ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຊາ ກ່າວວ່າ ຈະເກີດ ປະກົດການ ຝົນດາວສະເດັດ ເທື່ອທຳອິດ ໃນປີນີ້


ກຸ່ມດາວ​ສະ​ເດັດ​ຈຸ​ທຳ​ອິດ ຈະໃໝ້ຜ່ານທ້ອງຟ້າໂລກມະນຸດ ໃນຕອນ ແລງຂອງວັນພະຫັດມື້ອີ່ນນີ້
ກຸ່ມດາວ​ສະ​ເດັດ​ຈຸ​ທຳ​ອິດ ຈະໃໝ້ຜ່ານທ້ອງຟ້າໂລກມະນຸດ ໃນຕອນ ແລງຂອງວັນພະຫັດມື້ອີ່ນນີ້
ອົງການ​ອະວະກາດສະຫະລັດຫຼື NASA ກ່າວ​ວ່າ ຊີ້ນ​ສ່ວນ​ຂອງ
ກ້ອນ ​ຫີນ asteroid ທີ່ໂຄຈອນ​ອ້ອມດວງຕາ​ເວັນ ມາ​ເປັນ​ເວລາ​
ຫລາຍ​ຮ້ອຍ​ປີ​ແລ້ວ​ນັ້ນ ອາດ​ຈະ​ເຮັດ​ໃຫ້ບັນດາ​ຜູ້​ເບິ່ງ​ທ້ອງຟ້າ ມີ​
ຄວາມ​ເພິງ​ພໍ​ໃຈ​ໃນ​ອາທິດ​ນີ້.

ກຸ່ມ​ກ້ອນ​ຫີນດັ່ງກ່າວ ຈະສົ່ງ​ແສງ​ເປັນ​ສາຍ​ໄຟ​ຢູ່​ໃນ​ທ້ອງຟ້າ ເວ​ລາມັນໂຄ​ຈອນ​ເຂົ້າສູ່​ບັນ
ຍາກາດ​ຂອງໂລກ​ມະນຸດ ​ປະມານ 145,000 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງແລະ​ເຜົາ​ໃໝ້​ຢູ່​ສູງ 80 ກິ​ໂລ​ແມັດ ຢູ່​ເທິງໜ້າ​ຜິວໂລກ​ມະນຸດ.

ມັນ​ຈະ​ເປັນຝົນດາວ​ສະ​ເດັດ ເທື່ອທຳ​ອິດ ສໍາລັບ​ປີນີ້ ​ແລະ​ຈະ​ສີ້​ນສຸດ​ລົງ​ບໍ່​ພຽງ​ເທົ່າ​ໃດ​ຊົ່ວ​ໂມງ. ຈຸດສຸດ​ຍອດ​ຂອງ​ມັນ​ແມ່ນວັນ​ທີ 3 ​ເດືອນ​ມັງກອນ ປະມານ​ 14 ​ໂມງ​ຕາມ​ເວລາມາດ
ຕະຖານ​ສາກົນ​ຫຼື 9 ​ໂມງ​ແລງຄືນ​ວັນ​ພະຫັດ ມື້​ອື່ນ​ນີ້.

ອົງການ NASA ກ່າວ​ວ່າ ຜູ້​ໃດ​ຫາກ​ຢູ່​ກາຍ​ເສັ້ນລາ​ຕິ​ຈູດ 51 ອົງສາ​ໃຕ້ ຈະ​ສາມາດ​ເຫັນ​ເຫດການ​ດັ່ງກ່າວ ​ແລະ​ນັ້ນ ແມ່ນຮວມທັງ​ສ່ວນ ​ໃຫຍ່​ຂອງໂລກ. ອົງ​ການ​ອາ​ວະກາດ
ສະຫະລັດກ່າວ​ຕື່ມ​ອີກ​ວ່າ ບັນດາ​ຜູ້​ຊົມ ​ໃນ​ເຂດ​ເອ​ເຊຍທີ່​ມີ​ທ້ອງຟ້າ​ອັນ​ແຈ່ມ​ໃສ​ ອາດ​ຈະ​ມີ​ໂອກາດ​ເຫັນ ດາວ​ສະ​ເດັດ​ກຸ່ມ​ໃຫຍ່​ກໍ​ເປັນ​ໄດ້.
XS
SM
MD
LG