ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ປາບປາມ ການສໍ້ລາດບັງຫຼວງ ຢ່າງໜັກ


ກຸ່ມນັກເຄື່ອນໄຫວ ຕໍ່ຕ້ານການສໍ້ລາດບັງຫຼວງ ໃນຫວຽດນາມ
ກຸ່ມນັກເຄື່ອນໄຫວ ຕໍ່ຕ້ານການສໍ້ລາດບັງຫຼວງ ໃນຫວຽດນາມ
​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ຫວຽດນາມໄດ້​ທໍາ​ການ​ດໍາ​
ເນີນ​ຄະດີ ກໍລະນີ​ທຸດຈະລິດ​ຂອງເຈົ້າໜ້າ​ທີ່​ລະດັບ​ສູງ​ຫຼາຍໆ​ຄົນ
​ອັນເປັນ​ພາກສ່ວນ ຂອງ​ການກວດ​ລ້າງການ​ ສໍ້​ລາດ​ບັງ​ຫຼວງ​.
ລັດຖະບານ​ຫວຽດນາມ​ເວົ້າ​ວ່າ​ ຕົນ​ກໍາລັງໃຊ້​ມາດ​ຕະການ​ລົງ​
ໂທດຢ່າງ​ໜັກໜ່ວງ​ທີ່​ສຸດ​ຕໍ່​ຜູ້​ກະທໍາ​ຜິດ​ ​ໂຮມ​ທັງ​ການປະຫານ​
ຊີວິດ​ເພື່ອ​ປາບ​ປາມ​ພຶດຕິ​ກໍາ​ສໍ້​ລາດ​ບັງ​ຫຼວງ. ​ແຕ່​ແນວ​ໃດ​ກໍ​ດີ
ບັນດາ​ນັກວິຈານ​ເວົ້າ​ວ່າການພິຈາລະນາ​ຄະດີ​ເຫຼົ່ານັ້ນ ຍັງ​ເປັນ​
ພາກສ່ວນ​ນຶ່ງຂອງ​ການ​ຍາດ​ແຍ່ງຊິງອໍານາດກັນ ​ທີ່​ກໍາລັງ​ດໍາ​
ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ​ໃນ​ບັນດາ​ຜູ້​ນໍາ​ລະດັບ​ສູງ ຂອງ​ຫວຽດ
ນາມ ອິງ​ຕາມ​ລາຍ​ງານ​ຂອງ ຜູ້​ສື່ຂ່າວ​ ວີ​ໂອ​ເອ Marianne
Brown ທີ່​ສົ່ງມາຈາກຮາ​ໂນ່ຍ ຊຶ່ງທອງ​ປານຈະ​ນໍາ​ມາສະ​ເໜີ​ ທ່ານໃນ​ອັນ​ດັບ​ຕໍ່​ໄປ.


​ເມື່ອ​ສອງອາທິດ​ຜ່ານ​ມານີ້ ທ່ານ Duong Chi Dung ອະດີດ​ປະທານບໍລິ ສັດ​ລັດ​ວິ​ສາ​ຫະກິດຂົນ​ສົ່ງ​ຍັກ​ໃຫຍ່ Vinalines ຂອງ​ຫວຽດນາມ ​ໄດ້ທໍາ​ການ​ກ່າວ​ຫາທີ່​ໜ້າ​ຕົກ​ໃຈ ອອກ​ມາ. ຄື​ໃນຕອນໃຫ້ການ ຢູ່​ໃນ​ການ​ດໍາ​ເນີນ​ຄະດີອ້າຍຂອງ​ລາວ ​ທີ່​ຖືກ​ກ່າວ​ຫາ​ວ່າ​ ໄດ້​ຊ່ວຍ​ໃຫ້​ລາວຫຼົບໜີ​ ອອກ​ນອກ​ປະ​ເທດ​ນັ້ນ ທ່ານ Dung ​ເວົ້າ​ວ່າ ລາວ​ໄດ້​ຈ່າຍ​ເງິນ​ໃຫ້​ລັດຖະມົນຕີ​ຊ່ວຍ​ກະຊວງຄວາມ​ໝັ້ນຄົງສາທາລະນະ ຈໍານວນ​ຫ້າ​ແສນ​ໂດ​ລ່າ ​ເພື່ອ​ບໍ່​ໃຫ້​ຖືກ ຟ້ອງຮ້ອງ​ແລະ​ດໍາ​ເນີນ​ຄະດີ.

ການ​ແຜ່​ແບ​ຂ່າວ​ການ​ຈ່າຍ​ເງິນສິນ​ບົນ ຈໍານວນ​ຫຼວງ​ຫຼາຍ​ແບບ​ນັ້ນ ຖື​ເປັນ​ບຸລິມະສິດ​ສູງ​ຢ່າງ​ນຶ່ງຂອງ​ການ​ປຸກລະດົມ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ຂຸ້ນຂ້ຽວ​ຕັ້ງ​ໜ້າຂຶ້ນຂອງ​ ລັດຖະບານ​ຫວຽດນາມ.

ການ​ສືບສວນ​ສອບ​ສວນ​ຫລາຍໆ​ບັ້ນເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ​ໄດ້ຍັງຜົນ​ໃຫ້​ມີ​ການ​ດໍາ​ເນີນ​ຄະດີ​ແລະຕັດສິນ​ໂທດ​ຈໍາ​ຄຸກ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຫຼາຍ​ສິບ​ຄົນ ​ຊຶ່ງ​ບາງ​ຄົນ​ກໍ​ຖືກ​ໂທດ​ປະຫານ​ຊີວິດ ​ໂຮມ​ທັງທ່ານ Dung ອະດີດ​ນາຍ​ໃຫຍ່​ບໍລິ​ສັດ Vinalines ​ທີ່​ໄດ້ຫຼົບໜີ​ໄປ​ກໍາປູ​ເຈຍ ຫຼັງ​ຈາກ​ທີ່ບໍລິສັດ​ເກືອບ​ພັງ​ທະລາ​ຍລົງ ຍ້ອນ​ມີ​ໜີ້​ສິນ​ປະມານ ​ສາມ​ພັນ​ລ້ານ​ໂດ​ລ່າ.

ທ່ານ Alexander Vuving ຈາກສູນ​ກາງ Asia-Pacific ​ເພື່ອ​ການ​ສຶກ ສາ​ດ້ານ​ຄວາມ​ໝັ້ນຄົງ​ ​ເວົ້າ​ວ່າ: ບັນຫາ​ຫຍຸ້ງຍາກ​ທາງດ້ານ​ເສດຖະກິດ​ຂອງ​ຫວຽດນາມ ​ໄດ້ດຶງ​ຈຸດ​ສົນ​ໃຈ​ໄປ​ໃສ່ການ​ບໍລິຫານ​ງານຢ່າງ​ຜິດພາດ ແລະ​ ການ​ກິນ​ສິນ​ບົນ ​ຢູ່​ໃນບໍລິສັດ​ລັດ​ວິ​ສາ​ຫະກິດ​ຕ່າງໆ ​ແລະ​ພັກ​ຄອມ​ມີ​ວນີສທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ກໍຮັບ​ຮູ້​ໃນຄວາມ​ໂກດ​ແຄ້ນ​ຂອງ​ມະຫາຊົນ.

ທ່ານ ວູວິ​ງ ​ເວົ້າ​ວ່າ: “​ພັກ​ຄອມ​ມີ​ວນີສຫວຽດນາມ ​ແມ່ນຕ້ອງການ​ຢ່າງ​ແທ້​ຈິງ ທີ່ຈະເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ເພື່ອ​ສະ​ແດງ​ໃຫ້​ມະຫາຊົນເຫັນ ​ເພື່ອ​ກອບ​ກູ້ເອົາ ຄວາມ​ຖືກຕ້ອງ​ຊອບ​ທໍາ​ຂອງ​ລະບອບ​ກັບ​ຄືນ​ມາ ​ແລະ​ກູ້ລັດຖະບານ​ໃຫ້​ພົ້ນ​ຈາກ​ການ​ທຸດຈະລິດ​ສໍ້​ລາດ​ບັງ​ຫຼວງ. ຄື​ພວກ​ເຂົາ​ເຈົ້າກໍາລັງ​ໃຊ້​ວິທີ​ການ​ດໍາ ​ເນີນ​ຄະດີການ​ສໍ້​ລາດບັງ​ຫຼວງ​ນີ້ ເພື່ອ​ຂັດຂວາງບໍ່​ໃຫ້​ມີ​ການ​ສໍ້​ລາດ​ບັງ​ຫຼວງ ອີກ​ຕໍ່​ໄປ ​ແຕ່​ຂະນະ​ດຽວ​ກັນ ກໍ​ໃຊ້​ເປັນ​ເຄື່ອງມືໂຄສະນາ​ເພື່ອ​ກອບ​ກູ້​ເອົາ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ ກັບ​ຄືນ​ມາ.”

​ແຕ່​ບັນດາ​ນັກ​ວິຈານ​ບາງ​ຄົນ​ເວົ້າ​ວ່າ ການ​ກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງນັ້ນ ​ແມ່ນ​ມີ​ສ່ວນ​ພົວພັນ​ກັບ ​ການ​ຍາດ​ແຍ່ງ​ຊິງ​ອໍານາດ​ກັນ​ຫຼາຍ​ກວ່າ ລະຫວ່າງ ນາຍົກລັດຖະມົນຕີ ຫງວຽນ ຕັນ ຢຸງ ​ແລະ​ປະທານ​ພັກ​ຄອມ​ມີ​ວນີສ ທ່ານ Nguyen Phu Trong.

ທ່ານ ວູວິ​ງ ​ເວົ້າ​ຕໍ່​ໄປ​ວ່າ ນາຍົກລັດຖະມົນຕີນັ້ນ​ເປັນ​ສ່ວນ​ນຶ່ງ​ຂອງພັກຝ່າຍ ​ທີ່​ໃຊ້​ຕໍາ​ແໜ່​ງໜ້າ​ທີ່​ການ ​ເພື່ອ​ຄູນ​ຮັ່ງ​ຄູນ​ມີໃຫ້ພວກ​ເຂົາ​ເຈົ້າ​ເອງ​ ໂດຍ​ບໍ່​ຄໍາ​ນຶ່ງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ສັງຄົມ. ສ່ວນກຸ່ມກົງກັນຂ້າມ​ນີ້ ກໍ​ຄືຝ່າຍຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ ທີ່ຢູ່​ພາຍ​ໃຕ້​ປະທານພັກ ທ່ານ Trong ທີ່​ນໍາພາ​ການ ກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ.

ທ່ານ ວູວິ​ງ ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ຢູ່​ໃນ​ຖັ້ນ​ແຖວລະດັບສູງ​ສຸດຂອງ ພັກ​ຄອມ​ມີ​ວນີສຫວຽດນາມນັ້ນ ກໍ​ມີພວກ​ທີ່​ ມີມື​ສະອາດ ​ບໍ່​ຖືກ​ແຕະຕ້ອງ​ໂດຍ​ການ​ສໍ້​ລາດ​ບັງ​ຫຼວງ ​ແຕ່​ພ້ອມ​ດຽວ​ກັນ ກໍ​ມີ​ພວກຄົນທີ່​ພົວພັນ​ກັບການ​ສໍ້​ລາດ​ບັງ​ຫຼວງຢ່າງ​ເລິກ​ເຊິ່ງທີ່​ສຸດ. ສະ ຫລູ​ບ​ແລ້ວ ກໍ​ແມ່ນ​ວ່າມັນມີ​ທັງ​ສອງ​ຝ່າຍ ຄື​ ນໍ້າກ້ອນ​ກັບ​ໄຟ ຝ່າຍ​ດີກັບຝ່າຍ​ຊົ່ວ ຢູ່​ໃນ​ຄະນະກົມ​ການ​ເມືອງ​ສູນ​ກາງພັກ​ນັ້ນ​.”

ການ​ປຸກລະດົມປາບ​ປາມການ​ສໍ້​ລາດ​ບັງ​ຫຼວງຂອງ​ລັດຖະບານ​ຫວຽດນາມ ໄດ້​ດໍາ​ເນີນ​ຄະດີເຈົ້າໜ້າ​ທີ່​ຂັ້ນ​ສູງແລະ​ນັກທຸລະກິດໃຫຍ່ໆໄປ​ແລ້ວ​ຫຼາຍ​ລາຍ​ ​ຊຶ່ງ​ເປັນ​ພວກ​ທີ່ມີ​ການ​ເຊື່ອມ​ໂຍງ​ຢ່າງ​ໃກ້ຊິດ ກັບ​ນາຍົກລັດຖະມົນຕີ ຕັນ ຢຸງ.

ທ່ານ Carl Thayer ຈາກ​ມະຫາ​ວິທະຍາ​ໄລ New South Wales ​ໃນ​ອອສ​ເຕຣ​ເລຍ ​ເວົ້າ​ວ່າ: ນີ້​ພໍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປຸກລະດົມຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ກ່ຽວ​ກັບ​ການ​ຊິງ​ດີ​ຊິງ​ເດັ່ນກັນ​ທາງ​ການ​ເມືອງ​ຫຼາຍ​ກວ່າ ​ເລຶ່ອງການ​ປົກຄອງ​ທີ່​ດີ.

ທ່ານ ​ເທ​ເອີ ​ເວົ້າ​ວ່າ: “ການທັບ​ມ້າງ​ການ​ສໍ້​ລາດ​ບັງ​ຫຼວງນັ້ນ ​ແທ້ໆແລ້ວ​ແມ່ນ​ແນ​ໃສ່​ ນາຍົກລັດຖະມົນຕີ ຍ້ອນວ່າຜູ້ກ່ຽວ​ເປັນ​ຜູ້​ຮັບຜິດຊອບ​ ​ແລະແມ່ນພວກ​ລູກ​ນ້ອງວົງ​ວານ​ ​ແລະ​ໝູ່​ເພືອນ​ໃກ້ຊິດຂອງທ່ານ ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ມັນ.”

​ເຖິງ​ແມ່ນ​ວ່າການ​ດໍາ​ເນີນ​ຄະດີ​ການ​ສໍ້​ລາດ​ບັງ​ຫຼວງ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ ຂວາງ​ຢູ່ໃນ​ສື່ມວນ​ຊົນ​ກໍ​ຕາມ ​ແຕ່​ກໍ​ມີ​ຮ່ອງຮອຍໜ້ອຍ​ຫຼາຍ ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ໄດ້​ສ້າງ​ຄວາມ​ເຊື່ອໝັ້ນໃຫ້ມະຫາຊົນວ່າ ລັດຖະບານກໍາລັງ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ ຢ່າງແທ້ຈິງ​.
XS
SM
MD
LG