ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄຣເອເຊຍ ຈັດ ການເລື້ອກຕັ້ງ ສະມາຊິກສະພາ ໃນວັນ ອາທິດມື້ນີ້


ແຜນທີ່ ຂົງເຂດ ປະເທດໂຄຣເອເຊຍ ເຊີເບຍ ແລະ ບອສເນຍເຮີເຊໂກວີນາ
ແຜນທີ່ ຂົງເຂດ ປະເທດໂຄຣເອເຊຍ ເຊີເບຍ ແລະ ບອສເນຍເຮີເຊໂກວີນາ

ປະເທດໂຄຣເອເຊຍ ພວມຈັດການເລືອກຕັ້ງສະມາຊິກສະພາ
ຄັ້ງທຳອິດຂອງຕົນ ໃນວັນອາທິດມື້ນີ້ ນັບຕັ້ງແຕ່ ຕົນໄດ້ເຂົ້າຮ່ວມ
ສະຫະພາບຢູໂລບ ໃນປີ 2013 ເປັນຕົ້ນມາ.

ການຢັ່ງຫາງສຽງຄວາມຄິດເຫັນ ທຳນາຍວ່າ ການແຂ່ງຂັນຈະ
ສູສີກັນລະຫວ່າງ ກຸ່ມທີ່ປົກຄອງປະເທດໃນປັດຈຸບັນ ນຳພາໂດຍ
ນາຍົກລັດຖະມົນຕີ ທ່ານ Zoran Milanovic ຂອງພັກສັງຄົມນິ
ຍົມ ປະຊາທິປະໄຕ ແລະ ພັກຝ່າຍຄູ່ແຂ່ງ ແນວໂຮມຮັກຊາດ.

ຄາດກັນວ່າ ທັງສອງພັກດັ່ງກ່າວ ຈະໄດ້ຮັບຄະແນນສຽງສ່ວນ
ຫຼາຍ ຢ່າງຂາດລອຍ ແລະ ທັງສອງຝ່າຍ ຈະທຳການເຈລະຈາ
ຮ່ວມກັນ ເປັນເວລາຍາວ ໃນການສ້າງຕັ້ງລັດຖະບານປະສົມ ທີ່ເປັນກຸ່ມນ້ອຍກວ່າເກົ່າ.

ພັກແນວໂຮມຮັກຊາດ ທີ່ນິຍົມແນວທາງເດີມ ຢາກໃຫ້ມີການຄວບຄຸມ ທີ່ຮັດແໜ້ນຂຶ້ນ
ກວ່ານີ້ ກ່ຽວກັບຊາວອົບພະຍົບ ທີ່ເດີນທາງຜ່ານ ໂຄຣເອເຊຍ ໄປຍັງຂົງເຂດທາງພາກ
ເໜືອ ຂອງຢູໂຣບ ທີ່ມີຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ.

ຢ່າງໃດກໍຕາມ ນາຍົກລັດຖະມົນຕີ Milanovic ກໍເບິ່ງຄືວ່າ ໄດ້ຮັບການສະໜັບສະໜູນ
ເພີ້ມຂຶ້ນ ສຳຫລັບ ການສະແດງອອກເຖິງ ຄວາມເຫັນອົກເຫັນໃຈ ຕໍ່ຊາວອົບພະຍົບ ແລະ
ການປະຕິຍານວ່າ ຈະປົກປ້ອງຜົນປະໂຫຍດຂອງຊາດ.

Croatia Elections
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG