ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກອະນຸລັກ ນິຍົມ ໂຄຣເອເຊຍ ໄດ້ຮັບ ໄຊຊະນະ ໃນການ ເລືອກຕັ້ງ


ທ່ານ Tomislav Karamarko, ປະທານ ສະຫະພັນປະຊາທິປະໄຕ ໂຄຣເອເຊຍ ຫຼື HDZ, ກ່າວປາໄສຫຼັງຈາກການຢັ່ງຫາງສຽງໃນນະຄອນລວງ ຊາເກຣັບ. 9 ພະຈິກ, 2015.
ທ່ານ Tomislav Karamarko, ປະທານ ສະຫະພັນປະຊາທິປະໄຕ ໂຄຣເອເຊຍ ຫຼື HDZ, ກ່າວປາໄສຫຼັງຈາກການຢັ່ງຫາງສຽງໃນນະຄອນລວງ ຊາເກຣັບ. 9 ພະຈິກ, 2015.

ພັກຝ່າຍຄ້ານອະນຸລັກນິຍົມໂຄຣເອເຊຍ ໄດ້ຮັບໄຊຊະນະຫຼາຍ ຕຳແໜ່ງໃນການ ເລືອກຕັ້ງສະພາແຫ່ງຊາດຂອງປະເທດ, ແຕ່ວ່າ ຍັງບໍ່ພຽງພໍເພື່ອ ປົກຄອງປະເທດດ້ວຍຕົນເອງ.

ຄະນະກຳມະທິການເລືອກຕັ້ງໄດ້ກ່າວໃນວັນຈັນມື້ນີ້ວ່າ 99 ເປີເຊັນ ຂອງຄະແນນສຽງແມ່ນໄດ້ຖືກນັບແລ້ວ, ສະຫະພັນປະຊາທິປະໄຕ ໂຄຣເອເຊຍ ຫຼື HDZ ໄດ້ຮັບໄຊຊະນະ 59 ບ່ອນນັ່ງໃນ 151 ບ່ອນ ໃນສະພາແຫ່ງຊາດ. ພັກ ສັງຄົມປະຊາທິປະໄຕ ທີ່ກຳລັງປົກຄອງ ປະເທດຢູ່ ໄດ້ຈົບລົງດ້ວຍ 56 ບ່ອນ. ພັກທີ່ໄໝ່ກວ່າ ມີຊື່ວ່າ Most or Bridge ໄດ້19 ບ່ອນນັ່ງ ແລະ ຈະເປັນກຸນແຈທີ່ສຳຄັນ ໃນການ ເຈລະຈາ ເພື່ອກໍ່ຕັ້ງລັດຖະບານຮ່ວມ.

ເດັກນ້ອຍເບິ່ງບັດຄະແນນສຽງຖືກປ່ອນລົງໃນຫີບທີ່ ໜ່ວຍປ່ອນບັດເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 8 ພະຈິກ 2015.
ເດັກນ້ອຍເບິ່ງບັດຄະແນນສຽງຖືກປ່ອນລົງໃນຫີບທີ່ ໜ່ວຍປ່ອນບັດເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 8 ພະຈິກ 2015.

ພັກອະນຸລັກນິຍົມນຳໜ້າໂດຍອະດີດຫົວໜ້າສືບລັດຖະການລັບທ່ານ Tomislav Karamarko ໄດ້ໂຄສະນາຫາສຽງດ້ວຍນະໂຍບາຍພັກ ເຊິ່ງວິພາກວິຈານລັດຖະບານຂອງ ປະທານາທິບໍດີ Zoran Milanovic ສຳລັບການອະນຸຍາດໃຫ້ຮັບເອົາອົບພະຍົບຫຼາຍແສນ ຄົນສ່ວນໃຫຍ່ມາຈາກຕາເວັນອອກກາງຜ່ານເຂົ້າປະເທດຢ່າງອິດສະຫຼະໃນສອງສາມເດືອນ ທີ່ຜ່ານມາ.

ທ່ານ Karamarko ເຊິ່ງເປັນຜູ້ຕິດຕາມແນວຊາດນິຍົມ ໄດ້ນຳພາ ໂຄຣເອເຊຍ ໄປສູ່ຄວາມ ເປັນເອກະລາດຈາກ ອະດີດສະຫະພາບ ຢູໂກສລາເວຍ ເຊິ່ງເວລານັ້ນປົກຄອງໂດຍ ເຊີເບຍ, ກໍຍັງໄດ້ໃຊ້ ການໂຄສະນາຫາສຽງຂອງທ່ານເພື່ອເນັ້ນຄວາມຮັກຊາດ ແລະ ປະຕິຍານຕົນ ຕໍ່ໜ້າທີ່ໃໝ່ໃນປະເທດທີ່ມີປະຊາຊົນ 4 ລ້ານ 4 ແສນຄົນ ເຊິ່ງສ່ວນໃຫຍ່ນັບຖືສາສະໜາຄຣິສ ນິກາຍ ໂຣມັນ ກາໂຕລິກ.

ສະຫະພັນ HDZ ໄດ້ຖືກເລືອກໃຫ້ອອກຈາກການກຳອຳນາດໃນປີ 2011, ເຊິ່ງຕາມມາຈາກ ຂ່າວການກະທຳຜິດຫຼາຍຄັ້ງທີ່ລວມມີ ນາຍົກ ລັດຖະມົນຕີໃນເວລານັ້ນ ທ່ານ Ivo Sanader.

ຝ່າຍພັນທະມິດທີ່ຮ່ວມກຳອຳນາດຂອງທ່ານ Milanovic ໄດ້ໂຄສະນາ ຫາສຽງກ່ຽວກັບ ການສັນຍາຂະຫຍາຍເສດຖະກິດຢ່າງໝັ້ນຄົງ,​ ໃນຂະນະທີ່ພະຍາຍາມຢ່າງຊ້ຳແລ້ວຊ້ຳອີກ ເພື່ອຜູກມັດພັກຝ່າຍຄ້ານໃສ່ ກັບການສໍ້ລາດບັງຫຼວງ.

Croatia Elections
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG