັກລອຍນໍ້າທົນ ນາງ Diana Nyad ກໍາລັງຈະອອກລອຍນໍ້າ ຈາກຮາວານາ ເມືອງຫລວງຂອງຄິວບາ, ວັນທີ 23 ກັນຍາ 2011.
ນັກລອຍນໍ້າທົນ ນາງ Diana Nyad ກໍາລັງຈະອອກລອຍນໍ້າ ຈາກຮາວານາ ເມືອງຫລວງຂອງຄິວບາ, ວັນທີ 23 ກັນຍາ 2011.

ນັກລອຍນໍ້າ​ທົນ​ ນາງ Diana Nyad ​ໄດ້​ຍົກ​ເລີກ​ການ​ພະຍາຍາມ​ຄັ້ງ​ຫຼ້າ​ສຸດ​ຂອງ​ນາງ ທີ່​ຈະ​ລອຍນໍ້າ ​ໄລຍະ 166 ກິ​ໂລ​ແມດ ຈາກປະເທດຄິວ​ບາ ​ໄປ​ຫາ​ລັດ ຟລໍຣິດາ ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ໃນ​ການລອຍ​ນໍ້າ​ໂດຍ​ທີ່​ບໍ່ມີ​ກະຊັງປ້ອງ​ກັນ​ພວກ​ປາ​ສະຫຼາມ​ ນາງ Diana ​ຊຶ່ງ​ມີ​ອາຍຸ 62 ປີ​ນັ້ນ ​ໄດ້​ລອຍ​ໄປ​ເຖິງ​ເຄິ່ງທາງ ​ໃນ​ມື້ວານ​ນີ້ ​ເຖິງ​ແມ່ນ​ວ່າໄດ້​ຮັບ​ຄວາມເຈັບປວດ ຍ້ອນ​ຖືກ​ແມງ​ກະພຸ​ນ​ຕອດກໍ​ຕາມ​ ແລະ​ທາງແພດ​ໄດ້ເຕືອນລາວ​ວ່າ ພິດ​ການ​ຕອດນັ້ນ​ກໍາລັງ​ສະ​ສົມ​ຂຶ້ນ​ໃນຮ່າງ​ກາຍ​ລາວ ​ແລະ​ວ່າ​ຖ້າ​ຖືກຕອດ​ອີກ ກໍ​ອາດ​ສາມາດ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ໄດ້ ລາວ​ຈຶ່ງ​ໄດ້​ປະລະ​ຄວາມ​ພະຍາຍາມ.

ນາງ Diana Nyad ​ໄດ້​ເລີ່​ມຕົ້ນ​ລອຍ​ອອກ​ຈາກ​ນະຄອນຫລວງ​ຮາ​ວາ​ນາ ​ໃນ​ມື້​ວັນ​ສຸກ​ຜ່ານ​ມາ ​ໃນ​ການ​ພະຍາຍາມ​ເທື່ອ​ທີ​ສາມ ​ເພື່ອ​ໃຫ້​ໄປ​ເຖິງ​ເກາະ Key West ​ໃນ​ລັດ​ຟລໍຣິດາ ຜ່າ​ນຊ່ອງ​ແຄບ​ຟລໍຣິດາ​ທີ່​ອັນຕະລາຍ​ນັ້ນ. ນາງໄດ້ທໍາ​ຄວາມ​ພະຍາ​ຍາມ​ເທື່ອ​ທີ​ສອງ​ຂອງ​ນາງ​ ໂດຍ​ບໍ່​ມີ​ກະຊັງ​ກັນ​ປາ​ສະຫລາມ ​ໃນ​ເດືອນ​ແລ້​ວນີ້ ​ແຕ່​ກໍ​ໄດ້​ຢຸດ​ກາງ​ທາງ ຍ້ອນ​ໂຣກຫືດ​ຂອງ​ນາງ​ກໍາ​ເລີບ.

XS
SM
MD
LG