ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟຟ້າມອດໃນກຸຍບາ ສົ່ງຜົນກະທົບ ປະຊາຊົນ ນັບລ້ານຄົນ


ໂຮງແຮມ Habana Libre ເປັນອາຄານແຫ່ງດຽວ ໃນນະຄອນຫລວງ Havana ມີໄຟທີ່ໃຊ້ ທີ່ແລ່ນດ້ວຍໝໍ້ປັ່ນໄຟຟ້າ, ໃນລະຫວ່າງທີ່ໄຟຟ້າມອດ ເມື່ອຄືນວັນທີ 9 ກັນຍາ 2012.
ໂຮງແຮມ Habana Libre ເປັນອາຄານແຫ່ງດຽວ ໃນນະຄອນຫລວງ Havana ມີໄຟທີ່ໃຊ້ ທີ່ແລ່ນດ້ວຍໝໍ້ປັ່ນໄຟຟ້າ, ໃນລະຫວ່າງທີ່ໄຟຟ້າມອດ ເມື່ອຄືນວັນທີ 9 ກັນຍາ 2012.
ຊາວກຸຍບາຈໍານວນນັບລ້ານຄົນ ໄດ້ຕົກຢູ່ໃນຄວາມມືດສະນິດ
ໃນຄືນວັນອາທິດວານນີ້ ກໍຕອນກາງເວັນວັນຈັນທີ່ປະເທດລາວ
ຍ້ອນໄຟຟ້າມອດທີ່ກວມໄປທົ່ວຂອບເຂດອັນກ້ວາງຂວາງ.

ໄຟຟ້າໄດ້ມອດລົງໃນຕອນເດິກວັນອາທິດໃນເມືອງ Ciego de
Avila ໃນພາກໃຕ້ຂອງກຸຍບາ ໄປຈົນຮອດນະຄອນຫລວງ
Havana ຊຶ່ງຢູ່ຫ່າງອອກໄປ 400 ກິໂລແມັດ ທາງທິດຕາເວັນຕົກ
ສຽງເໜືອ ແລະກາຍໄປຮອດແຂວງ Pinar del Rio ທາງພາກ
ຕາເວັນຕົກສຸດຂອງເກາະ.

ທາງການຂອງກຸຍບາຍັງບໍ່ທັນໄດ້ແຈ້ງເຖິງສາຍເຫດຂອງໄຟຟ້າມອດຄັ້ງນີ້ເທື່ອ.

ໄຟຟ້າໄດ້ກັບຄືນມາໃຊ້ໄດ້ໃນບາງເຂດແລ້ວ ແຕ່ວ່ານະຄອນຫລວງ Havana ຍັງຢູ່ໃນ
ຄວາມມືດຢູ່ ຫຼາຍຊົ່ວໂມງຫລັງຈາກໄຟຟ້າມອດ.

ໄຟຟ້າມອດ ແມ່ນຖືວ່າເປັນເລືອງປົກກະຕິໃນກຸຍບາ ໃນຊຸມປີ 1990 ຕອນທີ່ເກາະ
ດັ່ງກ່າວໄດ້ປະເຊີນກັບບັນຫາຂາດເຂີນພະລັງງານນັ້ນ ແຕ່ວ່າໄຟຟ້າມອດ ໃນຂອບ
ເຂດອັນກ້ວາງໃຫຍ່ ຄືໃນວັນອາທິດຄັ້ງນີ້ ແມ່ນບໍ່ສູ້ມີ ໃນໄລຍະຫລັງໆນີ້.
XS
SM
MD
LG