ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາບໍ່ແຮ່ທອງແດງ ໃນມຽນມາ ເປັນການທົດສອບ ລັດຖະບານ (ສະໄລດ໌)


ພວກປະທ້ວງຊາວມຽນມາຢູ່ທີ່ຄ້າຍພັກຂອງພວກເຂົາເຈົ້າ ຕັ້ງຢູ່ໃກ້
ບໍ່ແຮ່ທີ່ໜຸນຫຼັງໂດຍຈີນ ເຂດ Letpadaung
ພວກປະທ້ວງຊາວມຽນມາຢູ່ທີ່ຄ້າຍພັກຂອງພວກເຂົາເຈົ້າ ຕັ້ງຢູ່ໃກ້ ບໍ່ແຮ່ທີ່ໜຸນຫຼັງໂດຍຈີນ ເຂດ Letpadaung
ປາກົດ​ວ່າ ລັດຖະບານມຽນມາ​ໄດ້​ລ່າ​ຊ້າ​ ໃນ​ການນໍາອອກເຜີຍ
ແຜ່ລາຍງານ ກ່ຽວກັບບໍ່ທອງແດງທີ່ເປັນຫົວຂໍ້ຂັດແຍ້ງກັນ ທີ່
ໜຸນຫຼັງໂດຍຝ່າຍກອງທັບກັບຈີນ ​ແຕ່ປະເຊີນກັບການຄັດຄ້ານ
ຢ່າງໃຫຍ່ນັ້ນ. ບັນດານັກເຄື່ອນໄຫວດ້ານສິດທິເວົ້າວ່າການສືບ ສວນສອບສວນກ່ຽວກັບບໍ່ແຮ່ດັ່ງກ່າວ ​ແມ່ນຖືວ່າ ເປັນການທົດ
ສອບຢ່າງ​ນຶ່ງ ສໍາລັບລັດຖະບານຊຸດໃໝ່ຂອງມຽນມາ ແລະທ່ານ
ນາງອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕມຽນມາ ທີ່ໄດ້ຖືກແຕ່ງ
ຕັ້ງໃຫ້ ເປັນຫົວໜ້າຄະນະ​ກໍາມະການສຶບສວນ ເລື່ອງຂໍ້ຕົກລົງ
ກ່ຽວ​ກັບບໍ່ທອງແດງດັ່ງກ່າວນັ້ນ. ຜູ້​ສື່ຂ່າວ​ວີ​ໂອ​ເອ Daniel
Schearf ລາຍ​ງານ​ມາ​ຈາກບາງກອກ ຊຶ່ງທອງປານຈະ​ນໍາ​
ລາຍ​ລະອຽດ ມາສະເໜີທ່ານ.


ຄະນະກໍາມະການສືບສວນ ທີ່ປະທານາທິບໍດີມຽນມາ​ໄດ້ແຕ່ງຕັ້ງຂຶ້ນມາ ​ເພື່ອ​ໃຫ້ກວດ ສອບເບິ່ງບໍ່ທອງແດງ Letpadaung ນັ້ນ ​ໄດ້​ມີກໍານົດນໍາ​ອອກ​ເຜີຍ​ແຜ່ ລາຍ​ງານການ​ສືບສວນຂອງຕົນ ພາຍ​ໃນວັນທີ 31 ມັງກອນ ອາທິດຜ່ານມານີ້ ແຕ່ວັນນັ້ນກໍ​ໄດ້ມາເຖິງ ແລະຜ່ານໄປ​ແລ້ວ ໂດຍທີ່ບໍ່ມີລາຍງານຫຼືການອະທິບາຍໂດຍທັນທີໃດໆ ກ່ຽວກັບການ ສືບສວນສອບສວນວ່າ ​ໄດ້​ດໍາເນີນໄປຢ່າງໃດ ຫລື​ຄືບ​ໜ້າ​ໄປ​ຮອດ​ໃສ​ແລ້ວ.

ບໍ່ທອງແດງທີ່ໃຫຍ່ທີ່ສຸດຂອງມຽນມາ ແມ່ນດໍາເນີນງານໂດຍວິ​ສາ​ຫະກິດຈີນບໍ​ລິ​ສັດນຶ່ງ ໃນການຮ່ວມມືກັບບໍລິສັດ Union of Myanmar Economic Holdings ຈໍາກັດ ຫຼື UMEHL ທີ່​ເປັນຂອງກອງທັບມຽນມານັ້ນ.

ແຜນການຂອງເຂົາເຈົ້າ ສໍາລັບ​ໂຄງການຂະຫຍາຍບໍ່ດັ່ງກ່າວ ​ໃນມູນຄ່ານຶ່ງພັນລ້ານໂດ
ລ່າ ໄດ້ຖືກຕໍ່ຕ້ານໂດຍການປະທ້ວງຫຼາຍບັ້ນ ຈາກພວກຊາວບ້ານທ້ອງຖິ່ນ ທີ່ເວົ້າວ່າ ພວກເຂົາເຈົ້າບໍ່ໄດ້ຮັບເງິນຊົດເຊີຍທີ່ຍຸຕິທໍາ ແລະກໍເປັນຫ່ວງນໍາຜົນກະທົບຕໍ່ສະພາບ
ແວດລ້ອມນັ້ນ ນໍາ.

ເມື່ອທ້າຍປີຜ່ານມາ ພວກ​ຊາວບ້ານ​ໄດ້​ພາກັນເດີນຂະບວນປະທ້ວງ ເປັນ​ເວລາດົນ
ນານ ເຖິງນຶ່ງເດືອນ ​ແຕ່ໃນ​ທີ່​ສຸດກໍ​ໄດ້ຖືກຕໍາຫຼວດ​ໃຊ້ຄວາມຮຸນແຮງ ຂັບໄລ່ໃຫ້ສະຫຼາຍ
ຕົວ​ໄປ.



Thein Than Oo ຫົວໜ້າຄະນະກໍາມະການດ້ານກົດໝາຍ ປະຈໍາເຄືອຂ່າຍທະນາຍ ຄວາມຂອງມຽນມາ ເວົ້າວ່າ ພວກເຂົາເຈົ້າຄົ້ນພົບຫຼັກຖານ ທີ່ວ່າຕໍາຫຼວດໄດ້ຍິງ​ກະ
ປ໋ອງ ທີ່ບັນຈຸທາດ phosphorus ສີຂາວ ທີ່​ໄວໄຟນັ້ນ ຂັບໄລ່ພວກປະທ້ວງ.

ທ່ານ ທັ່ນ ອູ ເວົ້າວ່າ: “ພວກເຂົາເຈົ້າຢາກເຕືອນໝົດທຸກໆຄົນນັ້ນວ່າ ຢ່າໄປ
ແຕະຕ້ອງບໍລິສັດ MEHL ຢ່າງເດັດຂາດ. ນີ້ເປັນເລຶ່ອງທຸລະກິດໂດຍສະ
ເພາະ ​ແລະແຕະຕ້ອງບໍ່ໄດ້. ແລະປະການທີ່ສອງ ກໍເພື່ອນາບຂູ່ປະຊາຊົນ.”


ທ່ານ Thein Than Oo ກ່າວ​ວ່າ ພວກ​ເຂົາ​ເຈົ້າຢາກຊາບວ່າ ແມ່ນຜູ້ໃດເປັນຜູ້ສັ່ງການ
ໃຫ້ຕໍາຫຼວດປະຕິບັດການເຊັ່ນນັ້ນ ​ເພາະ​ເຂົາ​ເຈົ້າສົງ​ໄສກັນ ວ່າຝ່າຍທະຫານອາດ​ໄດ້
ມີ ສ່ວນພົວພັນໃນເລຶ່ອງນີ້.

ເຖິງແມ່ນຈະມີການໂຕ້ແຍ້ງກັນ ກ່ຽວ​ກັບເລຶ່ອງການກວດລ້າງດັ່ງກ່າວກໍຕາມ ແຕ່ກໍບໍ່
ເປັນທີ່ແຈ້ງຂາວວ່າ ຄະນະກໍາມະການຂອງທ່ານນາງອອງຊານ ຊູຈີ ​ໄດ້​ຮັບ​ມອບ​ໝາຍ​ອໍານາດ ໃຫ້ທໍາການສອບສວນກ່ຽວ​ກັບ​ເລຶ່ອງນີ້ ຫຼືບໍ່?

David Mathieson ນັກຄົ້ນຄວ້າກ່ຽວກັບຂົງເຂດເອເຊຍ ປະຈໍາກຸ່ມສິ້ງຊອມສິດທິມະ
ນຸດ Human Rights Watch ເວົ້າວ່າ ການສືບສວນສອບສວນທີ່​ວ່ານີ້ ຖືວ່າເປັນ
ແນວປະຕິບັດການໃໝ່ ສໍາລັບລັດຖະບານທີ່ນໍາໂດຍ ພົນລະເຮືອນຂອງມຽນມາ.

ທ່ານ Mathieson ເວົ້າວ່າ: “ການປະທ້ວງແລະການກວດລ້າງການປະທ້ວງ
ແລະ ບັນຫາອື່ນໆທັງໝົດຢູ່ອ້ອມແອ້ມ ບໍ່​ທອງ​ແດງ Letpadaung ນັ້ນ ​ແມ່ນພວກເຂົາເຈົ້າເອົາຈິງເອົາຈັງ ດັ່ງທີ່ເຫັນກັນນັ້ນ. ແຕ່ເລຶ່ອງນີ້ ກໍຍັງຖື
ວ່າເປັນການທົດສອບ ທີ່ສໍາຄັນຫຼາຍກໍລະນີນຶ່ງ ກ່ຽວ​ກັບວິທີການທີ່ບັນດາ
ເຈົ້າໜ້າທີ່ມຽນມາຮັບມືກັບ ການປະທ້ວງຢ່າງສັນຕິ ແລະບັນຫາສິດທິ​ໃນ
​ດິນ​ດອນ​ຕອນ​ຫຍ້າຢ່າງໃດ ແລະພວກເຈົ້າໜ້າທີ່ມຽນມາປະຕິບັດການ ແກ້ໄຂບັນຫານີ້ຢ່າງໃດ? ສະນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ມັນມີຄວາມສໍາ
ຄັນທາງ​ດ້ານສັນຍາລັກ ຢ່າງໃຫຍ່ຫຼວງ.”


ຂໍ້ຕົກລົງກັນເລຶ່ອງບໍ່ທອງແດງ ລະຫວ່າງບໍລິສັດຈີນກັບກອງທັບມຽນມານັ້ນ ​ແມ່ນໄດ້
ບັນລຸ​ກັນ ໃນສະ​ໄໝການປົກຄອງຂອງຝ່າຍທະຫານ ແລະ​ໄດ້ຖືກຕໍາໜິຕິຕຽນຢ່າງ
ໃຫຍ່ ຍ້ອນຂາດຄວາມໂປ່ງໃສ.

ສ່ວນທ່ານນາງອອງຊານ ຊູຈີ ກໍໄດ້ອອກປາກ​ສະ​ແດງ​ຄວາມ​ເຫັນ ກ່ຽວກັບຂໍ້ຂັດແຍ້ງ
ກັນດັ່ງກ່າວ​ນີ້ແລ້ວ ໂດຍເວົ້າວ່າ ເຖິງແມ່ນວ່າ ສິດທິຂອງພວກຊາວບ້ານຕ້ອງໄດ້ຮັບ​ການພິທັກປົກປ້ອງກໍຕາມ ແຕ່ມຽນມາກໍຍັງຈໍາເປັນຕ້ອງໄດ້​ເຄົາລົບຕໍ່ຂໍ້ຕົກລົງຂອງຕົນ ກັບບັນດາບໍລິສັດຕ່າງປະເທດທັງຫຼາຍນັ້ນ ນໍາ.

ທ່ານ Mathieson ເວົ້າອີກວ່າ ລາຍງານຂອງຄະນະກໍາມະການສອບ​ສວນ ກໍຍັງຖືວ່າ
ເປັນກໍລະນີທົດສອບ ທ່ານນາງອອງຊານ ຊູຈີ ໃນຖານະເປັນນັກການເມືອງນັ້ນເຊັ່ນກັນ.

ທ່ານ ມາທາຍເຊິ່ນ ເວົ້າວ່າ: “ໃນຖານະບຸກຄົນຜູ້ນຶ່ງ ທີ່ບໍ່ແມ່ນແຕ່ຈະພົວພັນ
ກັບການສືບສວນສອບສວນ ກ່ຽວ​ກັບເຫດການທີ່ຮຸນແຮງພຽງເທົ່ານັ້ນ ແຕ່
ແທ້ໆແລ້ວ ​ແມ່ນ​ໃນການນໍາເອົາສະມາຊິກການເມືອງຫຼາຍໆຝ່າຍທີ່ແຕກ
ຕ່າງກັນ ມາຮ່ວມງານກັບທ່ານນາງ. ສະນັ້ນຂ້າພະເຈົ້າຄິດວ່າ ຜ່ານ​ການ
ປະຕິບັດໜ້າ​ທີ່​ອັນນີ້ ພວກເຮົາຈະໄດ້ເຫັນກັນວ່າ ທ່ານນາງມີປະສິດທິຜົນ
ຫຼາຍສໍ່າໃດ ໃນຖານະຜູ້ນໍາທາງການເມືອງຄົນນຶ່ງ.”


ທ່ານ Nyan Win ໂຄສົກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາ ຫຼື
NLD ເວົ້າວ່າ ເວລາລາຍງານຖືກນໍາອອກເຜີຍແຜ່ໃນທີ່ສຸດນັ້ນ ມັນກໍໜ້າຈະຊີ້ບອກ
ໄດ້ວ່າ ທ່ານນາງ ອອງຊານ ຊູຈີ ດໍາເນີນການພາຍໃຕ້ຄວາມກົດດັນທີ່ແຂ່ງຂັນກັນນັ້ນ ຢ່າງໃດ.

ໂຄສົກ ນວຽນ ວິນ ເວົ້າວ່າ: “ພວກເຮົາກໍຄວນຈະລໍຖ້າເບິ່ງລາຍງານຂັ້ນສຸດ
ທ້າຍ ວ່າຄວາມກົດດັນມີ​ຄືແນວໃດ ແລະທ່ານນາງສາມາດກະທໍາສິ່ງໃດ
ໄດ້ແດ່ ເພື່ອຜົນປະໂຫຍດຂອງປະຊາຊົນເຂດ Letpadaung ນັ້ນ.”


ໃນລະຫວ່າງດຽວກັນນີ້ ລາຍງານຂ່າວ​ຕ່າງໆ​ຂອງສື່ມວນຊົນມຽນມາ ໃນອາທິດຜ່ານ
ມານີ້ ​ໄດ້ຊີ້​ໃຫ້​ເຫັນ​ວ່າ ການປະທ້ວງຍັງດໍາເນີນສືບຕໍ່ໄປຢູ່ໃກ້ບໍ່ທອງ​ແດງ​ນັ້ນ. ເອກອັກ
ຄະລັດຖະທູດຈີນປະຈໍາມຽນມາ ກໍ​ໄດ້​ສະ​ແດງ​ຄວາມ​ເຫັນກ່ຽວກັບບັນຫາດັ່ງກ່າວ ໃນ
ອາທິດຜ່ານມານີ້ ໃນການພົບປະກັບລັດຖະມົນຕີກະຊວງບໍ່ແຮ່.

ຖະແຫຼງການສະບັບນຶ່ງຂອງສະຖານທູດຈີນ ເວົ້າວ່າ ເອກອັກຄະລັດຖະທູດຈີນ​ໄດ້
ສະແດງຄວາມຫວັງວ່າ ມຽນມາຈະພິທັກປົກປ້ອງຜົນປະໂຫຍດດ້ານທຸລະກິດຂອງຈີນ
ຢ່າງ​ເອົາຈິງ​ເອົາ​ຈັງ ແລະຊ່ວຍແກ້ໄຂບັນຫາ​ໃດໆ ທີ່ຍັງຄ້າງຄາຢູ່ນັ້ນ ໃຫ້ໄດ້.
XS
SM
MD
LG