ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຄື່ອນໄຫວ ຂອງສານ ອາດເປັນຜົນຕໍ່ ການປະຕິບັດ ດຳລັດດັດແກ້ ຂອງ ປ. ທຣຳ


AQShga ketayotgan Markaziy Amerika migrantlari Gvatemala-Meksika chegarasida
AQShga ketayotgan Markaziy Amerika migrantlari Gvatemala-Meksika chegarasida

ໃນ​ຂະນະ​ທີ່ດຳລັດຫ້າມເດີນທາງ ທີ່​ໄດ້​ຮັບ​ການດັດແປງ ຂອງລັດຖະບານ ​ໃກ້​ຈະ​ເລີ້ມ
ຂຶ້ນນັ້ນ ພວກທີ່ທ້າທາຍທາງດ້ານກົດໝາຍ ກໍຫວັງວ່າ ຄຳຕັດສິນຂອງສານ ຈະກີດກັນ
ຄວາມພະຍາຍາມຄັ້ງທີສອງຂອງຄະນະລັດຖະບານທ່ານທຣຳ ເພື່ອຈະຈຳກັດ ພວກ
ເດີນທາງ ແລະ ພວກອົບພະຍົບ ເຂົ້າມາໃນສະຫະລັດ.

ບັນດາທະນາຍຄວາມ ຂອງສາມກຸ່ມ ທີ່ກ່ຽວພັນໃນການຟ້ອງຮ້ອງ ກ່ຽວກັບ ດຳລັດຫ້າມ
ເດີນທາງຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ພວກເຂົາເຈົ້າ ກຳລັງຕິດຕາມ
ເບິ່ງການ​ເຄື່ອນ​ໄຫວຂອງ ຜູ້ພິພາກສາສານລັດຖະບານກາງ ທີ່ລັດ ວໍຊິິງຕັນ ເມື່ອຕອນ
ແລງ ວັນອັງຄານວານນີ້ ແລະການຮັບຟັງຄຳ​ໃຫ້ການ ໃນອີກສອງລັດ ໃນວັນພຸດມື້ນີ້
ກ່ຽວ​ກັບຄຳຕັດສິນໃດໆ ທີ່ອາດຈະມີຜົນຕໍ່ການຈັດຕັ້ງປະຕິບັດດຳລັດ​ສະບັບຫຼ້າສຸດ
ເມື່ອບໍ່ດົນມານີ້ ໃນວັນພະຫັດມື້ອື່ນ.

ຄາດກັນວ່າ ການຮັບຟັງຄຳ​ໃຫ້ການ​ຕໍ່​ສານ ແມ່ນຈະມີຂຶ້ນໃນວັນພຸດມື້ນີ້ ຢູ່ໃນລັດ
Maryland ແລະ ລັດ Hawaii ທີ່ກ່ຽວຂ້ອງກັບການທ້າທ້າຍຕໍ່ດຳລັດຫ້າມເດີນທາງ
ທີ່ຄ້າຍຄືກັນນີ້.

6 ປະເທດ ທີ່ຖືກກະທົບ ໂດຍ ດຳລັດດັດແກ້ ຫ້າມເດີນທາງເຂົ້າມາໃນສະຫະລັດ ຊົ່ວຄາວ ຂອງ ປະທານາທິບໍດີ ດໍໂນລ ທຣຳ -- ປະກອບມີ ອີຣ່ານ ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະ ເຢເມັນ.
6 ປະເທດ ທີ່ຖືກກະທົບ ໂດຍ ດຳລັດດັດແກ້ ຫ້າມເດີນທາງເຂົ້າມາໃນສະຫະລັດ ຊົ່ວຄາວ ຂອງ ປະທານາທິບໍດີ ດໍໂນລ ທຣຳ -- ປະກອບມີ ອີຣ່ານ ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະ ເຢເມັນ.

ເມື່ອເດືອນແລ້ວນີ້ ຜູ້ພິພາສາສານອຸທອນລັດຖະບານກາງ ສາມທ່ານ ໄດ້ຍຶດຖືເອົາ
ຄຳຕັດສິນຂອງ ລັດວໍຊິງຕັນ ທີ່ໄດ້ໂຈະດຳລັດເດີນທາງສະບັບທຳອິດ ທີ່ໄດ້ອອກ​ໃນ
ວັນທີ 27 ເດືອນມັງກອນ ນຶ່ງສັບປະດາ ຫຼັງຈາກການສາບານໂຕເຂົ້າຮັບຕຳແໜ່ງ ຂອງ
ທ່ານທຣຳ. ດຳລັດສະບັບ​ທີ່​ໄດ້​ຮັບ​ການ​ແກ້​ໄຂ​ໃໝ່ ​ໄດ້​ອອກ​ໃນ​ອາທິດແລ້ວນີ້ ຊຶ່ງ​
ພະຍາຍາມ ​ບໍ່​ໃຫ້​ມີ​ການ​ຟ້ອງ​ຮ້ອງ ການ​ປະ​ທ້ວງ ​ແລະ ການ​ໂຈມ​ຕີ​ຄື​ກັນ​ກັບ​ດຳລັດ​
ສະບັບ​ທຳ​ອິດ.

ດຳ​ລັງ​ທີ່​ພົວພັນ​ກັບ​ການ​ເດີນທາງ​ສະບັບ​ຫລ້າ​ສຸດ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ທ່ານ​ທຣຳ ​
ໃນ​ວັນ​ທີ 6 ມີນາ​ຜ່ານ​ມາ ​ແມ່ນ​ຫ້າມ​ບໍ່​ໃຫ້​ອອກ​ວີ​ຊ່າ ​ແກ່​ຜູ້​ຄົນ​ທີ່​ມາ​ຈາກ ປະ​ເທດ​ອີຣ່ານ
ລີ​ເບຍ ​ໂຊ​ມາ​ເລຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​ເມນ​ເປັນ​ເວລາ 90 ວັນ ​ແລະ​ການ​ຮັບ​ເອົາ
​ພວກ​ອົບ​ພະຍົບ 120 ວັນເລີ້ມ​ແຕ່​ວັນ​ທີ 16 ມີນາ​ນີ້ ​ເປັນຕົ້ນ​ໄປ ​ໂດຍ​ລັດຖະບານ​ໃຫ້
​ເຫດຜົນວ່າ​ ຍ້ອນ​ຄວາມ​ເປັນ​ຫ່ວງ​ດ້ານ “ຄວາມ​ໝັ້ນຄົງ​ແຫ່ງ​ຊາດ”.

ພວກ​ທີ່​ຄັດຄ້ານ​ຕໍ່​ດຳລັດ ຊຶ່ງ​ຈະ​ມີ​ຜົນ​ກະທົບ​ຕໍ່ 6 ປະ​ເທດ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ເປັນ
​ຊາວ​ມຸສລິ​ມນັ້ນ ​ແລະ​ພວກ​ອົບ​ພະຍົບທີ່​ພວມ​ລໍຖ້າ​ການ​ເຂົ້າຕັ້ງຖິ່ນຖານ​ໃໝ່ ​ແມ່ນ​ຮວມ
ທັງ​ຊາວ​ມຸສລິ​ມຫຼາຍໆ​ຄົນ​ ຢືນຢັນ​ວ່າ ດຳ​ລັງ​ສະບັບ​ທີ 2 ​ເປັນ​ການຈຳ​ແນ​ກກີດ​ກັນ​ດ້ານ​
ສາສະໜາ ​ແລະ​ບໍ່​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ ຄື​ກັນ​ກັບ​ສະບັບ​ທຳ​ອິດ ແລະ ​ມີແຜນ
​ການ​ທີ່​ຈະ​ສືບ​ຕໍ່​ທ້າ​ທາຍ​ທາງ​ດ້ານ​ກົດໝາຍ ຕໍ່​ນະ​ໂຍບາຍ​ຂອງ​ປະທານາທິບໍດີ.

US Travel Order
please wait
Embed

No media source currently available

0:00 0:01:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG