ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຕັດສິນໂທດ ຈຳຄຸກ ອ້າຍເຂີຍ ທ່ານ Liu Xiaobo (ວີດີໂອ)


Liu xia ພັນລະຍາຂອງ ທ່ານ Liu Xiaobo ຜູ້​ໄດ້​ຮັບລາງ​ວັນໂນ​ແບ​ລ
ຂະ​ແໜງ​ສັນຕິພາບ ທີ່ຍັງ​ຕິ​ດຄຸກ ກໍາລັງຮ້ອງໃຫ້
Liu xia ພັນລະຍາຂອງ ທ່ານ Liu Xiaobo ຜູ້​ໄດ້​ຮັບລາງ​ວັນໂນ​ແບ​ລ ຂະ​ແໜງ​ສັນຕິພາບ ທີ່ຍັງ​ຕິ​ດຄຸກ ກໍາລັງຮ້ອງໃຫ້
ສານ​ຂອງ​ຈີນແຫ່ງ​ນຶ່ງ ​ໄດ້​ຕັດ​ສິນ​ເຫັນ​ພ້ອມ ​ໃນອັນ​ທີ່​ຜູ້ຄົນ​ຈໍາ
ນວນ​ນຶ່ງ​ເຫັນ​ວ່າ ເປັນ​ການ​ຕັດສິນ​ໂທດ​ຈຳ​ຄຸກ​ທີ່​ມີ​ຈຸດປະສົງ
​ທາງ​ດ້ານ​ການ​ເມືອງ​ຕໍ່ອ້າຍ​ເຂີຍ​ທ່ານ Liu Xiaobo ຜູ້​ໄດ້​ຮັບ
​ລາງ​ວັນໂນ​ແບ​ລຂະ​ແໜງ​ສັນຕິພາບ ທີ່ຍັງ​ຕິ​ດຄຸກ​ຢູ່​ນັ້ນ.

ທ່ານ Liu Hui ​ໄດ້​ຖືກ​ຕັດສິນໂທດ​ ໃນ​ເດືອນ​ມິຖຸນາຜ່ານ​ມາ
ໃຫ້​ຕິດ​ຄຸກເປັນ​ເວລາ 11 ປີ ​ໃນ​ຂໍ້​ຫາ​ສໍ້​ໂກງ​ທີ່​ພົວພັນ​ກ່ຽວກັບ
ການ​ໂຕ້​ຖຽງ​ກັນ​ເລື້ອງອະສັງຫາ ລິ​ມມະ​ຊັບ​. ທ່ານ​ໄດ້​ປະຕິ​ເສດ
​ຂໍ້​ກ່າວ​ຫານີ້ ​ໂດຍເວົ້າ​ວ່າ ​ເປັນ​ການ​ແກ້​ແຄ້ນ ຕໍ່ ເຄື່ອນ​ໄຫວ​
ຂອງຄອບຄົວທ່ານ.

ອ້າຍ​ຂອງ​ທ່ານ Liu Tong ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ທ່ານ​ມີ​ຄວາມ​ຜິດຫວັງ​ກ່ຽວ​ກັບການ​ຕັດສິນ​ຂອງ​ສານ ທີ່​ເມືອງ Huairou ທາງພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງກຸງ​ປັກ​ກິ່ງ.

ທະນາຍຄວາມ​ຂອງ ທ່ານ Liu ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ ບໍ່​ໄດ້​ຜິດ​ຫວັງ ຫລື​ແປກ​ໃຈ ກ່ຽວ​ກັບການ​ຕັດສິນ ​ໂດຍ​ກ່າວ​ວ່າ ລາວ​ໄດ້ “​ຕຽມພ້ອມ​ທາງ​ສະຕິ” ​ກ່ຽວ​ກັບ​ການ​ເສຍ​ໄຊ ​ໃນ​ການຂໍ​ອຸທອນດັ່ງກ່າວ.

​ນ້ອງ​ຂອງ​ລາວ​ແມ່ນນາງ Liu Xia ຊຶ່ງພັນ​ລະ​ຍາ​ ຂອງທ່ານ Liu Xiaobo ຜູ້ທີ່ໄດ້​ຮັບ​ລາງວັນໂນ​ແບ​ລຂະ​ແໜງສັນຕິພາບ. ​ນາງ​ໄດ້​ຖືກ​ກັກ​ຂັງ​ໂດຍປາສຈາກ​ຂໍ້ ​ຫາ ​ແລະຖືກ​ກັກ​ບໍລິ​ເວນ ນັບ​ຕັ້ງ​ແຕ່ສາມີ​ຂອງ​ນາງ​ໄດ້​ຮັບລາງ​ວັນ​ໂນ​ແບລ ຂະ​ແໜງສັນຕິພາບ ​ໃນ​ປີ 2010.

ທ່ານ Liu Xiobao ​ໄດ້​ຮັບ​ລາງວັນ​ດັ່ງກ່າວ ຍ້ອນ​ການເຄື່ອນ​ໄຫວເພື່ອໃຫ້​ມີ​ການ​ປ່ຽນ​ແປງ​ໄປ​ສູ່ປະ​ຊາ​ທິປະ​ໄຕ​ໃນ​ຈີນ​ແບບ​ສັນຕິ ຊຶ່ງ​ໃນ​ເວລາ​ນີ້​ແມ່ນຢູ່​ພາຍ ​ໃຕ້​ລະບອບການ​ປົກຄອງ​ແບບ​ມີ​ພັກ​ດຽວຄື​ພັກ​ຄອມ​ມິ​ວນິສ. ທ່ານ​ໄດ້​ຖືກ​ຕັດສິນ​ໂທດ​ໃນ​ປີ 2009 ໃຫ້​ຕິດ​ຄຸກເປັນ​ເວລາ 11 ປີ ​ໃນ​ຂໍ້​ຫາ ​ບ່ອນ​ທຳລາຍ​ລັດຖະ ບານ.

China
please wait
Embed

No media source currently available

0:00 0:00:55 0:00

ກ່ຽວຂ້ອງກັນ

XS
SM
MD
LG