ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄິວບາ ພິມເຜີຍແຜ່ ຮູບພາບໃໝ່ ຂອງອະດີດ ປ. Fidel Castro


ອະດີດປະທານາທິບໍດີ Fidel Castro ກຳລັງສົນທະນາກັບ ທ້າວ Randy Perdomo ປະທານສະຫະພັນນັກສຶກສາມະຫາວິທະຍາໄລຄິວບາ.
ອະດີດປະທານາທິບໍດີ Fidel Castro ກຳລັງສົນທະນາກັບ ທ້າວ Randy Perdomo ປະທານສະຫະພັນນັກສຶກສາມະຫາວິທະຍາໄລຄິວບາ.

ຄິວ​ບາ​ໄດ້ພິມ​ເຜີຍ​ແຜ່​ຮູບ​ພາບ​ອັນທຳ​ອິດ​ຂອງອະດີ​ດປະທາ
ນາທິບໍດີ Fidel Castro ນັບ​ແຕ່ເດືອນສິງຫາປີກາຍນີ້ມາ
ທ່າມກາງທີ່ມີຂ່າວ​ລື​ວ່າ ສຸຂະພາບ​ຂອງ​ທ່ານ​ໄດ້​ຊຸດ​ໂຊມ​ລົງ.

ບັນດາ​ຮູບ​ພາບ​ທີ່​ພິມເຜີ​ຍ​ແຜ່ໃນ​ວັນ​ຈັນ​ວານ​ນີ້ ຢູ່​ໃນ​ໜັງສືພິມ
Granma ຂອງ​ພັກ​ຄອມ​ມິ​ວນິສ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ທ່ານ
Castro ອາຍຸ 88 ປີ ກຳລັງ​ສົນທະນາ​ກັບ​ຜູ້ນຳ​ນັກ​ສຶກສາ ຢູ່​ທີ່
ເຮືອນ​ຂອງ​ທ່ານ ຊຶ່ງ​ໝັງ​ສືພິມ​ກ່າວ​ວ່າ ​ໄດ້​ຖ່າຍ​ພາບ​ໃນ​ເດືອນ​
ແລ້ວ​ນີ້​. ນັກ​ຊ່ຽວຊານດ້ານສາສະໜາຂອງບຣາຊິ​ນຄົນ​ນຶ່ງ​ທີ່
ໄດ້​ພົບ​ກັບ​ທ່ານ Castro ​ໃນ​ເດືອນ​ແລ້ວ​ນີ້ ​ກ່າວ​ວ່າ ທ່ານ​ພົບ​
ເຫັນ​ອະດີດ​ຜູ້ນຳ ຄິວບາທ່ານນີ້ຈ່ອຍຜອມ ​ແຕ່ມີ​ສຸຂະພາບ​ດີ
​ແລະ​ຍັງ​ສະຫລາດຫລັກ​ແຫລ​ມ.

ທ່ານ Fidel Castro ​ໄດ້​ມອບ​ອຳນາດ​ ໃນ​ປີ 2006 ​ໃຫ້​ແກ່​ນ້ອງ​ຊາຍ​ ຄືທ່ານ Raul ​ເນື່ອງ​
ຈາກ​ສຸຂະພາບ​ບໍ່ແຂງແຮງ ​ແລະ​ບໍ່ຄ່ອຍໄດ້​ປາກົດໂຕ​ຕໍ່​ທີ່ສາທາລະ ນະຢ່າງ​ສະ​ໝຳ່ສະ​ເໝີ
​ແລະ​ບໍ່ຄ່ອຍໄດ້ອອກຂ່າວຄາວໃດໆ ໃນ​ໄລຍະຫລາຍ​ປີ​ທີ່​ຜ່ານ​ມານີ້. ການ​ປາກົດ​ໂຕ​ຕໍ່​ທີ່
ສາ​ທາ​ລະນະເທື່ອຫລັງສຸດຂອງທ່ານ​ໄດ້​ມີ​ຂື້ນ​ກວ່າ ​ນຶ່ງ​ປີ​ຜ່ານມາແລ້ວ.

ທ່ານ Castro ຜູ້​ເປັນ​ອ້າຍ​ໃຫຍ່ ​ເມື່ອໄວໆມານີ້ ໄດ້​ກ່າວ​ອອກ​ມາ​ຈາ​ກຄວາມ​ມິດ​ງຽບ​ເປັນ​
ເວລາ​ດົນ​ນານ ໃນ​ການ​ປະກາດຄັ້ງ​ປະຫວັດ​ສາດເມື່ອ​ເດືອນ​ທັນວາ ທີ່​ຜ່ານ​ມາ​ ໂດຍນ້ອງ
​ຊາຍ​ຂອງ​ທ່ານ ​ແລະ​ປະທານາທິບໍດີີ ສະຫະລັດ ທ່ານ Barack Obama ວ່າ Havana
​ແລະ Washington ຈະຍຸດຕິການເປັນປໍ ລະປັກແບບສົງຄາມເປັນທີ່ມີມາເປັນເວລາ 50
ປີີກວ່າໆ ແລະຟື້ນຟູຄວາມສຳ ພັນ​ທາງ​ການ​ທູດ​ຄືນ​ໃໝ່.

ທ່ານ Fidel Castro ກ່າວ​ວ່າ ທ່ານ​ບໍ່ໄດ້​ຄັດ​ຄ້ານ​ຕໍ່ຄວາມກ້າວໜ້າທາງການ ທູດຫວ່າ​ງ
ມໍ່ໆ​ມາ​ນີ້ແຕ່ຢ່າງໃດເລີຍ.

CUBA FIDEL CASTRO VO
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG