ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານຈີນ ປະຕິເສດ ການຂໍອຸທອນ ຂອງທ່ານ Bo Xilai (ສະໄລດ໌/ວີດີໂອ)


ທ່ານ Bo Xilai ອະດີດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກຄົນ ສຳຄັນ ​ໃນ​ນາມຜູ້​ນໍາອະ​ວຸ​ໂສຄົນ​ນຶ່ງ​ຂອງ​ພັກ​ຄອມ​ມິ​ວນິສ ຈີນ
ທ່ານ Bo Xilai ອະດີດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກຄົນ ສຳຄັນ ​ໃນ​ນາມຜູ້​ນໍາອະ​ວຸ​ໂສຄົນ​ນຶ່ງ​ຂອງ​ພັກ​ຄອມ​ມິ​ວນິສ ຈີນ
ສານຂອງ​ຈີນ​ແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ​ ​ໄດ້
​ປະຕິ​ເສດ​ຕໍ່ການ​ຂໍອຸທອນ​ຂອງທ່ານ Bo Xilai ​ອະດີດ​ສະ​ມາ​
ຊິກ​ຂັ້ນ​ສູງພັກຄອມ​ມິ​ວນິສຈີນຫຼັງ​ ຈາກ​ໄດ້​ມີ​ການຕັດສິນ​ລົງ
​ໂທດ​ທ່ານ​ໃນເດືອນແລ້ວ​ນີ້ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫລວງ ​ແລະ​
ໃຊ້​ອໍານາດ​ເຖື່ອນ.

ກາ​ນຕັດສິນ​ໃນ​ວັນ​ສຸກ​ມື້​ນີ້ ໂດຍ​ສານ​ປະຊາຊົນຊັ້ນ​ສູງ​ຂອງ​
ແຂວງ Shandong ​ໄດ້​ປິດ​ສາກ​ລົງ ກ່ຽວ​ກັບຂ່າວ​ນອງ​ນັນ
ທາ​ງດ້ານການ​ເມືອງ​ທີ່​ສັບສົນ​ແລະ​ສົກກະ ປົກ​ທີ່​ສຸດ​ຄະດີ​ນຶ່ງ
​ຂອງ​ຈີນ ​ໃນ​ຮອບ​ຫລາຍໆ​ທົດ​ສະ​ວັດ.

ທ່ານ Bo ​ໄດ້​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ​ຕະຫລອດ​ຊີວິດ ຫລັງ
ຈາກ​ໄດ້ຖືກພົບ​ເຫັນ​ວ່າມີຄວາມຜິດ​ໃນ​ຖານ​ຮັບ​ສິນ​ບົນ
ຍັກ​ຍອກ​ເງິນແລະ​ໃຊ້​ອໍານາດ​ເຖື່ອນ. ທ່ານ​ໄດ້​ຍອມຮັບ​
ກ່ຽວ​ກັບການ​ກະທໍາ​ຜິດ​ບາງ​ຢ່າງ ​ແຕ່​ໄດ້​ປະຕິ​ເສດ​ ຕໍ່ການ
​ກ່າວ​ຫາ​ສ່ວນ​ໃຫຍ່​ຕໍ່​ທ່ານ ຢູ່​ໃນ​ການ​ດໍາ​ເນີນ​ຄະດີ​ທີ່​ຕື່ນ
​ເຕັ້ນ ​ເປັນ​ເວລາຫ້າ​ມື້​ ທີ່​ມີ​ຜູ້​ຄົນ​ຕິດຕາມເບິ່ງ​ຢ່າງໃກ້ຊິດ
ໃນ​ຈີນ.



ກ່ອນ​ຂ່າວ​ນອງ​ນັນ​ນີ້ໄດ້​ເກີດ​ຂື້ນ ທ່ານ Bo ​ໄດ້ຮັບ​ໃຊ້ເປັນກໍາມະການ​ກົມ​ການ​ເມືອງ​
ສູນ​ກາງ​ພັກຄົນສຳຄັນ ​ໃນ​ນາມຜູ້​ນໍາອະ​ວຸ​ໂສຄົນ​ນຶ່ງ​ຂອງ​ພັກ​ຄອມ​ມິ​ວນິສ ຈີນ. ນອກ​
ນັ້ນ​ແລ້ວ ນັກ​ການ​ເມືອງ​ທີ່ມີ​ສະ​ເນ່ຄົນ​ນີ້ ຍັງ​ເປັນ​ທີ່​ນິຍົ​ມ​ຂອງປະຊາ ຊົນ​ຢ່າງ​ກວ້າງ
ຂວາງໃນ​ຖານະ​ຜູ້ນຳ​ຂອງພັກ​ທີ່​ນະຄອນ Chongqing ຊຶ່ງ​ເປັນ ຫົວ​ເມືອງ​ຂະໜາດ
​ໃຫຍ່​ຫົວ​ເມືອງ​ນຶ່ງ​ຂອງ​ຈີນ.

ທ່ານ​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳແໜ່​ງ​ໃນ​ປີ​ກາຍ​ນີ້ ຫລັງ​ຈາກ​ອະດີດ​ຫົວໜ້າ​ຕໍາຫຼວດ​
ຂອງ​ທ່ານ ​ໄດ້​ຫລົບ​ໜີເຂົ້າ​ໄປ​ໃນກົງສຸນສະຫະລັດພ້ອມ​ດ້ວຍ​ຫລັກ​ຖານທີ່​ວ່າພັນ
​ລະ​ຍາຂອງທ່ານ Bo ມີ​ສ່ວນ​ພົວພັນ ​ໃນ​ການຄາດ​ຕະກໍານັກທຸລະກິດ​ອັງກິດ​ຄົນ​ນຶ່
​ເມື່ອ​ປີ 2011.

ພັນ​ລະ​ຍາ​ຂອງ​ທ່ານ Bo ນາງ Gu Kailai ຕໍ່​ມາ ​ໄດ້​ຖືກ​ຕັດສິນລົງ​ໂທດ ​ໃນ ການ
ຄາດ​ຕະກໍາ​ທ່ານ Neil Haywood ຊຶ່ງ​ເປັນເພື່ອນ​ຂອງ​ທາງ​ຄອບຄົວຍ້ອນ ຜິດ​
ຖຽງ​ກັນເລື້ອງ​ເງິນ. ນາງ​ໄດ້​ຮັບ​ໂທດໂຈະຈາກ​ການ​ປະຫານ​ຊີວິດ ຊຶ່ງຄວາມ​ຈິງ​
ແ​ລ້ວ ກໍ​ຄືຕິ​ດຄຸກ​ຕະຫລອດ​ຊີ​ວິດ.

china
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG