ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄງການກໍ່ສ້າງ ເຂື່ອນດອນສະໂຮງ ປະເຊີນກັບ ການຄັດຄ້ານ ຈາກຫຼາຍພາກສ່ວນ


Lao Dam Project Runs Into Opposition
please wait

No media source currently available

0:00 0:04:53 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານເລື້ອງນີ້

ໂຄງການກໍ່ສ້າງເຂື່ອນດອນ​ສະ​ໂຮງ ຢູ່ເທິງແມ່ນ້ຳຂອງ ​ໃນ​ພາກ​
ໃຕ້​ຂອງ​ລາວ ກຳລັງດຶງດູດ​ເອົາການຄັດຄ້ານຈາກຊາວປະມົງ
ໃນທ້ອງຖິ່ນ ແລະ ກຸ່ມປົກປ້ອງສະພາບແວດລ້ອມສາກົນຕ່າງໆ
ຕະຫລອດ​ທັງ ບັນດາປະເທດເພື່ອນບ້ານ. ຜູ້ສື່ຂ່າວວີໂອເອ ໄຊ
ໂມນີ ໄດ້ເດີນທາງ ໄປຢ້ຽມຢາມຂົົງເຂດທີ່​ຈະ​ມີ​ການ​ສ້າງ​ເຂື່ອນ​
ດັ່ງກ່າວ ​ແລະ​ມີ​ລາຍ​ງານ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ທ້າວ ສັ້ນ ​ທ​ະຍາ ​ໄດ້​ກາງ​ຕໍ່ນຳ ເຮືອ​ຂົນ​ສົ່ງຜູ້​ໂດຍສານ ສຳ​ຫລັບ​ການ​ຫາ​ລາຍ​ໄດ້​ມາ​ຈຸນ
​ເຈືອ​ຄອບຄົວຂອງ​ລາວ ​ເປັນ​ເວລາຫຼາຍປີ​ມາ​ແລ້ວ. ​ລາວ​ເວົ້າ​ວ່າ ໂດຍ​ສະ​ເລ່ຍ​ ລາວຫາ​
ເງິນ​ໄດ້​ປະ​ມານ 200,000 ກີບ ຫຼື​ປະມານ 25 ດອນ​ລາ​ຕໍ່​ເດືອນ ຈາກ​ການ​ນຳເອົາ​ພວກ​
ນັກ​ທ່ອງ​ທ່ຽວ​ໄປ​ເບິ່ງປາ​ໂລມາ ຢູ່​ໃນແມ່ນ້ຳຂອງ​ ​ໃນ​ເຂດ​ຊາຍ​ແດນ ລະຫວ່າງລາວ ກັບ​
ກຳປູ​ເຈຍ. ​ໃນ​ເວລາ​ທີ່​ບໍ່​ມີ​ພວກ​ນັກທ່ອງທ່ຽວ ຄົນ​ແລ່ນ​ເຮືອ​ຊາວ​ລາວ​ຄົນ​ນີ້ ກໍ​ແມ່ນ​ຈະ
ອອກ​ໄປ​ຫາ​ປາ​ໃນ​ບໍລິ​ເວນນັ້ນ ​ເພື່ອໄປຂາຍ​ເອົາ​ເງິນ​ມາລ້ຽງດູ​ຄອບຄົວ.

​ແຕ່​ມາ​ບັດ​ນີ້ ທ້າວ ສັ້ນ ຊຶ່ງມີລູກ 4 ຄົນ ກ່າວ​ວ່າ ​ໃນ​ບໍ່​ຊ້າ​ນີ້ ລາວ​ອາດ​ຈະ​ບໍ່​ມີ​ວິທີ​ທຳ​ມາ
​ຫາ​ກິນ ຕໍ່​ໄປ​ອີກ ຍ້ອນ​ວ່າລັດຖະບານ​ລາວ​ມີ​ແຜນການ ທີ່​ຈະ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ
ຢູ່​ຮູດອນ​ສະ​ໂຮງ ຊຶ່ງ​ເປັນ​ຮູ​ສຳຄັນຂອງ​ແມ່ນ້ຳຂອງ ທີ່ຢູ່​ເໜືອ​ຈຸດ​ຊາຍ​ແດນ​ຂຶ້ນ​ໄປ ປະມານ
2 ກິ​ໂລ​ແມັດ.

ທ້າວ ສັ້ນ ​ເວົ້າ​ ຢູ່​ໃນ​ເຮືອ​ຂອງ​ລາວວ່າ “ຂ້ອຍບໍ່​ຮູ້​ສິ​ເຮັດ​ແນວ​ໃດ ຖ້າ​ຫາກ​ມີ​ການສ້າງ
ເຂື່ອນຂຶ້ນມາ ​ແຕ່ຂ້ອຍ​ກໍຈະ​ລໍຖ້າ​ໃຫ້​ລັດຖະບານ​ສະ​ເໜີ ວຽກໃຫ້​ຂ້ອຍ. ຂ້ອຍ​ບໍ່​
ສາມາດ​ເວົ້າວ່າ ຂ້ອຍ​ບໍ່​ມັກ​ເຂື່ອນ​ນັ້ນ ​ແລະຂ້ອຍ ​ກໍບໍ່​ສາມ​າດ ຂໍ​ຮ້ອງ​ໃຫ້​ລັດຖະບານ​ ຍຸດຕິ​ການ​ສ້າງເຂື່ອນ​ເຊັ່ນ​ກັນ. ຂ້ອຍ​ຢ້ານ.”

ທາງ​ການລາວ​ໄດ້ກ່າວວ່າ ເຂື່ອນທີ່​ຖືກ​ສະ​ເໜີຂຶ້ນ​ມາ​ນັ້ນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ ຕໍ່ການ​
ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ ​ເພາະວ່າ ລາວຈະ ສາມາດ​ຂາຍ​ໄຟຟ້າທີ່​ຈະ​ຜະລິດ
​ອອກນັ້ນ ໄປ​ໃຫ້​ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ເຊັ່ນ ປະ​ເທດ​ໄທ.

​ແຕ່​ຫາກ​ວ່າ ​ໂຄງການ​ພະລັງ​ໄຟຟ້າ ຄວາມ​ແຮງ 260 ເມ​ກາວັດດັ່ງ ກ່າວ ​ໄດ້ສ້າງ​ຄວາມ
​ກັງວົນ​ໃຫ້​ແກ່​ຫລາຍ​ພາກສ່ວນ ​ບໍ່ພຽງແຕ່​ ​ຊາວ​ປະມົງ ຄື​ ທ້າວສັ້ນ ທະຍາ ​ເທົ່າ​ນັ້ນ ​ແຕ່​ຍັງ
​ມີ​ບັນດາ​ເຈົ້າໜ້າ​ທີ່ ກຸ່ມ​ສັງຄົມ​ພົນລະ​ເມືອງຕ່າງໆ​ ​ແລະ ບັນດາປະຊາ​ຄົມ​ໃນ​ປະ​ເທດຕ່າງໆ ຕາມລຳ​ແມ່ນ້ຳຂອງ ຈາກ​ປະ​ເທດ​ໄທ ທີ່ຢູ່​ເໜືອ​ຂຶ້ນ​ໄປ ​ຫາ​ປະ​ເທດ ກຳປູ​ເຈຍ ​ແລະ ຫວຽດນາມ ທີ່ຢູ່​ຕອນ​ລຸ່ມ​ຂອງ​ແມ່​ນ້ຳຂອງ.

ຢູ່ປະ​ເທດ​ໄທ ບັນດາ​ປະຊາ​ຄົມ​ທີ່​ອາ​ໄສ​ຢູ່​ຕາມ​ລຳ​ແມ່ນ້ຳຂອງ ກ່າວ​ວ່າ ຖ້າ​ມີ​ການ​ກໍ່ສ້າງ
ຂຶ້ນ​ແທ້ ​ເຂື່ອນ​ດອນ​ສະ​ໂຮງ​ກໍອາດສາມາດທຳ​ລາຍ ​ວິຖີຊີວິດ​ແລະ​ການ​ທຳ​ມາ​ຫາ​ລ້ຽງ​ຊີ​ບ
ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ກາງ​ຕໍ່​ພວກ​ປາ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດອື່ນ​ໆ ໃນ
​ແມ່ນ້ຳຂອງນັ້ນ.

ຢູ່ຊຽງ​ໃໝ່ ທ່ານພູຣະພົງ ​ໂປ​ມັນ ​ຜູ້​ອຳ​ນວຍ​ການ​ຂອງ ສະມາຄົມ​ Living River Siam
Association ຊຶ່ງ​ທຳ​ງານ​ກັບ​ບັນ​ດາ​ປະຊາ​ຄົມ​ໃນ​ທ້ອງຖິ່ນ ມີ​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານພູຣະພົງ ​ເວົ້າວ່າ “ຢູ່​ໃນໄທ ພວກ​ເຮົາ​ມີ 8 ​ແຂວງ​ທີ່​ຕັ້ງຢູ່​ຕາມ​ລຳ​ແມ່ນ້ຳຂອງ ​
ແລະ ພວກ​ປະຊາຊົນ​ທ້ອງ​ຖິ່ນ​ ກໍ​ແມ່ນໄດ້​ອາ​ໄສຢູ່ ແລະ​ກາງ​ຕໍ່​ແມ່ນ້ຳ​ສາຍ​ນີ້ ມາ​
ໄດ້ຫຼາຍ​ເຊັ່ນ​ຄົນ​ແລ້ວ ​ພິ​ເສດ​ກໍ​ແມ່ນ​ສຳ​ຫລັບ ການຫາ​ປາ ການ​ເຮັດ​ສວນ​ຢູ່​ແຄມ​
ຝັ່ງ ​ແລະ​ການ​ຄົມມະນາຄົມຂົນສົ່ງ.”

​ຖ້າ​ສ້າງ​ຂຶ້ນ ເຂື່ອນ​ໄຟຟ້ານ້ຳຕົກ​ດອນ​ສະ​ໂຮງກໍ​ແມ່ນ​ຈະ​ຕັນ​ຮູນ້ຳ​ທີ່ສຳ ຄັນທີ່​ສຸດ​ຂອງ​
ແມ່ນ້ຳຂອງ. ບັນດາ​ນັກ​ຊ່ຽວຊານ​ອິດສະຫລະ ກ່າວ​ວ່າ ພວກ​ໝູ່ປາຍົກຍ້າຍ ​ແລະ​ ລອຍ​
ຂຶ້ນລົງ​ຜ່ານ​ຮູ​ດັ່ງກ່າວນັ້ນ ຕະຫລອດ​ປີ​.

ໃນກອງປະຊຸມປຶກສາຫາລື ຢູ່ທີ່ເມືອງປາກເຊຂອງລາວ ເມື່ອເດືອນ ທັນວາປີກາຍນີ້
ຜູ້ຕາງໜ້າເຄືອຂ່າຍແມ່ນ້ຳຂອງຫວຽດນາມ ທ່ານນາງ Duong Thien ໄດ້ຂໍຮ້ອງໃຫ້
ຍົກເລີກໂຄງການກໍ່ສ້າງເຂື່ອນນັ້ນ.

ທ່ານນາງ Duong Thien ເວົ້າວ່າ “ພວກເຮົາຮຽກຮ້ອງໃຫ້ລັດຖະບານລາວ ຍົກເລີກ ເຂື່ອນດອນສະໂຮງໂດຍທັນທີ ແລະ ໃຫ້ລັດຖະບານຫວຽດນາມ ໄທ ແລະ ກຳປູເຈຍ ດຳເນີນການຕ່າງໆ ທີ່ເໝາະສົມ ເພື່ອປະຕິບັດຄວາມຮັບຜິດຊອບ ຂອງພວກຕົນ ຕໍ່ການປົກປ້ອງແມ່ນ້ຳຂອງ ແລະ ພົນລະເມືອງຂອງ ພວກຕົນ.”

ຄະນະກຳມະການແມ່ນ້ຳຂອງແຫ່ງຊາດຂອງກຳປູເຈຍ ກໍໄດ້ສະ​ແດງ ຄວາມກັງວົນ ​ອອກ​
ມາ​ເຊັ່ນ​ກັນ. ທ່ານ Kol Vathana ເປັນເລຂາທິ ການໃຫຍ່ ຄະນະກຳມະການດັ່ງກ່າວ.

ທ່ານ Kol ເວົ້າວ່າ “ພວກເຮົາ ເພື່ອນບ້ານຂອງຄະນະກຳມະທິການແມນ້ຳຂອງ
ຕ້ອງການໂຄງການທີ່ເປັນຜົນປະໂຫຍດ ແລະ ບໍ່ສົ່ງຜົນກະທົບຕໍ່ປະເທດອື່ນໆ
ທີ່ກ່ຽວຂ້ອງ ຫຼື ທີ່ວ່າມີຜົນສະທ້ອນ ນ້ອຍທີ່​ສຸດ ທີ່ສາມາດຮັບເອົາໄດ້.”

ຜູ້ພັດທະນາໂຄງການ ກໍຄື ບໍລິສັດ Mega First ຂອງມາເລເຊຍ ກ່າວວ່າ ພົນລະເມືອງ
ບໍ່ຄວນວິຕົກກັງວົນເລີຍ ເພາະວ່າເຂື່ອນນັ້ນ ຈະບໍ່ມີຜົນກະທົບທີ່ສຳຄັນ ຕໍ່ບັນດາປະເທດ
ທີ່ນຳໃຊ້ແມ່ນ້ຳຂອງ ຮ່ວມກັນ.

ທ່ານ Peter Hawkins ຜູ້​ຈັດການ​ຝ່າຍ​ສິ່ງ​ແວດ​ລ້ອມ​ຂອງ​ບໍລິສັດ ​ເວົ້າວ່າ “ຄວາມກັງວົນ ເຫຼົານັ້ນ ແມ່ນບໍ່ມີເຫດຜົນເລີຍ ມັນບໍ່ແມ່ນເລື້ອງ ແທ້ຈິງ. ເຫດຜົນກໍຄື ໂຄງການນີ້
ຖ້າ​ເວົ້າ​ໃນລະດັບຂອງການພັດທະ ນາ​ໄຟຟ້ານ້ຳຕົກຢູໃນ​ເຂດອ່າງແມ່ນ້ຳຂອງນີ້ ​
ກໍ​ແມ່ນໂຄງການນີ້ ​ເປັນໂຄງການນ້ອຍໆ ມັນນ້ອຍຫຼາຍ ເມື່ອສົມທຽບໃສ່ເຂື່ອນ
ທີ່​ໃຫຍ່ໆອື່ນໆ ຢູ່​ໃນ​ແມ່​ນ້ຳ​ຂອງ​ຕອນເທິງ ​ໃນ​ປະ​ເທດ​ລາວ ແລະໂດຍສະເພາະ
ຢູ່ໃນຈີນນັ້ນ.”

ທາງ​ການລາວກ່າວວ່າ ຕົນຈະ​ເດີນໜ້າຕໍ່ໄປກັບໂຄງການກໍ່ສ້າງ ເຂື່ອນນີ້. ທ່ານດາວວົງ
ພອນແກ້ວ ​ເປັນ​ເອກ​ອະທິບໍດີ ຂອງກົມນະໂຍບາຍ ແລະແຜນການດ້ານພະລັງງານ ຂອງລາວ.

ທ່ານດາວວົງ ເວົ້າວ່າ “ພວກເຮົາມີຂ່າວສານຢ່າງຫລວງຫຼາຍ ມີຂໍ້ມູນ ຢ່າງຫລວງຫຼາຍ. ບັດນີ້ ພວກເຮົາມີຄວາມໝັ້ນໃຈຫລາຍ​ວ່າ ຜ່ານມາດຕາການ ຫລຸດຜອນຕ່າງໆ ທີ່ພວກເຮົາຈະເຮັດນັ້ນ ​ເຂື່ອນ​ນີ້​ແມ່ນ​ຈະສົ່ງຜົນກະທົບ​ເລັກນ້ອຍ​ເທົ່າ​ນັ້ນ ຕໍ່ການ
ເຄື່ອນຍ້າຍ ຂຶ້ນລົງຂອງພວກ​ໝູ່ປາ ຢູ່ໃນ​ເຂດທີ່ຢູ່ລຸ່ມ​ເຂື່ອນ​ລົງ​ໄປ ຫຼື ແມ່ນ​ແຕ່​ເຂດ ​ທີ່ຢູ່​ເໜືອ​ເຂື່ອນ​ຂຶ້ນ​ໄປ.”

ແຕ່ວ່າພວກປະຊາຊົນ ​ເຊັ່ນ ທ້າວສັ້ນ ທະຍາ ຊາວປະມົງລາວ ແລະ ຄົນຂັບເຮືອແທັກ​ຊີນັ້ນ ກ່າວວ່າ ພວກເຂົາເຈົ້າ ພຽງ​ແຕ່ຢາກໃຫ້ ສາມາດຫາປາໄດ້ຢູ່ຄືເກົ່າ ເພື່ອລ້ຽງດູຄອບຄົວ ພວກເຂົາເຈົ້າ ແລະ ນຳເອົາພວກນັກທ່ອງທ່ຽວ ​ໄປເບິ່ງປາ​ໂລມາ ຢູ່​ແມ່​ນ້ຳຂອງ ​ໃນ​ເຂດ
​ຊາຍ​ແດນ​ນັ້ນ.

XS
SM
MD
LG