ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກອະນຸລັກນິຍົມ ມີຄະແນນນຳໜ້າ ໃນການ ເລືອກຕັ້ງ ສະພາ ໂຄຣເອເຊຍ


ບັນດາຜູ້ລົງຄະແນນສຽງ ກວດກາ ບັດຄະແນນສຽງຂອງພວກ ເຂົາເຈົ້າທີ່ ໜ່ວຍເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 11 ກັນຍາ, 2016.
ບັນດາຜູ້ລົງຄະແນນສຽງ ກວດກາ ບັດຄະແນນສຽງຂອງພວກ ເຂົາເຈົ້າທີ່ ໜ່ວຍເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 11 ກັນຍາ, 2016.

ຜົນຄະແນນລ່ວງໜ້າຈາກການເລືອກຕັ້ງສະພາແຫ່ງຊາດຂອງ ໂຄຣເອເຊຍ ໄດ້ສະແດງ ໃຫ້ເຫັນວ່າພັກອະນຸລັກນິຍົມ ສະຫະພັນປະຊາທິປະໄຕ ໂຄຣເອເຊຍ ຫຼື HDZ ເບິ່ງຄືວ່າ ຈະໄດ້ຊະນະບ່ອນນັ່ງຫຼາຍທີ່ສຸດ, ແຕ່ບໍ່ພຽງພໍທີ່ຈະປົກຄອງປະເທດໄດ້ໂດຍລຳພັງ, ຊຶ່ງຈະກໍ່ໃຫ້ມີລັດຖະບານພັນທະມິດອີກຄັ້ງໜຶ່ງ.

ດ້ວຍຄະແນນສຽງຈຳນວນຫຼາຍກວ່າເຄິ່ງໜຶ່ງໄດ້ຖືກນັບແລ້ວນັ້ນ, ພັກ HDZ ແມ່ນຢູ່ໃນ ເສັ້ນທາງທີ່ຈະຊະນະບ່ອນນັ່ງຢ່າງໜ້ອຍ 61 ບ່ອນ, ຕາມມາດ້ວຍພັກເສລີນິຍົມປະຊາທິ ປະໄຕສັງຄົມ, ພັກພັນທະມິດຂອງປະຊາຊົນ ດ້ວຍ 53 ບ່ອນນັ່ງ.

ບໍ່ວ່າໃຜຈະຈົບລົງດ້ວຍຕຳແໜ່ງສູງສຸດກໍຕາມ, ພັກການເມືອງນັ້ນຈະຫັນໄປຫາພັກ MOST ແລະ 12 ບ່ອນນັ່ງທີ່ພວກເຂົາເຈົ້າໄດ້ຮັບມາ ເພື່ອເຈລະຈາ ກ່ຽວກັບ ການປົກ ຄອງໂດຍຄະແນນສຽງສ່ວນຫຼາຍ.

ນີ້ແມ່ນຄັ້ງທີສອງໃນຮອບບໍ່ເຖິງໜຶ່ງປີທີ່ ໂຄຣເອເຊຍ ໄດ້ຈັດການເລືອກຕັ້ງລ່ວງໜ້າ ຫຼັງ ຈາກສະພາແຫ່ງຊາດໄດ້ຖືກຍຸບ ແລະ ລັດຖະບານໄດ້ລົ້ມລະລາຍ.

ລັດຖະບານປີກຂວາ ກ່ອນໜ້ານີ້ໄດ້ແຕກອອກເປັນສ່ວນໆໃນເດືອນມິຖຸນາຜ່ານມາ ຫຼັງ ຈາກກຳອຳນາດໄດ້ບໍ່ເຖິງ 6 ເດືອນ ໃນການເຈລະຈາທີ່ພົບທາງຕັນ ກ່ຽວກັບ ການປະຕິ ຮູບເສດຖະກິດ.

ໂຄຣເອເຊ, ປະເທດສະມາຊິກໃໝ່ຫຼ້າສຸດຂອງ ສະຫະພາບ ຢູໂຣບ, ແມ່ນກຳລັງດີ້ນຮົນ ກັບໜຶ່ງໃນເສດຖະກິດທີ່ອ່ອນແອທີ່ສຸດຂອງ EU, ລວມທັງການເຕີບໂຕປະຈຳປີທີ່ຕ່ຳ ແລະ ອັດຕາການວ່າງງານທີ່ສູງ.

ບັນດານັກວິເຄາະການເມືອງ ແມ່ນບໍ່ໄດ້ມີຄວາມຫວັງຫຍັງຫຼາຍທີ່ວ່າ ລັດຖະບານໃໝ່ຈະ ສ້າງຄວາມກ້າວໜ້າ ໃນການແກ້ໄຂບັນຫາຂອງປະເທດ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Croatia Election
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG