ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຜູ້ນຳຄິວບາ Fidel Castro ປາກົດຕົວ ເປັນເທື່ອທຳອິດ ໃນຮອບ 9 ເດືອນ


ທ່ານ Fidel Castro ປາກົດຕົວ ທີ່ນະຄອນຮາວານາ ເມື່ອວັນທີ 19 ເມສາ 2015.
ທ່ານ Fidel Castro ປາກົດຕົວ ທີ່ນະຄອນຮາວານາ ເມື່ອວັນທີ 19 ເມສາ 2015.

ອະດີດ​ປະທານາທິບໍດີ Fidel Castro ​ແຫ່ງ​ຄິວ​ບາ ​ໄດ້​ປາກົດ​ຕົວ​ຕໍ່​ສາທາລະນະ​ຊົນແບບ​ບໍ່ຄ່ອຍ​ໄດ້​ເຫັນ​ກັນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບຜູ້ນຳ​ໃນ​ການປະຕິ ວັດ​ຂອງ​ຄິວ​ບາ​ ກັບ​ພວກ​ເດັກ​ນ້ອຍ​ນັກຮຽນ ຊຶ່ງ​ເປັນ​ການ​ປາກົດ​ຕົວ​ເທື່ອ​ທຳ​ອິດ ໃນ​ຮອບ 9 ​ເດືອນ.

​ໂທລະພາບ​ຂອງ​ລັດຖະບານ​ໄດ້​ອອກຂ່າວ​ການ​ໂອ້​ລົມ​ຂອງ​ທ່ານ Castro ຊຶ່ງ​ໃນເວລາ​ນີ້ ມີ​ອາຍຸ 89 ປີ​ ສົນທະນາ​ຫາລື ເລື້ອງ​ທ່ານ​ນາງ Vilma Espin ຜູ້ນຳ​ໃນ​ການ​ປະຕິວັດ ກັບ​ພວກ​ນັກຮຽນ​ແລະ​ນາຍຄູ.

ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ການ​ປະກອບສ່ວນເຂົ້າຮ່ວມຂອງ​ທ່ານ Espin ຢູ່ໂຮງຮຽນ​ແຫ່ງ​ນຶ່ງ​ຊຶ່ງ​ໄດ້​ຕັ້ງຊື່​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ​ນາງ. ຈົນ​ຮອດ​ເວລາ​ທີ່​ເສຍ​ຊີວິດ​ໃນ​ປີ 2007​ ທ່ານ​ນາງ Espin ​ໄດ້​ແຕ່ງງານ​ກັບ​ນ້ອງ​ຊາຍ ​ຂອງ​ທ່ານ Fidel Castro ຄື ​ທ່ານ Raul ທີ່​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ແທນ​ທ່ານ Fidel Castro ນຶ່ງ​ປີ​ຕໍ່​ມາ​ ໃນ​ປີ 2008.

ການ​ປາກົດ​ຕົວ​ຂອງ​ທ່ານ Fidel Castro ​ໃນ​ວັນ​ພະຫັດ​ວານ​ນີ້ມີ​ຂຶ້ນນຶ່ງ​ອາທິດຫລັງ​ຈາກ​ທ່ານ​ໄດ້​ພິມ​ເຜີຍ​ແຜ່ ​ຈົດໝາຍ​ສະບັບ​ນຶ່ງ​ ຕິຕຽນປະທານ​ນາ​ທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ຢູ່​ໃນ​ໜ້າ​ໜັງສືພິມ Granma ຂອງ​ທາງ​ການ​ພັກ​ຄອມ​ມູນິສຄິວ​ບາຫຼັງ​ຈາກ​ທ່ານໂອ​ບາ​ມາ​ໄດ້​ໄປ​ຢ້ຽມຢາມ​ຄິວ​ບາ​ຄັ້ງປະຫວັດສາດ ຊຶ່ງ​ເປັນ​ປະທານາທິບໍດີສະຫະລັດ​ຄົນ​ທຳ​ອິດ​ ທີ່​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ​ ໃນ​ຮອບ 90 ປີ.

Cuba Castro
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG