ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະກຳມະການ CPJ ກ່າວວ່າ ຫວຽດນາມ ເພີ້ມການປາບປາມ ພວກນັກຂ່າວຫຼາຍຂຶ້ນ


CPJ logo
CPJ logo
ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ຫຼື CPJ ກ່າວ​ວ່າ ຫວຽດນາມ
​ເປັນ​ປະ​ເທດ​ທີ່​ຈັບພວກ​ນັກ​ຂ່າວ​ຂັງ​ຄຸກ​ ຫຼາຍ​ອັນ​ດັບ 5 ຂອງ​ໂລກ
​ແລະ​ເປັນ​ອັນ​ດັບ​ສອງ​ໃນ​ພາກພື້ນ​ເອ​ເຊຍ​ປາຊີ​ຟິກ ຮອງ​ຈາກ​ຈີນ.

​ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ເປີດ​ເຜີຍ​ ລາຍ​ຊື່​ປະຈຳ​ປີ​ຂອງ​ຕົນ
ໃນ​ວັນ​ພຸດ​ວານ​ນີ້ກ່ຽວ​ກັບ​ບັນດາ​ອຳນາດປົກຄອງ​ທີ່​ມີ​ການ​ກົດ​ຂີ່
​ປາບ​ປາມຫຼາຍທີ່​ສຸດ​ຂອງ​ໂລກ ທີ່​ອິງ​ໃສ່​ການວັດ ແທກ​ເບິ່ງເສລີພາບຂອງ​ວົງ​ການ​ຂ່າວນັ້ນ.
ລາຍ​ງານ​ຂອງ​ອົງການ CPJ ກ່າວ​ວ່າ ຫວຽດນາມໄດ້​ກັກ​ຂັງ​ພວກ​ນັກ​ຂ່າວ​ໄວ້ 18ຄົນ​ເພີ້​ມ
ຂຶ້ນຈາກ14 ຄົນເມື່ອ​ນຶ່ງ​ປີ​ກ່ອນນີ້ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່ຫວຽດນາມເພີ່ມ​ທະວີການ​ທັບມ້າງ
​ປາບ​ປາມ​ພວກ​ຂຽນ​ຂໍ້ຄວາມ​ລົງ​ໃນ website ທີ່​ເປັນ​ຕົວ​ແທນ​ຂອງ​ວົງ​ການ​ຂ່າວ ທີ່​ເປັນ​ອິດ
​ສະລະ ອັນ​ດຽວ​ຂອງ​ປະ​ເທດນັ້ນ.

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ຫຼື Reporters Without Borders ກໍ​ໄດ້ກ່າວ​ເຊັ່ນ​ກັນ​
ວ່າ ຫວຽດນາມເອົາ​ທ່າ​ທີ​ເປັນ​ປໍ​ລະ​ປັກ​ຕໍ່​ພວກ​ຂຽນ​ຂໍ້ຄວາມ​ລົງ​ໃນ Website ຄື​ກັນ.

ທ່ານ Benjamin Ismail ຫົວໜ້າ​ຫ້ອງການ​ປະຈຳ​ພາກ​ພື້ນ​ເອເຊຍຂອງ​ອົງການນັກ​
ຂ່າວບໍ່​ມີ​ພົມ ແດນ ກ່າວ​ຕໍ່​ພະ​ແນ​ກຫວຽດນາມ​ຂອງ​ວີ​ໂອ​ເອວ່າ ເນື່ອງ​ຈາກ​ວ່າ​ຫວຽດ
ນາມໄດ້ເຂົ້າ​ຮ່ວມ​ໃນ​ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ໃນປີ​ນີ້ ມັນຈຶ່ງ
ເປັນ​ເວລາ​ທີ່​ເໝາະ​ສົມແລ້ວ ທີ່​ຈະ​ດຶງ​ຄວາມ​ສົນ​ໃຈໄປ​ໃສ່​ກຸງ​ຮາ​ໂນ່​ຍ.

ອົງການ​ ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ຫຼື RSF ​ໃນ​ພາສາ​ຝຣັ່ງ ​ຈັດ​ໃຫ້​ຫວຽດນາມເປັນ​ປະ​ເທດ ​
ທີ່​ຈັບ​ພວກ​ນັກເຄື່ອນ​ໄຫວ​ທາງ​ອອນ​ລາຍນ໌ ​ເຂົ້າ​ຄຸກ ​ຫຼາຍອັນ​ດັບ​ສອງຂອງ​ໂລກ ຮອງ​
ຈາກ​ຈີນ ຊຶ່ງ​ເວລາ​ນີ້​ແມ່ນ​ມີ​ຫຼາຍ​ກວ່າ 134 ຄົນ ຖືກ​ກັກຂັງ​ຢູ່.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG