ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມຫຼວງຂອງພັກ ຄືຂັ້ນຕອນການແຕ່ງຕັ້ງ ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ (ວີດີໂອ)


ຂັ້ນສໍາຄັນ​ຕໍ່​ໄປ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາ
ທິບໍດີ​ສະຫະ ລັດກໍາລັງຈະ​ເລີ່​ມ​ຂຶ້ນ​ແລ້ວ ​ພ້ອມ​ກັບກ​ອງປະຊຸມ
​ຫລວງ​ຂອງ​ທັງ​ພັກ​ຣີພັບ​ບລິກັນ ​ແລະ​ພັກ​ເດ​ໂມ​ແຄ​ຣທ ຊຶ່ງພັກ
ຣີພັບ​ບລິ​ກັນຈະ​ປະຊຸມ​ກັນ​ທີ່​ເມືອງ​ແທັມປາ ລັດຟລໍ​ຣິດາ ​ເລີ່​ມ​
ແຕ່ວັນທີ 27 ​ສິງຫາ ຄືວັນ​ຈັນ​ມື້​ນີ້​ເປັນ​ຕົ້ນ​ໄປ ​ ​ເພື່ອ​ສະ​ເໜີ​ຊື່
​ທ່ານ ມິດ ຣອມນີ ​ເປັນ​ຜູ້​ສະມັກເລືອກ​ຕັ້ງ​ປະທານາທິບໍດີ​ສະຫະ
ລັດຢ່າງ​ເປັນ​ທາງ​ການ ​ແຕ່​ຈະ​ບໍ່​ເລີ້ມ​ລາຍການ​ຕ່າງໆ​ຈົນ​ກ່ວາ
​ຕອນ​ບ່າຍ​ວັນ​ອັງຄານ ຍ້ອນໄພ​ຄຸກ​ຄາມ​ຈາກພາຍຸ​ເຂດ​ຮ້ອນ​
ໄອ​ຊິກ​ນັ້ນ. ສ່ວນ​ພັກ​ເດ​ໂມ​ແຄຣທຈະປະຊຸມກັນ​ ຢູ່​ທີ່​ເມືອງ
Charlotte ລັດ North Calorina ​ໃນ​ອາທິດ​ຕໍ່​ໄປ ​ເພື່ອ​ສະ
​ເໜີຊື່​ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ​ເຂົ້າ​ແຂ່ງຂັນ​ຊິງເອົາ
ຕໍາແໜ່​ງ​ສະໄໝ​ທີ່​ສອງ​ຂອງ​ທ່ານ.

ການໂຄສະນາ​ຫາ​ສຽງໃນ​ທາງ​ລົບ​ຈາກ​ທັງ​ສອງ​ຝ່າຍ​ ກໍາລັງອອກ​ອາກາດຢູ່​ຕາມ​ທີ​ວີ​ທົ່ວທຸກ​ຊ່ອງ​ແລະ​ທຸກ​ຫົນ​ແຫ່ງ ​ແລະບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ​ກໍກໍາລັງ​ຖື​ເອົາ​ເປັນ​ເລຶ່ອງສ່ວນ​ຕົວ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ​:

“ທາງ​ຝ່າຍ​ກົງກັນຂ້າມ​ໄດ້​ລົງ​ຄວາມ​ເຫັນວ່າ ການ​ປານີ​ປານ​ອມກັນເປັນ​ຄໍາ​ເວົ້າ​ທີ່​ສົກກະ
ປົກ ​ແລະ​ພວກ​ເຂົາ​ເຈົ້າ​
ກໍາລັງໃຊ້​ເວລາຢ່າງ​ຫລວງຫຼາຍ ພະຍາຍາມຈະເອົາ​ຊະນະ​ຂ້າ
ພະ​ເຈົ້າ ​ແທນ​ທີ່​ວ່າຈະ​ເອົາ​ເວລາ​ນັ້ນ​
ນໍາພາ​ປະ​ເທດ​ຊາດ​ໄປ​ຂ້າງໜ້າ.”

ທ່ານ ມິດ ຣອມນີ ກໍ​ໂຕ້ກັບ​ໄປ​ວ່າ:
“ທ່ານ​ປະທານາທິບໍດີ ຈົ່ງ​ນໍາ​ເອົາ​ການ​ໂຄສະ​ຫາ​ສຽງ​ແບບ​ແບ່ງ​ແຍກ ສ້າງ​ຄວາມ​ໂກດ​ແຄ້ນ ​ແລະ​ກຽດ​ຊັງກັນ ຂອງ​ທ່ານນັ້ນ ກັບ​ຄືນ​ໄປ​ຍັງ​ຊິ​ຄາ​ໂກ ​ແລະ​ປ່ອຍ​ໃຫ້​ພວກ​ເຮົາ​ຈັດການ​ກັບ​ເລຶ່ອງການ​ສ້າງສາ​ແລະການເຕົ້າ​ໂຮມ​ອາ​ເມ​ຣິກາ​ຄືນ​ໃໝ່.”

ທ່ານ ມິດ ຣອມນີ ​ໄດ້​ສ້າງ​ຄວາມ​ຕື່ນ​ເຕັ້ນ​ໃຫ້​ແກ່​ພວກ​ທີ່​ນິຍົມ​ແນວທາງ​ເດີ​ມ ກໍ​ຄືພັກຣີພັບບລິ​ກັນ​ນັ້ນ ດ້ວຍການ​ເລືອກ​ເອົາ​ສະມາຊິກ​ສະພາ​ຕໍ່າ​ ຈາກ​ລັດ​ວີສຄອນ​ຊິນ ທ່ານ Paul Ryan ເປັນ​ຜູ້​ສະໝັກເປັນ​ຮອງ​ປະທານາທິບໍດີ ຮ່ວມ​ກັບ​ທ່ານ.

​ແຕ່​ຝ່າຍ​ເດ​ໂມ​ແຄຣທ ກໍກໍາລັງ​ໂຈມ​ຕີ​ແຜນການໃນ​ເມື່ອ​ກ່ອນ​ຂອງທ່ານ Paul Ryan ເພື່ອ​ຈະ​ປະຕິ​ຮູບ​ໂຄງການ​ເມ​ດິ​ແຄ ​ຊຶ່ງ​ເປັນ​ໂຄງການ​ຊ່ວຍ ​ເຫຼືອຮັກສາສຸຂະພາບຂອງ​ລັດຖະບານ ​ສໍາລັບ​ຊາວ​ອ​າ​ເມຣິກັນສູງ​ອາຍຸນັ້ນ.
ທ່ານ ພອລ ຣາຍອັນ ກ່າວ​ວ່າ:

ບັດ​ນີ້ ພວກ​ເຮົາ​ຮູ້​​ແລ້​ວວ່າ ຄວາມ​ຫວັງ​ແລະ​ການ​ປ່ຽນ​ແປງ ​ໄດ້​ກາຍ​ມາ​ເປັນ​ການໂຈມ​ຕີ ​ແລະ​ຕ້ອງ​ຕິຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ ​ແຕ່​ພວກ​ເຮົາ​ຈະ​ບໍ່​
ຂໍ​ຖິ້ມ​ໂທດ​ໃສ່​ຄົນ​ອື່ນ ພວກ​ເຮົາ​ຈະ​ເປັນ​ຜູ້​ຮັບຜິດຊອບ.”

ນັກວິ​ເຄາະ​ການ​ເມືອງ Norman Ornstein ກ່າວ​ວ່າ ທ່ານຣອມນີ ມີ​ໂອກາດ​ທີ່ຈະ​ແນະ​ນໍາ​ຕົນເອງ​ອີກ​ຄັ້ງ​ນຶ່ງ ​ທີ່​ກອງ​ປະຊຸມ​ຫລວງຂອງ​ພັກຣີພັບ​ບລິ​ກັນ ທີ່​ເມືອງ Tampa ​ໃນຄັ້ງ​ນີ້. ທ່ານ ນໍ​ມັນ ກ່າວ​ວ່າ:

“ບັດ​ນີ້ ທ່ານຣອມນີ ມີ​ໂອກາດ​ທີ່​ສະແດງ​ໃຫ້ທຸກ​ຄົນ​ຮູ້​ວ່າ ທ່ານ​ບໍ່​ໄດ້​ແມ່ນ​ຄົນ​ແບບຜະ​ເດັດ​ການ ຄົນ​ທີ່​ມີ​ຈິດ​ໃຈ​ຄັບ​ແຄບ ຄົນຮັ່ງ​ຄົນມີ​ທີ່​ບໍ່​ສົນກັບ​ໃຜ ​ແຕ່​ເປັນ​ຄົນ​ຄອບຄົວ ທີ່​ມີ​ຄວາມ​ອົບ​ອຸ່ນ​ ມີ​ຄວາມ​ເປັນ​ຫ່ວງ​ນໍາ​ຄົນ​ອື່ນ ​ແລະ​ກໍ​ຍັງ​ເປັນ​ ບຸກຄົນ​ຜູ້ນຶ່ງທີ່​ມີ​ຄວາມ​ສາມາດ ພຽງພໍທີ່​ຈະ​ມຸ້ງ​ໄປ​ຂ້າງໜ້າ​ໄດ້​ຢ່າງ​ໝັ້ນ​ໃຈ.”

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ພົບ​ວ່າ​ ປະທານາທິບໍດີ​ໂອ​ບາ​ມາ ​ເປັນຄົນທີ່​ມີ​ລັກສະນະ​ໜ້າ​ນິຍົມ ຫຼາຍກວ່າ​ທ່ານ ມິດ ຣອມນີ ​ແຕ່​ກໍມີ​ຄວາມ​ເສຍປຽບ​ທາງ​ດ້ານ​ການ​ເມືອງ ​ຍ້ອນ​ສະພາວະ​ເສດຖະກິດທີ່​ອ່ອນ​ແອ​ນັ້ນ​ເອງ.

ປະທານາທິບໍດີ​ໂອ​ບາ​ມາ ກໍກໍາລັງ​ພະຍາຍາມເກ້​ຍກ່ອມ​ ໃຫ້​ຜູ້​ປ່ອນ​ບັດ​ທັງຫຼາຍ ໝັ້ນ​ໃຈວ່າ ຫຼາຍ​ວັນ​ຕໍ່​ໄປ​ຂ້າງ​ໜ້າ​ນີ້​ ຈະ​ດີກ​ວ່າ​ເກົ່າ ຊຶ່ງ​ທ່ານໄດ້ກ່າວວ່າ ​ໃນ​ຕອນ​ໄປ​ໂຄສນາ​ຫາ​ສຽງ​ຢູ່​ລັດ​ໄອ​ໂອ​ວາ ວ່າ:

”ໃນ​ທຸກໆ​ມື້ ຂ້າພະ​ເຈົ້າຈະ​ຕື່ນນອນ​ຂຶ້ນ​ມາ ​ເພື່ອຕໍ່ສູ້ຢ່າງ​ໜັກເທົ່າ​ທີ່​ຂ້າພະ​ເຈົ້າຮູ້​ວິທີ ສໍາລັບ​ພວກ​ທ່ານ. ຂ້າພະ​ເຈົ້າຈະ​ຄິດເຖິງ​ພວກ​ທ່ານ ຈະ​ເປັນ​ຕົວ​ແທນ​ພວກທ່ານ ​ແລະ​ ຈະ​ຕໍ່ສູ້​ເພື່ອ​ພວກ​ທ່ານ ​ແລະ​ຂ້າພະ​ເຈົ້າ​ກໍໄດ້​ຮັກສາ​ຄໍາໝັ້ນ​ສັນຍາ​ນັ້ນ ໄອ​ໂອວາ ຂ້າພ​ເຈົ້າ​ໄດ້​ຮັກສາ​ຄໍາ​ໝັ້ນ​ສັນຍາ​ນັ້ນ​ແທ້.”

ນັກວິ​ເຄາະ Ornstein ກ່າວ​ວ່າ ທ່ານ​ໂອ​ບາ​ມາຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ແຕກ​ຕ່າງ​ໄປ ​ເວລາ​ທ່ານກ່າວ​ຄໍາປາໄສ​ຕໍ່ພັກ​ເດ​ໂມ​ແຄຣທ ທີ່​ກອງ​ປະຊຸມ​ຫລວງຂອງ​ພັກ ທີ່​ເມືອງ Charlotte, ລັດ North Carolina ​ໃນ​ເດືອນ​ກັນຍາ ຄືເດືອນ​ໜ້າ​ນີ້. ທ່ານອອນ​ສ໌ຕີນ​ກ່າວ​ວ່າ:

ທ່ານ​ກໍ​ຄົງຢາກ​ຈະເນັ້ນ​ຍໍ້າຜົນງານ ທີ່​ທ່ານໄດ້​ສ້າງມາ ​ໂຮມ​ທັງ​ການ​ສັງຫານ​ ນາຍ​ໂອຊາ​ມາ ບິນ​ ລາ​ເດັນ ທີ່​ສະ​ແດງ​ໃຫ້ ​ເຫັນ​ວ່າ​ທ່ານ​ເຂັ້ມ​ແຂງ​ ​ເປັນ​ຜູ້​ຕັດສິນໃຈ​ທີ່​ເດັດດ່ຽວ.”

ສ່ວນທ່ານ ​ພີ​ເຕີ ບຣາວ ຈາກ​ອົງການຢັ່ງ​ສຽງ​ມະຫາຊົນ Quinnipiac ກ່າວວ່າ ດຽວ​ນີ້ ກອງ​ປະຊຸມທາງ​ການ​ເມືອງໄດ້​ປ່ຽ​ນ​ແປງ​ໄປ​ຈາກສະ​ໄໝເກົ່າ ເວລາທີ່ພວກ​ຜູ້​ແທນ​ທີ່​ໄປ​ຮ່ວມ​ປະຊຸມ ​ເລືອກ​ເອົາ​ຜູ້​ສະ​ໜັກ​ເລືອກ​ຕັ້ງ​ແທ້ໆ ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

ກອງ​ປະຊຸມຫລວງ ດຽວ​ນີ້ ​ແມ່ນວິທີທາງນໍາສະ​ເໜີແຕ່​ລະ​ພັກການ​ເມືອງ ​ໃນ​ຮູບ​ແບ​ບທີ່​ວ່າ​ດີ​ທີ່ສຸດ​ຂອງ​ພັກ.​ ​ແລະ​ມັນ​ກໍ​ແມ່ນ​ວິທີ​ນຶ່ງທີ່​ຈະ​ບອກ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ທັງຫຼາຍ​​ໃຫ້ຮູ້ວ່າ ນີ້​ຫຼະຄື​ຕົວ​ແທນ​ພັກ ນີ້​ຫຼ່ະຄື​ຜູ້​ສະໝັກ​ເລືອກ​ຕັ້ງ​ ​ແລະ​ນີ້ຫຼ່ະ​ຄື​ສິ່ງທີ່ລາວ​ຍຶດໝັ້ນ.”

ຫຼັງ​ຈາກ​ກອງ​ປະຊຸມ​ຫລວງ​ຂອງ​ພັກ​ແລ້ວ ການ​ທົດ​ສອບ​ໃຫຍ່​ຄັ້ງ​ຕໍ່​ໄປຂອງ ການໂຄສະ​ຫາ​ສຽງເລືອກ​ຕັ້ງ ກໍ​ຈະ​ແມ່ນ​ການໂຕ້​ວາ​ທີ​ຕິດ​ຕໍ່​ກັນຫຼາຍໆ​ບັ້ນ ​ທີ່ຈະ​ເລີ່​ມຕົ້ນ​ຂຶ້ນ​ໃນວັນ​ທີ 3 ຕຸລາ ​ໄປ​ຈົນ​ເຖິງ​ບໍ່​ເທົ່າ​ໃດ​ມື້ກ່ອນ​ວັນ​ເລືອກ​ຕັ້ງ ຄື​ວັນ​ອັງຄານ ທີ 6 ​ເດືອນ​ພະຈິກ.

ກອງປະຊຸມຫຼວງຂອງພັກການເມືອງສະຫະລັດ ຄືຂັ້ນຕອນ ການແຕ່ງຕັ້ງ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຢ່າງເປັນທາງການ:

XS
SM
MD
LG