ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມົສກູ ກ່າວວ່າ ຫີບບັນທຶກການບິນ ທີ່ຕົກຢູ່ Sinai ກໍາລັງຖືກວິເຄາະ


ບັນດາຜູ້ຊ່ຽວຊານທະຫານອີຈິບ ກຳລັງກວດສອບຊິ້ນສ່ວນ ເຄື່ອງຈັກ ເຮືອບິນໂດຍສານຣັດເຊຍ ທີ່ຕົກຢູ່ ທະເລຊາຍ ອີຈິບ.
ບັນດາຜູ້ຊ່ຽວຊານທະຫານອີຈິບ ກຳລັງກວດສອບຊິ້ນສ່ວນ ເຄື່ອງຈັກ ເຮືອບິນໂດຍສານຣັດເຊຍ ທີ່ຕົກຢູ່ ທະເລຊາຍ ອີຈິບ.

​ເຈົ້າ​ໜ້າ​ທີ່​ຂົນ​ສົ່ງຣັດ​ເຊຍ ກ່າວ​ວ່າ ຫີບ​ບັນທຶກ​ສາຍ​ການບິນຣັດ​ເຊຍ ທີ່​ຕົກ​ໃນ​ວັນ​ເສົາ​ຜ່ານ​ມາ​ໃນ​ອີ​ຈິບໄດ້ຮັບ​ຄວາມ​ເສຍ​ຫາຍພຽງ “​ເລັກ​ນ້ອຍ.”

ບັນດາ​ເຈົ້າ​ໜ້າ​ທີ່​ຂົນ​ສົ່ງຣັດ​ເຊຍ ກ່າວ​ວ່າ ຫີບ​ບັນທຶກ​ການ​ບິນ​ທີ່​
ໄດ້ມາ​ຈາກ ສາຍ​ການບິນຣັດ​ເຊຍ ທີ່​ຕົກ​ໃນ​ວັນ​ເສົາ​ຜ່ານ​ມາ​ໃນ
​ອີ​ຈິບ ມີ​ຜູ້​ໂດຍສານ ​224 ຄົນ​ຢູ່​ໃນ​ເຮືອບິນນັ້ນ ​ໄດ້ຮັບ​ຄວາມ​ເສຍ
​ຫາຍພຽງ “​ເລັກ​ນ້ອຍ” ​ແລະ​ໄດ້​ຖືກ​ນຳ​ໄປ​ກວດກາ​ໃນ​ຂັ້ນ​ຕົ້ນ.

ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ຈັນ​ວານນີ້ ກະຊວງຂົນ​ສົ່ງ​ທາງ​ອາກາດ
​ໄດ້​ກ່າວ​ເພີ້ມ ​ວ່າ ​ການ​ຕັດສິນ​ໃຈກ່ຽວ​ກັບ​ການ​ເປີ​ດຟັງ ​ແລະ​ວິ​ເຄາະເຖິງ​ລາຍ​ລະອຽດ ຈາກ​ຫີບ​ບັນທຶກ​ສຽງຈະ​ຖືກ​ແກ້​ໄຂ​ໃນ “ບໍ່​ຊ້າ​ນີ້.”

ບ່ອນຖ້ຽວບິນ 9268 ທີ່ຕົກຢູ່ແຫລມ Sinai ປະເທດ Egypt.
ບ່ອນຖ້ຽວບິນ 9268 ທີ່ຕົກຢູ່ແຫລມ Sinai ປະເທດ Egypt.

ຖະ​ແຫລ​ງການ​ຂອງ​ກ​ະຊວງ ​ໄດ້​ມີ​ຂື້ນໃນເວລາ​ບໍ່່ດົນ​ຫລັງ​ຈາກ ບໍລິສັດ​ການບິນ Metrojet
ໄດ້​ອ້າງ​ເຖິງ​ເຫດຜົນຈາກ “ພາຍ​ນອກ” ທີ່​ນຳພາເຮືອບິນ​ຕົກ ຫລັງ​ຈາ​ກ​ໄດ້​ຕັດສິນ​ອອກ​ໄປ
ວ່າ ບໍ່​ແມ່ນ​ຄ​ວາ​ມລົ້ມ​ແຫລວ​ດ້ານ​ເທັກນິກ ຫລື​ຄວາມ​ຜິດພາດ​ຂອງ​ມະນຸດ. ບໍລິສັດ
Metrojet ບໍ່​ໄດ້​ສະ​ເໜີ​ຫລັກ​ຖານ​ທີ່ສະນັບສະໜູນ​ຄຳ​ຖະ​ແຫລ​ງຂອງ​ຕົນ ​ແລະ​ກະຊວງ
​ການບິນ ພາຍ​ລຸນ​ມາ​ໄດ້​ຮ້ອງ​ຄຳ​ຖະ​ແຫລ​ງຂອງ​ບໍລິ​ສັດ​ວ່າ “ບໍ່ສົມ​ບຸນ​ແບບ ​ແລະ​ບໍ່​ໄດ້
​ອ້າງ​ອີງ​ເຖິງ​ຄວາມ​ຈິງ​ໃດໆ.”

ສາຍ ​ການບິນ Metrojet ທີ່​ນຳພາ​ບັນດາຊາວ​ຮັດ​ເຊຍເປັນ​ສ່ວນ​ໃຫຍ່່ ທີ່​ພາກັນ​ໄປ​ພັກ​
ຜ່ອນ ໃນແຫລມ Sinai ຂອງປະ​ເທດ​ອີ​ຈິບ ​ໄປ​ຫາ St Petersburg ເຮືອບິນໄດ້​ຕົກ​ຈາກ
​ທ້ອງຟ້າ ກ່ອນ​ຕາ​ເວັນ​ຂື້ນ​ຂອງ​ວັນ​ເສົາຜ່ານ​ມາ ປະມານ 20 ນາ​ທີ່​ຫລັງ​ຈາກ​ໄດ້ຂື້ນ​ຈາກ
​ເດີ່ນ​ບິນ​ ຢູ່ບ່ອນ​ຕາກ​ອາກາດເມືອງ Sharm el-Sheikh ຂອງ​ອິຈິບ. ມີ​ຊາວ​ຢູ​ເຄຣນ
ສາມ​ຄົນ​ຮວມຢູ່່​ໃນບັນດາຜູ້ເສຍ​ຊີວິດ ​ແລະບໍ່​ມີຜູ້ໃດ​ຜູ້​ລອດ​ຊີວິດມາໄດ້​.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ຊາກ​ສົບຂອງ​ບັນດາຜູ້​ເຄາະ​ຮ້າຍ ​ໄດ້​ເລີ້ມ​ມາ​ເຖິງ​ເດີ່ນ​ບິນ
Pulkovo ທີ່​ນະຄອນ St Petersburg ນຳ​ເອົາ​ຊາກ​ສົບ​ກັບ​ມາ​ບ້ານ​ໂດຍ ການ​ຂົນ​ສົ່ງ
ຂອງ ລັດຖະບານ ຣັດ​ເຊຍ.

ທັງ​ສອງ​ຝ່າຍ ​ໄຄ​ໂຣ ​ແລະມົສກູ ​ໄດ້​ປະຕິ​ເສດ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຈາກສາ
ຂາ ລັດ​ອິສລາມ​ອີ​ຈິບ ທີ່ວ່າ​ໄດ້ເຮັດ​ໃຫ້ເຮືອບິນ​ຕົກ. ບັນດາ​ຜູ້​ຊ່ຽວຊານ​ການບິນ ​ແລະ​ທະຫານ ​ໄດ້ສະແດງ​ຄວາມສົງ​ໄ​ສວ່າ ພວກ​ຫົວ​ຮຸນ​ແຮງ​ຈັດ ບໍ່ມີ​ລູກ​ສອນ​ໄຟ ທີ່​ສາມາດ
​ຍິງ​ໃສ່​ເປົ້າໝາຍ​ທີ່ຢູ່​ໃນ​ຄວາມ​ສູງເຖິງ 9,100 ​ແມັດ.

ພວກຊາວໜຸ່ມພາກັນໄວ້ອາໄລຢູ່ຕໍ່ໜ້າ ສະຖານທູດ ຣັດເຊຍ ໃນນະຄອນ Cairo ປະເທດ Egypt.
ພວກຊາວໜຸ່ມພາກັນໄວ້ອາໄລຢູ່ຕໍ່ໜ້າ ສະຖານທູດ ຣັດເຊຍ ໃນນະຄອນ Cairo ປະເທດ Egypt.

ສາຍ ​ການບິນ Metrojet ທີ່​ນຳພາ​ບັນດາຊາວ​ຮັດ​ເຊຍເປັນ​ສ່ວນ​ໃຫຍ່່ ທີ່​ພາກັນ​ໄປ​ພັກ
​ຜ່ອນ ໃນແຫລມ Sinai ຂອງປະ​ເທດ​ອີ​ຈິບ ​ໄປ​ຫາ St Petersburg ເຮືອບິນໄດ້​ຕົກ​ຈາກ​
ທ້ອງຟ້າ ກ່ອນ​ຕາ​ເວັນ​ຂື້ນ​ຂອງ​ວັນ​ເສົາຜ່ານ​ມາ ປະມານ 20 ນາ​ທີ່​ຫລັງ​ຈາກ​ໄດ້ຂື້ນ​ຈາກ​
ເດີ່ນ​ບິນ​ ຢູ່ບ່ອນ​ຕາກ​ອາກາດເມືອງ Sharm el-Sheikh ຂອງ​ອິຈິບ. ມີ​ຊາວ​ຢູ​ເຄຣນສາມ
​ຄົນ​ຮວມຢູ່່​ໃນບັນດາຜູ້ເສຍ​ຊີວິດ ​ແລະບໍ່​ມີຜູ້ໃດ​ຜູ້​ລອດ​ຊີວິດມາໄດ້​.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ ​ນີ້ ຊາກ​ສົບຂອງ​ບັນດາຜູ້​ເຄາະ​ຮ້າຍ ​ໄດ້​ເລີ້ມ​ມາ​ເຖິງ​ເດີ່ນ​ບິນ
Pulkovo ທີ່​ນະຄອນ St Petersburg ນຳ​ເອົາ​ຊາກ​ສົບ​ກັບ​ມາ​ບ້ານ​ໂດຍ ການ​ຂົນ​ສົ່ງ
​ຂອງ ລັດຖະບານ ຣັດ​ເຊຍ.

ທັງ​ສອງ​ຝ່າຍ ​ໄຄ​ໂຣ ​ແລະມົສກູ ​ໄດ້​ປະຕິ​ເສດ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຈາກສາຂາ
ລັດ​ອິສລາມ​ອີ​ຈິບ ທີ່ວ່າ​ໄດ້ເຮັດ​ໃຫ້ເຮືອບິນ​ຕົກ. ບັນດາ​ຜູ້​ຊ່ຽວຊານ​ການບິນ ​ແລະ​ທະຫານ
​ໄດ້ສະແດງ​ຄວາມສົງ​ໄ​ສວ່າ ພວກ​ຫົວ​ຮຸນ​ແຮງ​ຈັດ ບໍ່ມີ​ລູກ​ສອນ​ໄຟ ທີ່​ສາມາດ​ຍິງ​ໃສ່​ເປົ້າ
ໝາຍ​ທີ່ຢູ່​ໃນ​ຄວາມ​ສູງເຖິງ 9,100 ​ແມັດ.

Russians, Egyptians Mourn Plane Crash Victims
please wait

No media source currently available

0:00 0:00:42 0:00

XS
SM
MD
LG