ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກວດກາພັກ-ລັດລາວຍອມຮັບວ່າ ການສໍ້ລາດບັງຫຼວງ ເຮັດໃຫ້ ງົບປະມານ ມີການຮົ່ວໄຫຼ ຫຼາຍຂຶ້ນ ນັບມື້


ການສະເຫລີມສະຫລອງວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 30 ປີ
ການສະເຫລີມສະຫລອງວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 30 ປີ

ປະທານອົງການກວດກາພັກ-ລັດຍອມຮັບວ່າງົບປະມານຂອງລັດຖະບານລາວມີການ ຮົ່ວໄຫຼຫຼາຍຂຶ້ນ ໂດຍມີສາເຫດມາຈາກການສໍ້ລາດບັງຫຼວງໃນວົງການລັດຖະບານ ທີ່ເກີດຂຶ້ນຢ່າງກວ້າງຂວາງ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາພັກ ແລະລັດ ໄດ້ແຖງຍອມຮັບໃນ
ໂອກາດການສະເຫຼີມຫຼອງການສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 30 ປີໃນ
ເດືອນກຸມພາ 2012 ນີ້ວ່າ ການໃຊ້ຈ່າຍງົບປະມານຂອງໜ່ວຍງານລັດຖະບານໄດ້
ມີການປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດໝາຍກົດໝາຍ ແລະມີການປະຕິບັດ ໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ ເກີດຂຶ້ນຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ເກີດການຮົ່ວ
ໄຫຼຂອງງົບປະມານຂອງລັດຖະບານຫຼາຍຂຶ້ນນັບມື້.

ທັງນີ້ ໂດຍຈາກການກວດກາໜ່ວຍງານຂອງລັດຖະບານລາວຈໍານວນ 101 ເປົ້າໝາຍ
ໃນປີ 2011 ທີ່ຜ່ານມາ ກໍພົບວ່າການປະຕິບັດໜ້າທີ່ຂອງພະນັກງານລັດທີ່ບໍ່ເປັນໄປ
ຕາມລະບຽບກົດໝາຍດັ່ງກ່າວໄດ້ເຮັດໃຫ້ງົບປະ ມານຂອງລັດຖະບານເກີດການສູນ
ຫາຍໄປຫຼາຍກວ່າ 259 ຕື້ກີບ ຫຼື 32 ກວ່າລ້ານ ຊຶ່ງຖ້າຫາກສົມທຽບກັບໃນໄລຍະ 5ປີ
ກ່ອນໜ້ານີ້ ກໍເຮັດໃຫ້ສາມາດກ່າວໄດ້ວ່າ ການຮົ່ວໄຫຼ ຫຼື ການສູນຫາຍໄປຂອງງົບປະ
ມານຂອງລັດຖະບານລາວນັ້ນມີລະດັບຄວາມຮຸນແຮງເພີ່ມຂຶ້ນ.

ໂດຍຕໍ່ກໍລະນີດັ່ງກ່າວນີ້ ທ່ານ ບຸນທອງ ກໍໄດ້ຍົກຕົວຢ່າງໃຫ້ເຫັນວ່າໃນຊ່ວງປີ 2011-
2005 ໄດ້ກວດກາພົບວ່າມີການສູນຫາຍຂອງງົບປະມານຂອງລັດຖະບານຄິດເປັນມູນຄ່າ
ຫຼາຍກວ່າ 472 ຕື້ກີບ ກັບ 6.2 ລ້ານບາດ ແລະ $ 21.8 ລ້ານ ສ່ວນໃນຊ່ວງປີ 2006-
2010 ນັ້ນ ການສູນຫາຍຂອງງົບປະມານກໍໄດ້ເພີ່ມຂື້ນຈາກເດີມເກີນກວ່າ 2 ເທົ່າ ແລະ
ເມື່ອຕົກລົງມາເຖິງປີ 2011 ພຽງປີດຽວນັ້ນກໍປະກົດວ່າການສູນຫາຍໄປຂອງງົບປະມານ
ໄດ້ມີມູນຄ່າຫຼາຍກວ່າ 5 ປີ ກ່ອນໜ້ານີ້ແລ້ວ.

ທ່ານ ບຸນທອງ ຈິດມະນີ ປະທານ ອົງການກວດກາລັດຂອງລາວ.
ທ່ານ ບຸນທອງ ຈິດມະນີ ປະທານ ອົງການກວດກາລັດຂອງລາວ.

ກໍລະນີ​ທີ່​ກວດ​ພົບ​ຫລາຍທີ່​ສຸດ​ ກໍ່​ຄື​ການ​ລັກລອບ​ຕັດໄມ້
ເກີນ​ໂຄ​ຕ້າ​ ຊຶ່​ງ​ໃນ​ຕະຫລອດ​ປີ​ທີ່​ຜ່ານ​ມາ​ ກໍ​ປາກົດວ່າ​ສາ
ມາດກວດ​ຢຶດໄມ້ ທີ່​ລັກລອບ​ຕັດຢ່າງຜິດ​ກົດ​ໝາຍ​ໄດ້​ເຖິງ
65,000 ກວ່າ​ທ່ອນ ຕິດ​ຕາມ​ດ້ວຍ​ການ​ນໍາເຂົ້າຍວດ​ຍານ​
ພາຫະນະໂດຍ​ການແຈ້ງ​ວັດຖຸ​ປະສົງ​ທີ່​ບໍ່ຈິງເຊັ່ນ​ແຈ້ງວ່າ
ນໍາ​ຍວດ​ຍານ​ພາຫານະ​ເຂົ້າມາໃຊ້​ໃນ​ໂຄງກາ​ນພັດທະນາ
ຕ່າງໆ​ ເພື່ອໃຫ້​ເປັນ​ການ​ຫຼີກ​ລ່ຽງ​ການ​ເສຍ​ພາສີ​ຢ່າ​ງຖືກ
ຕ້ອງຕາມກົດໝາຍ.

ນອກ​ຈາກ​ນັ້ນ ກໍມີ​ການ​ໃຫ້​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່
ດິນ​ເກີນ​ກວ່າ​ພື້ນ​ທີ່ ​ທີ່ໄດ້​ຮັບອະນຸຍາດຈາກ​ລັດຖະບານ
ທີ່​ສູນກາງ​, ການ​ບໍ່​ສົ່ງ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ເຂົ້າຄັງ​ຂອງລັດ ແລະ​ການ​ຫຼີກ​ລ່ຽງ​ການ
ຊໍາລະອາກອນ​ ແລະ​ຄ່າ​ທໍານຽມ​ຕ່າງໆ ​ຂອງບັນດາ​ບໍ​ລິ​ສັດເອກ​ກະຊົນໂດຍ​ມີ​ເຈົ້າໜ້າ​ທີ່​
ຂອງ​ລັດຖະບານ​ໃຫ້ການ​ຮ່ວມ​ມື​ດ້ວຍ​ການຍອມຮັບເອົາສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ເປັນຕົ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ​ທ່ານ​ນຶ່ງກໍ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ ການ​
ທີ່​ຈະ​ເຮັດໃຫ້ກາ​ນປະ​ຕິ​ບັດ​ໜ້າ​ທີ່​ຂອງ​ອົງການ​ກວດກາພັກ-ລັດ​ມີ​ປະສິດ​ຕິ​ພາບຫຼາຍ​ຂຶ້ນ​ນັ້ນ
ກໍ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ກວດ​ສອບ​ການປະ​ຕິ​ບັດ​ງາ​ນຂອງ​ບັນດາເຈົ້າໜ້າ​ທີ່​ຂອງອົງການ
ກວດກາອີກດ້ວຍ​ ດັ່ງ​ທີ່​ທ່ານ​ໄດ້ເນັ້ນຢໍ້າວ່າ:

ການລັກລອບຕັດໄມ້ເພື່ອນຳອອກຂາຍຢ່າງຜິດກົດໝາຍ ຢູ່ໃນລາວ
ການລັກລອບຕັດໄມ້ເພື່ອນຳອອກຂາຍຢ່າງຜິດກົດໝາຍ ຢູ່ໃນລາວ

“ຜູ້​ກວດ​ສອບ​ນີ້​ ກໍ່​ຕ້ອງກວດ
ກາ​ຄືນ​ຄີ​ກັນ ຄວາມໂປ່​ງ​ໃສ
ນີ້​ກະ​ຢາກ​ໃຫ້​ເບິ່ງ​ຄື​ກັນ
ເດີ້
ນີ້​ຜູ້ໄປ​ກວດ​ສອບ​ບໍ່​ແມ່ນ
ໄປ​ກວດ​ສອບ​ລ້າໆ​ເດ້ ບໍ່
ແມ່ນເດ້ ພ້ອມ​ກັນ​ນີ້​ແລ້ວ

ການ​ໃຊ້​ຈ່າຍ​ເດ້ໄປ​ກວດ​ສອບ
ແຕ່​ລະ​ບ່ອນໆ ​ໝົດ​ນ້ອຍ
ຫຼາຍ​ປານ​ໃດ​ມັນ​ຈຶ່ງ​ຈະຮູ້
ວ່າ
ຄວາມ​ຮັບຜິ​ດຊອບ​ຂອງ​ເຮົາ​
ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ນີ້​ເດ້ ​
ບາງ​ບ່ອນມັນກະ​ແກ່
ຍາວ 2-3 ເດືອນ 6 ​ເດືອນ​ກໍຍັງ​ບໍ່​ແລ້ວ ​ອັນ​ນີ້​ຕ້ອງ​ໄດ້​ກວດ​ຄື​
ກັນ​ກໍ​ຕ້ອງ​ແຈ້ງ
ຕໍ່ສະພາແຫ່ງຊາດ​ເຊັ່ນ​ດຽວ​ກັນ.

ກ່ອນ​ໜ້າ​ນີ້​ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ ປະ​ທານ​ປະ​ເທດ​ ແລະ​ລັດຖະບານ​ລາວ​ທັງ​ຈາກ
ຂັ້ນສູນ​ກາງ​ແລະ​ຂັ້ນ​ແຂວງຈາກ​ທົ່ວ​ປະ​ເທດ​ວ່າ​ມີ​ພະນັກງານ​ຂອງພັກແລະ​ລັດຖະບາ​ນ
ຈໍານວນບໍ່​ໜ້ອຍ​ທີ່​ຍັງ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ຄວາມ​ຮັບຜິດ​ຊອບ ຫຼື​ວຽກ​ງານ​ ທີ່​ໄດ້​ຮັບ​ມອບ
ໝາຍຢ່າງ​ມີ​ປະສິດ​ທິຜົນ​ຕໍ່າ.

XS
SM
MD
LG