ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ປ່ອຍສອດແນມ ຄິວບາ ຫ້າຄົນ ອອກຈາກຄຸກ


ຄຸກລັດຖະບານກາງ ທີ່ ເມືອງ Stafford ລັດ Arizona ບ່ອນທີ່ ທ້າວ Fernando Gonzalez ຖືກກັງຂັງ
ຄຸກລັດຖະບານກາງ ທີ່ ເມືອງ Stafford ລັດ Arizona ບ່ອນທີ່ ທ້າວ Fernando Gonzalez ຖືກກັງຂັງ
ສະມາຊິກ​ຄົນ​ທີ​ສອງ ຂອງອັນ​ທີ່​ຮ້ອງ​ວ່າ ກຸ່ມ​ສືບ​ລັບ “ຊາວ
ຄິວ​ບາທັງ​ຫ້າ” ​ໄດ້​ຖືກ​ປ່​ອຍ​ໂຕ​ ຈາກຄຸກສະຫະລັດ ຫລັງ​
ຈາກ​ໄດ້​ຖືກ​ຄຸມຂັງມາດົນກວ່າ 15 ປີ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທ້າວ Fernando Gonzalez
ອາຍຸ 50 ປີ ​ໄດ້​ສີ້​ນສຸດ ການຮັບໃຊ້​ໂທດຂອງລາວ ​ໃນ​
ວັນ​ພະຫັດວານ​ນີ້ ຢູ່ທີ່ຄຸກ​ເມຶຶືອງ Safford ລັດ Arizona.

ທ້າວ Gonzalez ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໜ້າ​ທີ​ກວດ​ຄົນ​
ເຂົ້າ​ເມືອງໃນ​ທັນ​ທີ ​ເພື່ອ​ເນລະເທດຜູ້ກ່ຽວໄປຍັງ ຄິວ​ບາ.

ທ້າວ Gonzalez ​ແລະ ຜູ້ຊາຍອີກ​ສີ່​ຄົນ ​ໄດ້​ຖືກ​ຈັບ​ໃນ​ປີ 2011 ທີ່​ນະຄອນ Miami ​ໃນ​
ຂໍ້ຫາ ທີ່ຮວມ​ທັງສົມຮູ້ຮ່ວມຄິດແລະ​ສອດແນມ.

ໃນການໃຫ້ການເວລາ​ດໍາ​ເນີນ​ຄະດີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ຫ້າ​ຄົນ ​ໄດ້​ຊອກ​ຫາຊ່ອງ
ທາງແຊກຊຶມ​ເຂົ້າ​ໄປໃນ​ຄ້າຍ​ທະຫານຕ່າງໆ ຮວມ​ທັງ ກອງ​ບັນຊາ​ການ ​ເຂດ​ໃຕ້​ຂອງ
ສະຫະລັດ. ​ເຂົາ​ເຈົ້າຍັງ​ສອດແນມເບິ່ງຊາວ​ຄິວ​ບາພັດ​ຖິ່ນ ທີ່ຕໍ່​ຕ້ານ​ລັດຖະບານຄອມ
​ມິ​ວນິສ ຂອງປະທາ​ນາ​ທິບໍດີ Fidel Castro ໃນເວລານັ້ນ.

ກຸງ Havaba ກ່າວ​ວ່າ ພວກ​ນັກ​ສືບ ບໍ່​ໄດ້​ຂົ່ມຂູ່​ຕໍ່ອະທິປະໄຕ​ຂອງສະຫະລັດ ​ແລະພຽງ​
ແຕ່​ຕິດຕາມເບິ່ງ ພວກຫົວຮຸນແຮງ​ພັດ​ຖິ່ນ ​ເພື່ອ​ປ້ອງ​ກັນບໍ່ໃຫ້ມີການ ໂຈມຕີ​ການ​ກໍ່​ການ​
ຮ້າຍ​ໃນຄິວ​ບາ.

ທັງ​ຫ້າ​ຄົນ ​ໄດ້​ຖືກ​ຍົກຍ້ອງ​ວ່າເປັນ​ວິລະ​ຊົນ ​ໃນຄິວ​ບາ. ຫລາຍ​ຮ້ອຍ​ຄົນ​ພາກັນ​ໄປເຕົ້າ​
ໂຮມ​ກັນ ຢູ່​ຕາມຖະໜົນ​ຫົນທາງ ໃນນະຄອນ Havana ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ສະ
ຫລອງ​ການ​ຖືກ​ປ່ອຍ​ໂຕ​ທ້າວ Gonzalez.
XS
SM
MD
LG