ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຜູ້ເສຍຊີວິດ ຢ່າງໜ້ອຍ 107 ຄົນ ໃນເຫດ ເຄື່ອງຍົກພັງ ທີ່ວັດໃຫຍ່ ຂອງ ຊາອຸດີ


ເຄື່ອງຍົກທີ່ພັງລົງມາ ຢູ່ວັດໃຫຍ່ ໃນນະຄອນເມັກກະ
ເຄື່ອງຍົກທີ່ພັງລົງມາ ຢູ່ວັດໃຫຍ່ ໃນນະຄອນເມັກກະ

ເຈົ້າໜ້າທີ່ຊາອຸດີ ພວມທຳການສືບສວນ ກ່ຽວກັບການພັງລົງ
ຂອງເຄື່ອງຍົກທີ່ວັດໃຫຍ່ອິສລາມຢູ່ນະຄອນເມັກກະ ເຮັດໃຫ້
ມີຜູ້ເສຍຊີວິດຢ່າງໜ້ອຍ 107 ຄົນ ແລະບາດເຈັບຫລາຍກວ່າ
230 ຄົນ.

ເຄື່ອງຍົກຂະໜາດໃຫຍ່ໄດ້ພັງລົງມາຜ່ານທາງເພດານຂອງວັດ
ໃນຂະນະທີ່ຜູ້ຄົນພວມໂຮມຊຸມນຸມກັນ ສວດມົນພາວະນາ ໃນ
ວັນສຸກວານນີ້ ບໍ່ເທົ່າໃດມື້ກ່ອນ ຈະມີການສະແຫວງບຸນປະຈຳ
ປີ Hajj ຢູ່ໃນວັດທີ່ສັກສິດທີ່ສຸດແຫ່ງນຶ່ງຂອງສາສະໜາອິສລາມ.

ຮູບພາບ ທີ່ນຳອອກເຜີຍແຜ່ ທາງສື່ສັງຄົມ ສະແດງໃຫ້ເຫັນວ່າ
ພວກສະແຫວງບຸນ ແມ່ນມີເຄື່ອງນຸ່ງທີ່ເຕັມໄປດ້ວຍເລືອດ ແລະຊາກເຄື່ອງຍົກທີ່ຫັກລົງມາ.
ການກໍ່ ສ້າງພວມດຳເນີນຢູ່ ເພື່ອຂະຫຍາຍວັດດັ່ງກ່າວ.

ວັດໃຫຍ່ອິສລາມ ຂອງຊາອຸດີ ທີ່ເມັກກະ
ວັດໃຫຍ່ອິສລາມ ຂອງຊາອຸດີ ທີ່ເມັກກະ

ເຈົ້າໜ້າທີ່ຄວບຄຸມສຽງຂອງວັດ ທ່ານ Mohammed Tahir
ກ່າວຕໍ່ວີໂອເອພະແນກພາສາ Urdu ວ່າ ອາກາດມີສ່ວນພາ
ໃຫ້ ເຄື່ອງຍົກພັງລົງມາ ໂດຍເວົ້າວ່າ ມີຝົນຕົກໜັກ ພ້ອມກັບ
ລົມແຮງ ເວລາເຄື່ອງຍົກ ບໍ່ສາມາດຊົງຕົວໄດ້ ຍ້ອນລົມແຮງ
ເຄື່ອງຍົກຈຶ່ງໄດ້ພັງລົງມາໃສ່ ບໍລິເວນພາຍໃນຂອງວັດໃຫຍ່.

ທ່ານ Tahir ກ່າວວ່າ ພວກສະແຫວງບຸນຢູ່ພາຍໃນບໍລິເວນ
ວັດໃຫຍ່ກຳລັງທຳພິທີ Umra ທີ່ພວກເຂົາເຈົ້າຕ້ອງໄດ້ຍ່າງ
ອ້ອມຫີນດຳສັກສິດ ກາບາ ທີ່ຕັ້ງຢູ່ໃນບໍລິເວນໃຈກາງວັດ ທີ່
ສັກສິດທີ່ສຸດຂອງສາສະໜາອິສລາມ.

ພວກຜູ້ນຳຂອງໂລກຫຼາຍໆຄົນ ໄດ້ໂທລະສັບໄປສະແດງຄວາມເສົ້າສະຫລົດໃຈກັບພວກ ຜູ້ນຳ ຂອງຊາອຸດີ ອາຣາເບຍ.

Saudi Mosque Collapse
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG