ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄິວບາ ຍອມຮັບວ່າ ລູກສອນໄຟ ຢູ່ໃນກໍາປັ່ນ ເກົາຫຼີເໜືອ ແມ່ນຂອງຕົນ (ວີດີໂອ/ສະໄລດ໌)


ພະນັກງານຄົນນຶ່ງ ກໍາລັງກວດກາ ກໍາປັ່ນ ທີ່ຕິດທຸງ ເກົາຫລີເໜືອ
"Chong Chon Gang" ທີ່ຈອດຢູ່ທ່າເຮືອ ຂົນສົ່ງ Manzanillo
ພະນັກງານຄົນນຶ່ງ ກໍາລັງກວດກາ ກໍາປັ່ນ ທີ່ຕິດທຸງ ເກົາຫລີເໜືອ "Chong Chon Gang" ທີ່ຈອດຢູ່ທ່າເຮືອ ຂົນສົ່ງ Manzanillo
ກະຊວງ​ຕ່າງປະ​ເທດຄິວ​ບາ ຮັບ​ຮູ້​ວ່າ​ ກໍາ​ປັ່ນ​ເກົາຫລີ​ເໜືອ ທີ່​ຖືກ
ຈັບ​ຢູ່​ຄອງພາ​ນາ​ມາ​ນັ້ນ ​ໄດ້​ບັນ​ທຸກ​ອາວຸດ​ຈາ​ກຄິວ​ບາ.

ກະຊວງ​ຕ່າງປະ​ເທດ​ຄິວ​ບາ​ກ່າວ​ວ່າ ອັນ​ທີ່​ຮ້ອງ​ວ່າ ​ອາວຸດ​ທີ່
“ຫຼ້າ​ສະ​ໄໝ​ແລ້ວ"ແມ່ນຮວມ​ທັງລູກ​ສອນ​ໄຟ​ຕໍ່ຕ້ານ​ອາກາດ​ສະ
ຍານ ຊິ້ນສ່ວນຈະ​ຫຼວດ​ທີ່​ມ້າງ​ແລ້ວ ​ແລະ​ອຸບ​ປະກອນທາງ​ທະ
ຫານອື່ນໆ ທີ່​ສົ່ງໄປ​ສ້ອມ​ແປງ​ຢູ່ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່ພາ​ນາມາ ​ໄດ້​ຢຸດ​ກໍາ​ປັ່ນ​ໃນ​ຖານ​ສົງ​ໄ​ສວ່າ ບັນ
ທຸກ​ຢາ​ເສບ​ຕິດ. ​ແຕ່ພວກ​ເຂົາ​ເຈົ້າໄດ້​ພົບ​ເຫັນ​ ໃນ​ວັນ​ຈັນຜ່ານ
​ມານີ້ ​ໃນອັນ​ທີ່​ເຂົາ​ເຈົ້າ​ບັນ​ລະ​ຍາຍ​ວ່າ “​ເປັນ​ອຸບປະກອນ​ລູກ​
ສອນ​ໄຟ​ທີ່​ທັນ​ສະ​ໄໝ” ທີ່ຊຸກ​ເຊື່ອງ​ໄວ້ຢູ່​ກັບ​ນໍ້າອ້ອຍ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ​ ​ແຄັບ​ແຕັນ​ເຮືອ ​ໄດ້​ພະຍາຍ​າມຂ້າໂຕ​ຕາຍ ​ແລະ​ພວກ​ລູກ​ເຮືອ 35 ຄົນ​ໄດ້​ຖືກ​ຄວບ​ຄຸມ​ໂຕໄວ້ຫລັງ​ຈາກປະຕິ​ເສດບໍ່​ຍອມ​ໃຫ້​ການ​ຮ່ວມ​ມື.



​ຄະດີ​ດັ່ງກ່າວ​ນີ້ ອາດ​ຈະ​ມອບ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ທຳການ​ສືບສວນ ​ເບິ່ງ​ວ່າ ອາວຸດ​ເຫຼົ່ານີ້ລະ​ເມີດ​ຕໍ່​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຫລື​ບໍ່ ທີ່ ຫ້າມ​ບໍ່​ໃຫ້​ເກົາຫຼີ​ເໜືອ ຊື້ຫຼືຂາຍລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຫຼື​ເທັກ​ໂນ​ໂລ​ຈີ​ນິວ​ເຄລຍ​ໃດ​ກໍ​ຕາມ.

Panama
please wait
Embed

No media source currently available

0:00 0:01:42 0:00
XS
SM
MD
LG